Ad

Ad

12 July 2013

ປະຊາຊົນ​ໃຫ້​ຄວາມ​ສົນ​ໃຈຕິດຕາມ ​ແລະ ສະ​ເໜີ​ບັນຫາ​ຕໍ່​ກອງ​ປະຊຸມ​ສະພາ​ສະ​ໄໝ​ສາມັນ​ເທື່ອ​ທີ 5



         ພາຍຫລັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ໄດ້​ດຳ​ເນີນ​ເປັນເວລາ 4 ມື້ນີ້ ເຫັນ​ວ່າ​: ສັງຄົມ ແລະ ​ປະຊາຊົນ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຕິດຕາມ ​ແລະ ສະ​ເໜີ​ບັນຫາ​ຕ່າງໆ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ໄລ ຍະ​ດຳ​ເນີນ​ກອງ​ປະ ຊຸມ​ດັ່ງກ່າວ.
        ໜ່ວຍ​ງານ​ຮັບ​ໂທລະສັບ​ສາຍ​ດ່ວນ​ຈາກ​ປະຊາຊົນ​ຂອງ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ:ນັບ​ແຕ່​ໄຂ​ກອງ​ປະຊຸມ​ດັ່ງກ່າວມາ​ຮອດ​ປັດຈຸບັນ​ມີ​ປະຊາຊົນ​ໄດ້​ໂທລະສັບ​ເຂົ້າມາ​ຫາ​ສະພາ ​ແລະ ສະ​ເໜີ​​ບັນຫາ​ຕ່າງໆ​ຂອງ​ສັງຄົມ​ເປັນ​ຕົ້ນ ຄວາມ​ບໍ່​ຍຸຕິ​ທຳ​ໃນ​ສັງຄົມ, ຄ່າ​ຄອງ​ຊີບ​ແພງ, ການ​ບໍລິການ​ບໍ່​ດີ​ເທົ່າ​ທີ່​ຄວນ​ໃນ​ຂະ​ແໜງ​ສາທາລະນະ​ສຸກ, ຂໍ້​ຂັດ​ແຍ່ງ​ທີ່​ດິນ, ການ​ຂຸດ​ຄົ້ນ​ໄມ້, ເສັ້ນທາງ​ເປິະ​ເປື້ອນ-​ເປ່​ເພ, ສະພາບ​ຫລິ້ນກິນ​ຟຸມ​ເຟືອຍ​ຂອງ​ຊາວ​ໜຸ່ມ,ຮ້ານ​ບັນ​ເທີ​ງ- ຮ້ານ​ອາຫານຈຳນວນໜຶ່ງ​ເປີດ​ບໍ ລິການ​ໃນ​ຍາມ​ກາງ​ເວັນ- ກາງຄືນ​​ສ້າງ​ຄວາມ​ລຳ​ຄານ​ລົບ​ກວນ​ສັງຄົມ, ບັນຫາ​ຢາ​ເສບ​ຕິດ, ນ້ຳປະປາ-​ໄຟຟ້າ​ມີ​ລາ​ຄາ​ແພງ, ການ​ສໍ້​ລາດ​ບັງ​ຫລວງ, ຄ້າ​ປະ​ເວ​ນີ ​ແລະ ປາກົດການ​ຫຍໍ້​ທໍ້​ອື່ນໆ ​ເຊິ່ງ​ແຕ່​ລະ​ບັນຫາ​ທີ່​ສັງຄົມ​ສະ​ເໜີ​ມານັ້ນລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເຈົ້າການ,​ ເປັນ​ຫ່ວງ​ເປັນ​ໃຍຕໍ່​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ສັງຄົມ​ລວມ​ໄປ​ເຖິງ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ ເຊິ່ງ​ແມ່ນ​ອົງການຕົວ​ແທນ​ແຫ່ງ​ສິດຜົນປະ​ໂຫຍດຂອງ​ປະຊາຊົນ​ໄດ້​ຊຸກຍູ້​ໃຫ້​ແຕ່​ລະ​ພາກສ່ວນ​ກ່ຽວຂ້ອງ​ໃນ​ແຕ່​ລະ​ບັນຫາ​ນຳ​ໄປ​ຄົ້ນຄວ້າ, ຕິດຕາມ​ກວດກາ​ແກ້​ໄຂ ​ເພື່ອ​ໃຫ້​ສິ່ງ​ຫຍໍ້​ທໍ້​ຕ່າງໆ​ຫລຸດ​ໜ້ອຍ​ລົງ​ເທື່ອ​ລະ​ກ້າວ.

No comments:

Post a Comment