Ad

Ad

13 May 2016

ອາກາດ​ຍັງ​ຈະ​ສືບ​ຕໍ່ຮ້ອນ​ເອົ້າ ພ້ອມ​ຈະ​ມີ​ລົມ​ພັດ​ແຮງຢູ່​ບາງ​ແຫ່ງ

          ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ເລີ່ແຕ່ວັນທີ 13-15 ພຶດສະພານີ້, ບໍລິເວນຄວາມກົດດັນອາກາດຮ້ອນຍັງຈະມີກຳລັງປານກາງປົກຄຸມຢູ່ທົ່ທຸກພາກຂອງລາວ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ​ເຊິ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນເອົ້າຢູ່ບັນດາແຂວງພາກເໜືອດ້ານເວັນຕົກລົງຫາພາກກາງແລະ ພາກໃຕ້, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ​ໂດຍສ​​ເພາະພາກເໜືອດ້ານຕາເວັນອອກ: ອາກາດຈະເຢັນ, ພ້ອມມີໝອກແຫ້ງປົກຫຸ້ມໃນຕອນເຊົ້າແລະ ຈະມີຝົນຕົກຟ້າຄະນອງ, ພ້ອມລົມພັດ​​ແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 15-17 ອົງສາແລະ ສູງສຸດ 28-30 ອົງສາ.

          ພາກເໜືອດ້ານຕາເວັນຕົກ: ອາດຈະມີຝົນຕົກຟ້າຄະນອງແລະ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 16-18 ອົງສາແລະ ສູງສຸດ 36-38 ອົງສາ. ນະຄອນຫລວງວຽງຈັນ: ຈະມີຝົນຕົກຟ້າຄະນອງ, ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 24-26 ອົງສາແລະ ສູງສຸດ 36-38 ອົງສາ. ສ່ວນພາກກາງ: ຈະມີຝົນຕົກຟ້າຄະນອງ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 24-26 ອົງສາແລະ ສູງສຸດ 35-37 ອົງສາແລະ ພາກໃຕ້: ຈະມີຝົນຕົກຟ້າຄະນອງ, ມີລົມພັດແຮງຢູ່ຫລາຍທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 22-24 ອົງສາແລະ ສູງສຸດ 35-37 ອົງສາ.

          ດັ່ງນັ້ນ ຈຶ່ງເຕືອນມາຍັງປະຊາຊົນທີ່ຢູ່ໃນເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາ ກາດຮ້ອນເອົ້າທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດລ້ຽງແລະໃຫ້ກວດກາເບິ່ງອຸປະກອນໄຟຟ້າພາຍໃນເຮືອນຂອງຕົນເພື່ອຫລີກລ້ຽງບໍ່ໃຫ້ເກີດອັກຄີໄພ, ພ້ອມມີສະຕິຕໍ່ສະພາບລົມແຮງໃນໄລຍະນີ້.

No comments:

Post a Comment