Ad

Ad

13 May 2016

ທະນາຄານ​ຮ່ວມ​ພັດທະນາມອບ​ໂຊກ​ໃຫ້​ລູກ​ຄ້າ​

          ​ພິທີຈັບສະຫລາກມອບໂຊກໃຫ້ລູກຄ້າຂອງທະນາຄານຮ່ວມພັດທະນາໄດ້ຈັດຂຶ້ນ​​ໃນຕອນຄ່ຳວັນທີ 11 ພຶດສະພານີ້, ທີ່ສຳນັກງານໃຫຍ່ຂອງທະນາຄານດັ່ງກ່າວໃນນະຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານເອກກະພັນ ພະພິທັກ ປະທານສະພາຜູ້ບໍລິຫານ ທະນາຄານຮ່ວມພັດທະນາ, ພ້ອມດ້ວຍພະນັກງານແລະລູກຄ້າເຂົ້າຮ່ວມເປັນຈຳນວນຫລາຍ.

          ​​ໃນພິທີດັ່ງກ່າວ ຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ລົດໃຫຍ່ເຊບໂລເລັດ ຄູ (Chevrolet Cruze) 1 ຄັນແມ່ນຜູ້​​ຖືບັນຊີ: Sam TIO Thierry ຫລື Sam TIO, ລາງວັນທີ 2 ລົດຈັກ ສະກຸບປີໄອ (Scopy I) 1 ຄັນແມ່ນທ່ານເຢີທາວ (Mr. Yerthao ຫລື Mrs.
Khuxong), ລາງວັນທີ 3 ບັນຊີເງິນຝາກມູນຄ່າ 10 ລ້ານກີບແມ່ນທ່ານ ບົວລົມ ນຶກສົມພອນ, ລາງວັນທີ 4 ຄຳຮູບປະພັນ 1 ບາດແມ່ນທ່ານ ສຸວັນທອງ ຈັນທະບຸນໄຊແລະ ລາງວັນທີ 5 ບັນຊີເງິນຝາກມູນຄ່າ 3 ລ້ານກີບແມ່ນຜູ້ຖືບັນຊີ: ຮ່ວມໃຈສາມັກຄີ, ລວມມູນຄ່າ​ ​ທັງໝົດ 300 ລ້ານກີບ. ຊຶ່ງງານດັ່ງກ່າວ​​ໄດ້ຈັດຂຶ້ນ​​ທຸກໆປີ ເພື່ອເປັນການຄືນກຳໄລໃຫ້ລູກຄ້າ, ທີ່ເປີດບັນຊີນຳທະນາຄານຮ່ວມພັດທະນາແລະ ທັງເປັນການຍົກສູງວຽກງານການບໍລິການໃຫ້ເປັນທີ່ປະທັບໃຈທັນຍຸກທັນສະ​​​ໄໝໄດ້ມາດຕະຖານສາກົນ, ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້​​ລູກຄ້າຜູ້ມາໃຊ້ບໍລິການ​​ດີຂຶ້ນ.

No comments:

Post a Comment