Ad

Ad

13 May 2016

ການພົວພັນ​ຮ່ວມມື​ລາວ-ຫວຽດນາມນັບມື້ກ້າວສູ່ລວງເລິກ

         ເຖິງວ່າສະພາບການຂອງສາກົນ ແລະ ພາກພື້ນມິກາຜັນແປໄປຢ່າງສັບສົນ, ຢູ່ລາວແລະ ຫວຽດນາມກໍພົບຄວາມຫຍຸ້ງຍາກແລະ ມີສິ່ງທ້າທາຍຕ່າງໆນາໆແຕ່ດ້ວຍຄວາມພະຍາຍາມຢ່າງຕັ້ງໜ້າຂອງສອງຝ່າຍລັດຖະບານ ແລະ ປະຊາຊົນສອງຊາດຈຶ່ງເຮັດໃຫ້ການພົວພັນຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນລະຫວ່າງສອງປະເທດນັບມື້ພົ້ນເດ່ັນຂຶ້ນຄື :​​ໄລຍະ 5 ປີຜ່ານມາ ( 2011- 2015) ,​ ການຮ່ວມມືດ້ານເສດຖະກິດ, ວັດທະນາທຳ-ສັງຄົມ, ການສຶກສາ, ວິທະຍາສາດ-​ເຕັກໂນໂລຊີ ລະ ຫວ່າງ  2 ປະເທດໄດ້ຮັບການຈັດຕັ້ງຜັນຂະຫຍາຍເປັນຢ່າງດີ ແລະ ສາມາດບັນລຸບັນດາເປົ້າໝາຍພື້ນຖານທີ່ລັດຖະບານສອງປະເທດໄດ້ໃຫ້ຄຳໝັ້ນສັນຍາຕໍ່ກັນ,  ​ເສີມຂະຍຫາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ໃຫ້ ເຂົ້າສູ່ລວງເລິກຕ່າງຝ່າຍຕ່າງມີຜົນເພື່ອສັນຕິພາບ​, ສະຖຽນລະພາບແລະ ການ
ພັດທະນາ ຊຶ່ງອັນພົ້ນເດັ່ນເລົ່ານັ້ນໄດ້ສະແດງອອກໃຫ້ເຫັນຄື: (1) ການພົວພັນດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາ-ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການປັບປຸງແລະເສີມຂະຫຍາຍຢ່າງແໜ້າແຟ້ນ,   ສ້າງຄວາມໄວ້ເນື້ອເຊື້ອໃຈແກ່ກັນ, ການຈັດຕັ້ງປະຕິບັດບັນດາຖະແຫຼ່ງການຮ່ວມ​ ​​ແລະ ຂໍ້ຕົກລົງລະຫວ່ງການນຳຂັ້ນສູງຂອງສອງປະເທດ, ນັບແຕ່ສູນກາງລົງຮອດທ້ອງຖິ່ນໄດ້ຮັບການເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເປັນຢ່າງດີ,(2) ການຮ່ວມມືດ້ານເສດຖະກິດໄດ້ຮັບການປະສານສົມທົບກັນຢ່າງແໜ້ນແຟ້ນ ​​ແລະ ຕ່າງຝ່າຍມີຄວາມພະຍາຍາມ​​ສູງໃນການປະຕິບັດຂໍ້ຕົກລົງ, ຮ່ວມກັນພິຈາ ລະນາ,ປັບປຸງບັນດາກົນໄກ, ນະໂຍບາຍຕ່າງໆໄດ້ຢ່າງທັນການ ເພື່ອສາມາດແກ້ໄຂບັນຫາທີ່ເກີດຂຶ້ນ, ​ເບິ່ງລວມແລ້ວບັນດາໂຄງການລົງທຶນຂອງວິສາຫະກິດຫວຽດນາມຢູ່ລາວແມ່ນສາມາດຈັດຕັ້ງປະຕິ ບັດໄດ້ຢ່າງສະດວກແລະ ສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດໄດ້ເປັນຢ່າງດີ, ​ໄດ້ສ້າງວຽກເຮັດງານທຳທີ່ໝັ້ນຄົງ​​ໃຫ້ແຮງງານຂອງລາວ, ປະກອບສ່ວນຢ່າງຕັ້ງໜ້າຕໍ່ການພັດທະນາເສດເຖະກິດ-ສັງຄົມຂອງລາວ ເຕີບໃຫຍ່ຂະຫຍາຍຕົວ (3)  ​ໃນຂົງເຂດກະສິກຳໄດ້ເພີ່ມທະວີການຮ່ວມມືດ້ານຊຽວຊານກະສິກຳ-ປ່າໄມ້, ການປະມົງແລະ ການພັດທະນາຊົນນະບົດລະຫວ່າງບັນດາທ້ອງຖິ່ນຊາຍແດນຂອງສອງຝ່າຍ,​ ໄດ້ສ້າງແຜນຍຸດທະສາດການພັດທະ ນາກະສິກຳ, ຊົນນະບົດໃໝ່ແລະ ຊາວກະສິກອນຢູ່ລາວສຳເລັດ ແລະ ໄດ້ເປັນເອກະພາບກັນກໍສ້າງຊົນລະປະທານຈຳນວນໜຶ່ງແນ່ໃສ່ເພີ່ມລະດູການຜະລິດ ໄປຄຽງຄູ່ກັບການເພີ່ມທະວີໃນການຄົ້ນຄວ້າເຕັກນິກ, ​ເຕັໂນໂລຊີ, ການບໍລິການສົ່ງເສີມກະສິກຳ, ການກັດກັນແລະ ສຸຂາອະນາໄມພືດແລະ ສັດລ້ຽງ​,​ ແນ່ໃສ່ປັບປຸງຊີວິດການປັບຢູ່ຂອງປະຊາຊົນໃຫ້ດີຂື້ນເທື້ອລະກ້າວ, (4) ການເຊື່ອມຕໍ່ຄົມມະນາຄົມ​-ຂົງສົ່ງ, ລະຫວ່າງສອງະເທດໄດ້ຖືເປັນສຳຄັນ, ສອງຝ່າໄດ້ເຊັນບົດບັນທຶກກ່ຽວກັບຍຸດທະສາດການຮ່ວມມືດ້ານຄົມມະນາຄົມ-ຂົນສົ່ງ​​ແຕ່ປີ 2016 – 2025 ​ແລະ ວິໃສ່ທັດຮອດປີ 2030 ​ໃນວັນທີ 14 ກັນຍາ 2015, ​ເປັນເອກະພາບສຶກສາຄວາມເປັນໄປໄດ້ເສັ້ນທາງດ່ວນ, ວຽງຈັນ - ປາກຊັນ - ​ແທັງຖຸຍ - ຮ່າໂນ. (5) ຂະແໜງພະລັງງານໄຟຟ້າແລະ ບໍ່ແຮ່, ລະເພາະປີ 2014 ສອງຝ່າຍໄດ້ເປັນເອກະພາບຕໍ່ທິດທາງການລົງທຶນໃນໂຄງການໃຫຍ່ຈຳນວນໜຶ່ງເຊັ່ນ: ​ໂຄງ ການສ້າງສາງພັກນ້ຳມັນແລະ ທໍ່ສົ່ງນ້ຳມັນຕ່ທ່າເຮືອຮອນລາແຂວງກວາງບິງ ສສ ຫວຽດນາມມາຫາແຂວງຄຳມ່ວນ ສປປ ລາວ, ປີ 2015 ສອງຝ່າຍໄດ້ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການກໍ່ສ້າງໂຄງການດັ່ງກ່າວ, ກໍ່ສ້າງສາຍສົ່ງໄຟຟ້າແຕ່ເຊຂະໝານ1 ຫາເປຼກູ,​(6) ຂົງເຂດການສຶກສາ - ບຳລຸງສ້າງແລະ ພັດທະນາຊັບພະຍາກອນມະນຸດ: ​ໄດ້ຮັບບຸລິມະສິດແລະເປີດກວ້າງດ້ວຍຫຼາຍຮູບການ, ຊຶ່ງໄດ້ຮັບການຈັດຕັ້ງປະຕິບັດແຕ່ສູນກາງລົງຮອດບັນດາກະຊວງ, ຂະແໜງການ, ​ທ້ອງຖິ່ນ, ອົງການ​ ​ແລະ ວິສາຫະກິດຕ່າງໆຂອງສອງປະເທດ, ຈຳນວນພະນັກງານ, ນັກສຶກສາລາສຶກສາຢູ່ຫວຽດນາມໄດ້ເພີ່ມຂື້ນໃນແຕ່ລະປີ,  ສະເພາະສົກປີ 2015- 2016 ​ໄດ້ຮັບພະນັກງານ, ​ນັກສຶກສາໃໝ່ບັນລຸ 1000 ຄົນ, (7) ການຮ່ວມມືດ້ານແຮງງານ, ທັງສອງຝ່າຍໄດ້ລົງນາມໃນສັນຍາຮ່ວມມືວ່າດ້ວຍແຮງງານໃນວັນທີ 1 ກໍລະກົດ 2013, ​ພ້ອມນັ້ນກໍໄດ້ຈັດຕັ້ງກອງປະຊຸມຜັນຂະຫາຍສັນຍາຮ່ວມມືວ່າດ້ວຍແຮງງານລະຫວ່າງສອງຝ່າຍ, ​ເປັນການປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດຂອງສອງປະເທດຂະຫຍາຍຕົວ (8) ການພົວພັນດ້ານການເງິນ, ກະຊວງການເງິນຂອງສອງປະເທດໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນວັນທີ 27 ຕຸລາ 2014  ​ແລະ ສືບຕໍ່ເພີ່ມທະວີຊຸກຍູ້ການຮ່ວມືດ້ານພາສີ,​ ໂດຍໄດ້ມີການປະສານສົມທົບກັນຢ່າງຕັ້ງໜ້າແລະ ສ້າງເງື່ອນໄຂສະດວກໃຫ້ແກ່ຄົນ,​ ພາຫະນະ, ສິນຄ້າຜ່ານຊານແດນສະຫວ່າງສອງປະເທດໄດ້ໄປມາຫາສູ່ສະດວກສະບາຍ ແລະ ທັງໝົດນັ້ນ ແມ່ນໜາມຜົນຂອງການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນລະກັນລະຫວ່າງສອງພັກ, ລັດຖະ ບານ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມໃນໄລຍະ 5 ປີຜ່ານມາ.

No comments:

Post a Comment