Ad

Ad

13 May 2016

ຮອງ​ນາຍົກລັດຖະມົນຕີ​ເນັ້ນ​​​ໃຫ້​ຂະ​ແໜງ​ການ​ເງິນເອົາ​ໃຈ​ໃສ່​ການ​ປະຕິບັດ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ເປົ້າ

          ​​ໃນໂອກາດທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ​​​ເຂົ້າຮ່ວມ​ ​ແລະ ໂອ້ລົມ ຕໍ່ກອງປະຊຸມວຽກງານຈັດຕັ້ງ​-ກໍ່ສ້າງ​​ພະນັກງານແລະ ກວດກາການເງິນທົ່ວປະເທດປະຈໍາສົກປີ 2015-2016, ທີ່​​ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພານີ້ ທີ່ສູນການຮ່ວມມືສາກົນແລະ ຝຶກອົບຮົມຫລັກ 5 ​ໂດຍທ່ານ ໄດ້ເນັ້ນໃຫ້ຄະນະພັກ ພະນັກງານທົ່ວຂະແໜງການເງິນຈົ່ງ​ເພີ່ມ​ທະວີ​ຄວາມເອົາໃຈໃສ່ເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ແລະໃນໂອກາດນີ້ ທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານການ​ເງິນ​ໃນໄລຍະ 5 ປີຜ່ານມາ​, ອັນໄດ້ເຮັດໃຫ້ GDP ຂອງລາວເພີ່ມຂຶ້ນລະເລ່ຍ 7,9%, ພ້ອມໄດ້ແນະນຳໃຫ້ພະນັກງານທົ່ວຂະແໜງການເງິນ ​ເຫັນ​ໄດ້ສະພາບຫຍຸ້ງຍາກ​
ຂອງ​ວຽກ​ງານການເງິນຢູ່ພາຍໃນປະເທດເຮົາ​​ໃນປັດຈຸບັນ, ບໍ່ໄປລວງດຽວກັບການພັດທະນາເສດຖະກິດ-ສັງຄົມ, ສະນັ້ນ ພວກ​ເຮົາຕ້ອງໄດ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງ​ຕົນ​ຢ່າງມີຄວາມຮັບຜິດຊອບ​​ຜົນປະ​​ໂຫຍດສ່ວນ​​ເປັນຫລັກແລະ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ​​ໃຫ້ພະນັກງານແຕ່ລະຂັ້ນໃຫ້ທົ່ວເຖິງແລະ ໃຫ້ມີຄວາມໜັກແໜ້ນ, ຊື່ສັດບໍລິສຸດຕໍ່ໜ້າທີ່ວຽກງານ, ພ້ອມນັ້ນ ກໍຈະໄດ້ສືບຕໍ່ປັບປຸງລະບົບການຈັດຕັ້ງຂອງຂະແໜງການເງິນໃຫ້ມີຄວາມເໝາະສົມ ຢູ່ບັນດາສະຖາບັນການເງິນກໍ​ຕ້ອງ​ເອົາ​ໃຈ​ໃສ່​ປັບປຸງ​ຫລັກສູດ​ຂອງ​ຕົນໃຫ້ມີຄວາມສອດຄ່ອງ ​ແລະ ​ແທດ​ເໝາະກັບສະພາບຄວາມເປັນຈິງຂອງ​ປະ​ເທດ, ປັບປຸງລະບົບການເກັບພາສີ​-ອາກອນໃຫ້ມີຄວາມໂປ່ງໃສກວດສອບໄດ້, ພະນັກງານຜູ້ໃດເຮັດດີກໍຄວນໄດ້ຮັບການຍ້ອງຍໍຊົມເຊີຍ, ຜູ້ໃດລະເມີດລະບຽບວິໄນກໍຕ້ອງສຶກສາອົບຮົມແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ,ເພ່ືອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄປຕາມທິດແລະ ມີປະສິດທິຜົນດີຂຶ້ນເພື່ອແນໃສ່ແກ້ໄຂສະພາບການຂອງຕົນຂອງວຽກງານ ການເງິນດີຂຶ້ນກວ່າເກົ່າ.

No comments:

Post a Comment