Ad

Ad

13 May 2016

ລັດປັບ​​ລາຄານ້ຳມັນ​ຂຶ້ນເປັນຄັ້ງ​ທຳ​ອິດ​ໃນ​ຮອບ​ປີນີ້


        ວັນທີ 11 ພຶດສະພານີ້, ກະຊວງອຸດສາຫະກຳແລະ ການຄ້າໄດ້ອອກແຈ້ງການສະບັບເລກທີ 08646/ອຄ. ຄພນ ເພື່ອປັບຂຶ້ນລາຄານ້ຳມັນເຊື້ອໄຟຂາຍຍ່ອຍໃນທົ່ວປະເທດຄື: ຢູ່ນະຄອນຫຼວງວຽງຈັນ ລາຄານ້ຳມັນແອັດຊັງພິເສດປັບຂຶ້ນ 280 ກີບ/ລິດ,( ຈາກ 7.610 ກີບ/ລິດ ເປັນ 7.890 ກີບ/ລິດ) ​ແອັດຊັງທຳມະດາປັບຂຶ້ນ 270 ກີບ/ ລິດ,(ຈາກ 6.640 ກີບ/ລິດ ເປັນ 6.910 ກີບ/ລິດນ້ຳ ມັນກະຊວນປັບຂຶ້ນ 270 ກີບ/ລິດ (ຈາກ 5.300 ກີບ/ລິດ ຂຶ້ນເປັນ 5.570 ກີບ/ລິດ. ສ່ວນບັນດາແຂວງຕ່າງໆໃນທົ່ວປະເທດລາຄານ້ຳມັນ ແອັດຊັງພິເສດສູງສຸດ 8.350 ກີບ/ລິດ (ແຂວງຫຼວງພະບາງ) ແລະ ຕ່ຳສຸດ 7.890 ກີບ/ ລິດ (ນະຄອນຫຼວງວຽງຈັນ), ສ່ວນລາຄານ້ຳມັນແອັດທຳມະດາສຸງສຸດ 7.640 ກີບ/ລິດ (ແຂວງຜົ້ງສາລີ) ແລະ ຕ່ຳສຸດ 6.910 ກີບ/ລິດ ແຂວງວຽງຈັນ, ນ້ຳມັນກາຊວນ ລາຄາສູງສຸດ 6.300 ກີບ/ລິດ (ແຂວງຜົ້ງສາລີ) ແລະ ຕ່ຳສຸດ 5.570 ກີບ/ລິດ (ນະຄອນ ຫຼວງວຽງຈັນ ແລະ ແຂວງວຽງຈັນ), ສຳລັບການປັງຂຶ້ນລາຄານ້ຳມັນຄັ້ງໃໝ່ນີ້ມີຜົນມາແຕ່ 6​​ ໂມງ​​ເຊົ້າຂອງວັນທີ 12 ​ພຶດສະພາ 2016 ນີ້ເປັນຕົ້ນໄປ,​ ໂດຍໃຫ້ພາກສ່ວນກ່ຽວຂ້ອງແລະ ຜູ້ປະກອບການທັງຢູ່ນະຄອນຫຼວງວຽງຈັນແລະ ບັນດາແຂວງຈົ່ງປະຕິບັດຕາມຢ່າງເຂັ້ມງວດ.

No comments:

Post a Comment