Ad

Ad

16 May 2016

ເຈົ້າໜ້າທີ່ອາວຸໂສອາ​ເຊັມ ຫາລື​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມຕ່າງໆ

          ກອງປະຊຸມເຈົ້າໜ້າທີ່ອາວຸໂສອາເຊັມ (ASEM SOM)ທີ່​ຈັດ​ຂຶ້ນແຕ່ວັນທີ 12-13ພຶດສະ ພານີ້, ທີ່ອູລານບາຕໍ, ປະເທດມົງໂກລີ ເພື່ອປຶກສາຫາລື ການຜັນຂະຫຍາຍບັນດາຂໍ້ລິເລີ່ມຕ່າງໆ ຊຶ່ງກວມເອົາ 3 ເສົາຄໍ້າຂອງການຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳສັງຄົມ, ການສ້າງຕັ້ງໜ່ວຍງານດ້ານການເຊື່ອມຈອດອາເຊັມ, ໂຄງການຮ່ວມມືທີ່ມີໜາກຜົນຕົວຈິງ, ການຈັດກອງປະຊຸມລັດຖະມົນຕີເສດຖະກິດອາເຊັມ ຄືນໃໝ່ ແລະ ການກະກຽມເນື້ອໃນສຳລັບກອງປະຊຸມສຸດຍອດອາເຊັມ ຄັ້ງທີ 11. ເຊິ່ງຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ສປປ ລາວ.

          ສຳລັບບັນຫາສຳຄັນທີ່ນຳມາປຶກສາຫາລື ແມ່ນເນື້ອໃນຮ່າງຖະແຫລງການ ອູລານບາຕໍ ແລະ ຮ່າງຖະແຫລງການປະທານກອງປະຊຸມສຸດຍອດອາເຊັມ. ນອກຈາກນັ້ນ  ບັນດາເຈົ້າໜ້າທີ່ອາວຸໂສ ຍັງໄດ້ປຶກສາຫາລືກັນວຽກງານການໂຄສະນາເຜີຍແຜ່ບົດບາດຂອງອາເຊັມ ແລະ ແຜນການກະກຽມສະເຫລີມສະຫລອງການສ້າງຕັ້ງອາເຊັມ ຄົບຮອບ 20 ປີ, ແຜນການເຮັດວຽກ ແລະ ທິດທາງອະນາ ຄົດຂອງອາເຊັມ, ບັນຫາການເຊື່ອມຈອດລະຫວ່າງທະວີບອາຊີ-ເອີຣົບ ໂດຍຜ່ານໂຄງການຮ່ວມມືທີ່ມີໝາກຜົນຕົວຈິງໃນທົດສະວັດໃໝ່, ການຂະຫຍາຍສະມາຊິກອາເຊັມໃໝ່, ການສ້າງສູນຄຸ້ມຄອງບັນດາກິດຈະກຳຂໍ້ລິເລີ່ມຂອງອາເຊັມ(ASEM)ແລະຂອງກອງທຶນອາຊີ-ເອີຣົບ(ASEF).

          ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ສປປ ລາວ ໄດ້ປະກອບ ຄຳຄິດຄຳເຫັນ ກ່ຽວກັບບັນຫາການເຊື່ອມຈອດອາເຊັມ ໂດຍສະເພາະ ຜົນຂອງກອງປະຊຸມສື່ມວນຊົນອາເຊັມ, ການປະກອບສ່ວນຂອງ ສປປ ລາວ ກ່ຽວກັບແຜນການຈັດກິດຈະກໍາການສະ ເຫລີມສະຫລອງການສ້າງຕັ້ງອາເຊັມ ຄົບຮອບ 20 ປີ ຮ່ວມກັບປະເທດສະມາຊິກ ແລະ ຢືນຢັນການເປັນປະເທດເຈົ້າຂອງໂຄງການຮ່ວມມືກັບຫວຽດນາມ ສຳລັບປີ 2016(Co-sponsor) ຈຳນວນ 2 ໂຄງການເພື່ອຮ່ວມຈັດກອງປະຊຸມສຳມະນາວຽກງານຊາວໜຸ່ມ ແລະເ ສດຖະກິດສີຂຽວ.           ນອກຈາກນີ້, ທ່ານຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບຫົວໜ້າຫ້ອງການກະຊວງການຕ່າງປະເທດ ຢູ່ທີ່ກະຊວງການຕ່າງປະເທດ ມົງໂກນ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບການການຮ່ວມມືໃນຂອບອາເຊັມ ແລະ ການກະກຽມດ້ານເນື້ອໃນ, ພິທີການ ແລະ ດ້ານພະລາທິການ ໃຫ້ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 11 ໂດຍການເປັນປະທານຂອງ ມົງໂກລີ, ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ 2016.

No comments:

Post a Comment