ທ້າວ ໄໜ່ຂຸງ ອາຍຸ 28 ປີ ຢູ່ບ້ານ ນ້ຳແກ້ວ,
ທ້າວ ໄໜ່ ອຸນແສງ ອາຍຸ 42 ປີ, ທ້າວ ໄໜ່ ຄຳນວນ ອາຍຸ 27 ປີ, ທ້າວ ໄໜ່ ຈ່າຍ ອາຍຸ
27 ປີ, ທ້າວ ໄໜ່ ຈາຍນ້ອຍ ອາຍຸ 18 ປີ ຢູ່ບ້ານຊຽງນຸມ ເມືອງສິງ ແຂວງຫລວງນ້ຳທາ
ແລະ ທ້າວ ໜານຕູນ ອາຍຸ 35 ປີ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະ ຄອນຫລວງວຽງຈັນ
ຖືກເຈົ້າໜ້າທີ່ສະກັດກັ້ນແລະຕ້ານຢາເສບຕິດແຂວງ ຫລວງນ້ຳທາກັກໄດ້ຂະນະທີ່ພວກກ່ຽວພວມດຳເນີນການຂົນສົ່ງຫົວເຊື້ອຜະລິດຢາເສບຕິດ
ຈຳນວນ 56 ກິໂລກຣາມ ຍ່າງຜ່ານປ່າເຂດບ້ານຊາຍ ເມືອງສິງ ແຂວງ ຫລວງນ້ຳທາ ໃນວັນທີ
7-8 ກໍລະກົດນີ້.
ຜ່ານການສອບສວນຂອງເຈົ້າໜ້າທີ່,ພວກກ່ຽວຮັບສາລະພາບວ່າ:
ຫົວເຊື້ອຢາເສບຕິດດັ່ງກ່າວນຳເຂົ້າມາແຕ່ປະເທດຈີນ ແລະ ຈະຂົນສົ່ງເຂົ້າປະເທດຈີນອີກເທື່ອໜຶ່ງ
ໂດຍຜ່ານແຂວງຫລວງນ້ຳທາ ຈຶ່ງຖືກເຈົ້າໜ້າທີ່ກັກໂຕໄດ້. ປັດຈຸບັນ ຄະດີຢາເສບຕິດດັ່ງກ່າວ,ເຈົ້າ
ໜ້າທີ່ພວມດຳເນີນການສອບສວນຂະຫຍາຍຜົນຫາຜູ້ຢູ່ໃນຂະບວນການຕື່ມອີກເພື່ອນຳມາລົງໂທດຕາມລະບຽບກົດໝາຍ.
No comments:
Post a Comment