Ad

Ad

16 May 2016

ລາວມີ​ຈຳນວນ​ຜູ້​ຕິດ​​ເຊື້ອ​​ ແລະ ​ເສຍ​ຊີວິດ ​ຈາກໂລກເອສ​ເພີ່ມ​ຂຶ້ນ

          ຕາມການລາຍງານຂອງສູນຕ້ານເອສ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ໃຫ້ຮູ້ວ່າ: ປັດຈຸບັນລາວ ມີຈຳນວນຜູ້ຕິດເຊື້ອເອສ(ເຮໄອວີ)ເພີ່ມຂຶ້ນຈາກ​ 830 ກວ່າຄົນໃນປີ 2014 ມາເປັນ 1 ພັນກວ່າຄົນໃນປີ 2015 ​ໃນນີ້ເພດຊາຍ ກວມເອົາ 53,6%, ຍິງ 46,4%, ​ເຊັ່ນດຽວກັນ ຈຳນວນຜູ້ເສຍຊີວິດໄດ້ເພີ່ມຈາກ 107 ​ຄົນໃນປີ 2014 ມາເປັນ 130 ກວ່າຄົນໃນປີ 2015, ສຳລັບອັດຕາສ່ວນການຕິດເຊື້ອ​​ເຮໄອວີ ຫລາຍກວ່າໝູ່ແມ່ນຊາຍຮ່ວມເພດດຽວກັນ ກວມເອົາ 6,4%.
          ທ່ານ ດຣ ພູນທອນ ສຸດທາລັກ ຮອງຫົວໜ້າສູນຕ້ານເອດແລະ ພຕພ ກະຊວງສາທາລະນະສຸກ ​​ກ່າວຕໍ່ກອງປະຊຸມ ສ້າງຄວາມເຂົ້າໃຈໃຫ້ການນຳ ແລະ ສື່ມວນຊົນໃນວຽກງານຕ້ານເອດໃນວັນທີ 13
ພຶດສະພາ ນີ້ ຢູ່ນະຄອນຫລວງວຽງຈັນ ວ່າ: ​ເພື່ອຢຸດຕິການແຜ່ລະບາດຂອງເຊື້ອພະຍາດເຮສໄອວີແລະ ຫລຸດຜ່ອນຜົນກະທົບຈາກເຊື້ອເຮໄອວີແລະເອສໃນ ສປປ ລາວ ຕ້ອງໄດ້ເອົາໃຈໃສ່ການປ້ອງກັນໃນກຸ່ມທີ່ມີຄວາມສ່ຽງ ​ ​ໂດຍເຊື່ອມສານເຂົ້າໃນລະບົບສາທາ ລະນະສຸກ, ພັດທະນາກອບວຽກ - ​ເຊື່ອມສານເຂົ້າໃນວຽກງານຂອງຂະແໜງການຕ່າງໆ ຮັບປະກັນໃຫ້ຊາວໜຸ່ມມີທັກສະພື້ນຖານ, ​ໃຫ້ຂໍ້ມູນຂ່າວສານກ່ຽວກັບການປ້ອງກັນ​​ເຊື້ອເຮສໄອວີ - ປ້ອງກັນທີ່ຖືກ ຕ້ອງເໝາະສົມ (​ໃສ່ຖົງຢາງອານາໄມທຸກຄັ້ງໃນ​​ເວລາມີເພດສຳພັນ ທີ່ບໍ່ແມ່ນຄູ່ຜົວ​-ເມຍຕົນເອງ) ໃຫ້ຂໍ້ມູນຂ່າວສານດ້ານເພດສຳພັນແກ່ຊາວໜຸ່ມໂດຍອີງໃສ່ຂໍ້ມູນຕົວຈິງພາຍໃນປະເທດ, ຮັບປະກັນໃຫ້ມີຂໍ້ມູນຂ່າວສານກ່ຽວກັບການຕິດເຊື້ອພະຍາດດັ່ງກ່າວແລະ ການປ້ອງກັນຢູ່ສູນສຸຂະພາບ, ສູນໄວໜຸ່ມເຊິ່ງໃຊ້ພາ ສາທີ່ເໝາະສົມກັບຊາວໜຸ່ມ ກໍຄື ການປິ່ນປົວດ້ວຍຢາ ARV  ​ແລະ ພະຍາດ​​ແຊກຊ້ອນ ( OI ) ​ໂດຍການຂະຫຍາຍການສະໜອງຢາປິ່ນປົວ ARV ​ແລະ ຢາ OI ​ໄປທຸກແຂວງໃນທົ່ວປະເທດ​, ​ໄປຄ່ຽງຄູ່ກັບການປັບປຸງລະບົບປະສານງານ ລະຫວ່າງສູນປິ່ນປົວດ້ວຍຢາ ARV, ສະຖານທີ່ໃຫ້ຄຳປຶກສາ - ກວດເລືອແລະ ຄູ່ຮ່ວມງານ ເພື່ອຫລຸດຜ່ອນການຕົກເຮ່ຍຕ່າງໆ.

          ​ເຊື້ອພະຍາດເອດ (AIDS) ​ແມ່ນກຸ່ມອາການພູມຕ້ານທານເຊື່ອມ ໝາຍເຖິງເຊື້ອເຮສໄອວີ (HIV) ​ໄດ້ທຳລາຍພູມຕ້ານທານຂອງຮ່າງກາຍ ແລ້ວ​​ເກີດມີການຕິດເຊື້ອພະຍາດແຊກຊ້ອນຕ່າງໆເຊັ່ນ: ພະຍາດວັນນະໂລກ, ຖອກທ້ອງ, ຕຸ່ມ​​ເປື່ອຍແລະ ອື່ນໆ ອາດເຖິງຂັ້ນເສຍຊີວິດໄດ້.

No comments:

Post a Comment