Ad

Ad

13 May 2016

ຫວຽດນາມມອບ​ອຸປະກອນ​ຮັບ​ໃຊ້ວຽກ​ງານປ້ອງກັນ​ກອງປະຊຸມ​ສຸດ​ຍອດ​ອາ​ຊຽນແກ່ລາວ

          ພິທີມອບ-ຮັບອຸປະກອນປ້ອງກັນຄວາມສະຫງົບ, ຊຶ່ງເປັນການຊ່ວຍເຫລືອລ້າຂອງກະຊວງຕໍາ ຫລວດ ສສ ຫວຽດນາມໃຫ້ແກ່ກະ ຊວງປ້ອງກັນຄວາມສະຫງົບ ສປປ ລາວ, ໄດ້ຈັດຂຶ້ນໃນວັນທີ 11 ພືດສະພານີ້, ຢູ່ນະຄອນຫລວງວຽງຈັນລະຫວ່າງທ່ານພົນໂທ ໂຕ ເລີມ ລັດຖະມົນຕີກະຊວງຕໍາຫລວດ ສສ ຫວຽດນາມ ແລະ ທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ສປປ ລາວ, ໂດຍມີເຈົ້າໜ້າທີ່ລະດັບສູງກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

            ອຸປະກອນດັ່ງກ່າວ ປະກອບມີ: ຄ້ອນຢາງ, ເສື້ອກັນກະສູນ, ເຄນ, ສະໜັບແຂນ-ແຄ່ງ, ເກີບ ແລະ ໝວກກັນກະທົບລວມມີມູນຄ່າຫລາຍກວ່າ 600 ລ້ານກີບ, ​ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າ ທີ່ວຽກງານຂອງກໍາລັງເຈົ້າໜ້າທີ່ເພື່ອປ້ອງກັນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງ ຄົມໃນໄລຍະກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນທ້າຍປີນີ້ໃຫ້ມີຜົນສໍາເລັດຈົບງາມ.

No comments:

Post a Comment