Ad

Ad

13 May 2016

ມອບ-ຮັບ​ອາຄານ​ໂຮງຮຽນ ມ ຕົ້ນ​ ຫລັງ​ໃໝ່​ຢູ່​ແຂວງຫົວພັນ​ເປັນ​ການ​ຊ່ວຍ​ເຫລືອ​ຈາກ​ອາ​ເມ​ລິ​ກາ

          ພິທີມອບ-ຮັບອາຄານໂຮງຮຽນມັດທະຍົມຕອນຕົ້ນເມືອງນາ,​ ເມືອງຊໍາໃຕ້, ແຂວງຫົວພັນ, ຊຶ່ງເປັນການຊ່ວຍເຫລືອລ້າຈາກລັດຖະບານສະຫະລັດອາເມລິກາໄດ້ຈັດຂຶ້ນ​​ໃນວັນທີ 11 ພຶດສະພານີ້ລະຫວ່າງທ່ານໄມໂຄ ຄລາຍ ຮອງທູດສະຫະລັດອາເມລິກາປະຈໍາລາວແລະ ທ່ານນາງແພງ ກັນຍາພີ ຮອງເຈົ້າແຂວງຫົວພັນ, ມີອໍານາດການປົກຄອງ, ພ້ອມດ້ວຍຄຸອາຈານແລະ ນ້ອງນັກ ຮຽນເຂົ້າຮ່ວມຢ່າງຫລວງຫລາຍ.
   ​       ໂຮງຮຽນດັ່ງກ່າວລວມມີ: ອາຄານໃໝ່ໜຶ່ງຫລັງ, ມີ 5 ຫ້ອງຮຽນ, ຫ້ອງການຄູ, ຫໍພັກນັກ ຮຽນ ແລະ ຫ້ອງນໍ້າ, ພ້ອມປະກອບອຸປະກອນການຮຽນ-ການສອນຄົບຊຸດ ແລະ ຕິດຕັ້ງລະບົບໄຟຟ້າ ແລະ ນໍ້າປະປາເປັນຢ່າງດີ, ຊຶ່ງລວມມີມູນຄ່າການກໍ່ສ້າງຫລາຍກວ່າ 630 ພັນໂດລາສະຫະລັດ.

           ທ່ານຮອງທູດສະຫະລັດອາເມລິກາ ກ່າວວ່າ: ການສຶກສາແມ່ນສິ່ງທີ່ສໍາຄັນຕໍ່ການພັດທະນາ ເສດຖະກິດ ແລະ ສັງຄົມຂອງປະເທດ, ພວກເຮົາມີຄວາມພູມໃຈທີ່ໄດ້ປະກອບສ່ວນປັບປຸງ ແລະ ສະ ໜອງສິ່ງອໍານວຍຄວາມສະດວກເຂົ້າໃນວຽກງານການສຶກສາຂອງລາວໃຫ້ດີຂຶ້ນເທື່ອລະກ້າວ ແລະ ໂຮງຮຽນແຫ່ງນີ້ຈະເປັນສັນຍາລັກໃໝ່ແຫ່ງການພົວພັນລະຫວ່າງລາວ ແລະ ອາເມລິກາທີ່ເຫັນວ່າ ນັບມື້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
          ລັດຖະບານອາເມລິກາໄດ້ໃຫ້ການຊ່ວຍເຫລືອສປປ ລາວໃນຫລາຍຂົງເຂດໃນຕະຫລອດໄລຍະ 18 ປີຜ່ານມາເປັນຕົ້ນ: ການສຶກສາ, ສາທາລະນະສຸກ, ລະບົບຊົນລະປະທານແລະ ອື່ນໆ.

No comments:

Post a Comment