ເມື່ອມໍ້ໆມານີ້ທ່ານ ດຣ ຈັນ ທະໄລ ໄຊຍະວົງ
ຫົວໜ້າຂະ ແໜງ ລະບາດວິທະຍາ, ພະແນກສາ ທາລະນະສຸກນະ ຄອນຫຼວງ,
ໄດ້ໃຫ້ພະແຫຼ່ງຕໍ່ນັກຂ່າວຂອງພວກເຮົາວ່າ: ພໍເລີ່ມຕົ້ນເຂົ້າສູ່ລະດູຝົນຂອງ ທຸກໆປີຂະແໜງສາທາລະນະສຸກໄດ້ ອອກໃບແຈ້ງ
ການເຕືອນໃຫ້ປະຊາຊົນເພີ່ມຄວາມລະມັດລະວັງ ໃນການກິນເຫັດ, ເພື່ອປ້ອງກັນການເບື່ອເຫັດທີ່ອາດມີຂື້ນໃນ ລະດູຝົນ,
ໂດຍສະເພາະແມ່ນເຫັດທີ່ເກີດ ຈາກທຳມະຊາດແມ່ນມີຄວາມສຽງສູງ.
ທ່ານ ດຣ ຈັນທະໄລ ກ່າວວ່າ:
ເຖິງວ່າສາທາລະນະສຸກຈະແຈ້ງການເຕືອນປານນັ້ນ, ແຕ່ກໍຍັງມີກໍ ລະນີເບື່ອເຫັດເກີດຂື້ນ ແລະ
ມີຜູ້ເສຍຊີວິດຈຳນວນໜຶ່ງໂດຍສະເພາະແມ່ນເຂດພາກເໜືອຕົກມາຮອດ ກາງເດືອນກໍລະກົດນີ້ ຢູ່ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດແລ້ວ
1 ຄົນຈາກການເບື່ອເຫັດ, ດັ່ງນັ້ນທາງ ກະຊວງສາທາລະນະສຸກນະຄອນຫຼວງຈຶງເຕື່ອນມາຍັງ ປະຊາຊົນ ໃຫ້ມີສະຕິລະວັງຕົວໃນການບໍລິໂພກ
ເຫັດຊະນິດຕ່າງໆທີ່ອາດຈະນຳຜົນກະທົບມາສູ່ສຸຂະພາບຕົນ ແລະ ຄອບຄົວ ແລະ ໃຫ້ຂໍແນະນຳໃນການບໍ
ລິໂພກເຫັດທີ່ຖືກຕ້ອງເຊັ່ນ:ຖ້າຫາກບໍ່ແນ່ໃຈຊະນິດຂອງເຫັດທີ່ກິນໄດ້ ແລະ ກິນບໍ່ໄດ້ແມ່ນຫ້າມກິນ ເດັດ
ຂາດ, ຫ້າມກິນເຫັດຫຼາຍຊະນິດປົນກັນ ແລະ ຖ້າຫາກກິດເຫັດແລ້ວຮູ້ສຶກວິນຫົວ, ເຈັບທ້ອງໃຫ້ໄປໂຮງ
ໝໍດ່ວນ ແລະ
ໃນປັດຈຸບັນເຫັດບາງຊະນິດທີ່ເຄີຍກິນແຕ່ເກີດເບີ່ອແມ່ນມີສາເຫດມີຈາກສານເຄມີຕົກ
ຄ້າງເຊັ່ນ: ການໃຊ້ປຸຍເຄມີ, ຢາຂ້າຫຍ້າ ແລະ ອື່ນໆ ແລະ ເກີດຈາກຄວາມບໍ່ແນ່ໃຈຂອງຜູ້ກິນເຫັດເພາະ
ປັດຈຸບັນມີເຫັດຫຼາຍຊະນິດທີ່ຄ້າຍຄືກັນເກີດຂື້ນ, ນັບທັງເຫັດ ທີ່ກິນໄດ້ ແລະ ເຫັດກິນບໍ່ໄດ້
ແລະ ເກີດ ຈາກການກິນເຫັດທີ່ເປັນພິດຍ້ອນສັດປ່າທີ່ມີພິດຍ່ຽວໃສ່.
ນອກຈາກພະຍາດເບີ່ອເຫັດແລ້ວທາງພະແນກສາທາລະນະຄອນຫຼວງຍັງແຈ້ງເຕືອນໃຫ້ປະຊົນຊົນ ເຝົ້າລະວັງພະຍາດຄໍ ຕີບ,
ເຖິງວ່າພະຍາດດັ່ງກ່າວນີ້ແມ່ນສາມາດປ້ອງກັນດ້ວຍວັກຊິນ ແລະ ຖືກກຳຈັດໄປ ໃນປີ 2008 ແລ້ວກໍຕາມ,
ແຕ່ປີນີ້ໄດ້ ມີພະຍາດດັ່ງກ່າວເກີດຂື້ນຢູ່ບາງເຂດ, ດັ່ງນັ້ນ,ຈຶ່ງເຕືອນໃຫ້ປະຊາ ຊົນເຝົ້າລະວັງພະຍາດດັ່ງກ່າວນີ້ດ້ວຍ,
ໄປຄຽງຄູ່ກັບການ ອອກແຮງຕ້ານການລະບາດຂອງພະຍາດໄຂ້ ເລືອດອອກທີ່ພວມຄຸກຄາມຢູ່ຫຼາຍທ້ອງຖິ່ນຂອງລາວໃນປັດຈຸບັນໃຫ້ຫຼຸດຜ່ອນລົງ.
No comments:
Post a Comment