ໂຮງຮຽນປະຖົມຂອງລັດຫລາຍແຫ່ງພວມຜະເຊີນກັບບັນ
ຫາບໍ່ມີນັກຮຽນມາຮຽນຫລາຍຄືໂຮງຮຽນຂອງເອກະຊົນຫລາຍແຫ່ງມີນັກຮຽນຈົນລົ້ນຫ້ອງຍ້ອນຫຍັງ
?.
ເມື່ອບໍ່ດົນມານີ້ຢູ່ເມືອງໄຊເສດຖາ
ໄດ້ຍຸບໂຮງຮຽນປະຖົມບ້ານຝາຍ,ບ້ານແສງສະຫວ່າງ ແລະ ໂຮງຮຽນປະຖົມບ້ານຫົວຂົວ
ຍ້ອນສາເຫດບໍ່ມີຄູສອນ ແລະ ບໍ່ມີນັກຮຽນ, ຂະນະດຽວກັນຍັງມີໂຮງຮຽນອີກ 2
ແຫ່ງ ກໍສ່ຽງຈະຖືກຍຸບເຊັ່ນດຽວ ກັນຄືໂຮງຮຽນປະຖົມສີສັງວອນ ແລະ ໂຮງຮຽນປະຖົມບ້ານນາໄຊຍ້ອນມີນັກຮຽນໜ້ອຍເກີນໄປ.
ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ເຫດຜົນຂອງສາເຫດທີ່ໂຮງຮຽນປະຖົມຂອງລັດບໍ່ຄ່ອຍມີນັກຮຽນມາຮຽນຫລາຍນັ້ນເກີດຈາກການຂະຫຍາຍຕົວຂອງໂຮງຮຽນເອກະຊົນຫລາຍຂຶ້ນ.
ຂະນະດຽວກັນ, ຜູ້ປົກຄອງນັກຮຽນສ່ວນຫລາຍບໍ່ຄ່ອຍມີເວລາເບິ່ງແຍງລູກ ຍ້ອນໄປເຮັດວຽກເຮັດການບໍ່ມີເວລາໄປຮັບ-
ສົ່ງລູກຍາມເລີກຮຽນຕອນບ່າຍ, ພື້ນຖານໂຄງລ່າງຂອງຫ້ອງຮຽນກໍຍັງຂາດຫລາຍປັດໄຈ
ບໍ່ວ່າຈະເປັນຮົ້ວຂອງໂຮງຮຽນກໍບໍ່ມີມາດຕະຖານ,ໃນເວລາເລີກຮຽນຕອນບ່າຍກໍບໍ່ມີຄູອາຈານເບິ່ງແຍງນັກຮຽນຄືໂຮງຮຽນເອກະຊົນ.
ດັ່ງນັ້ນຜູ້ປົກຄອງຈຶ່ງພາລູກຫລານໄປຮຽນໂຮງຮຽນເອກະຊົນທີ່ສາມາດກິນເຂົ້າ ສວາຍໃນໂຮງຮຽນໄດ້ທັງມີສະຖານທີ່ອຳນວຍຄວາມສະດວກຫລາຍຢ່າງ
ແລະ ຮັບປະກັນບໍ່ໃຫ້ນັກຮຽນອອກໄປຫລິ້ນໂລເລຊະຊາຍໄດ້.
No comments:
Post a Comment