Ad

Ad

12 July 2013

ນະຄອນຫລວງວຽງຈັນຫມັ້ນໃຈ ແຜນສະກັດກັ້ນອຸປະຕິເຫດຈະໄດ້ຮັບຜົນກວ່າເກ່ົາ



            ທ່ານ ພັນ​​ໂທ ພົມມະຈັນ​ສວນ​ບຸນ​ມາ ຫົວໜ້າພະ​ແນ​ກຕຳ ຫຼວດຈະລາຈອນ ນະຄອນຫຼວງ ວຽງຈັນ ກ່າວ​ວ່າ: ການ​ເກີດ​ອຸ ປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ ຍັງ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່ກຳລັງ​ເຈົ້າໜ້າ ທີ່​ໃນ​ການ​ສະ​ກັດກັ້ນ.ປັດຈຸ​ບັນ​ເຫັນ​ວ່າ​:ບັນຫາ​ດັ່ງກ່າວ​ຍັງມີ​ລັກ ສະນະ​ເພີ່ມ​ຂື້ນ ​ໂດຍ​ສ່ວນ​ໃຫຍ່​​ມັກ​ຈະເກີດຕາມ​ຕົວ​ເມືອງ ​ແລະ ​ເຂດ​ຊານ​ເມືອງຄື​ໃນໄລຍະ 6 ເດືອນຜ່ານ​ມາສະ​ເພາະ​ຢູ່ນະຄອນຫຼວງວຽງຈັນມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 820 ລາຍ, ສະ​ເລ່ຍ 6 ຫາ 7 ລາຍຕໍ່ມື້ ​ສົ່ງ​ຜົນ​ໃຫ້​ມີ​ພາຫະນະ​ເປ່​ເພຫຼາຍ ກວ່າ​ພັນ​ຄັນ, ມີ​ຜູ້ໄດ້​ຮັບ​ບາດ​ເຈັບ​ເລັກ​ໜ້ອຍ 565 ຄົນ, ສົມຄວນ 520 ຄົນ,ສາຫັດ 170 ຄົນ ແລະ ​ເສຍ​ຊີວິດ 124 ຄົນ.
        ຫົວໜ້າຈະລາຈອນ​ນະຄອນ ຫຼວງ​ໄດ້​ເນັ້ນຕື່ມ​ວ່າ: ບັນຫາ​ທີ່​ພາ ໃຫ້​ເກີດ​ອຸປະຕິ​ເຫດ​ມີ 2 ສາ​ເຫດ​ຕົ້ນຕໍຄື ​ເກີດມາ​ຈາກ​ການ​ປະພຶດ​ຂອງ​ຜູ້​ຂັບຂີ່​ເປັນຕົ້ນ​ແມ່ນການ​ປ່ຽນທິດ​ທາງ​ສັນຈອນບໍ່ຮັບປະ ກັນ​ຄວາມ​ປອດ​ໄພ, ການ​ແຊງ​ຂຶ້ນໜ້າບໍ່ຮັບປະກັນ ເກີດຂຶ້ນ 96 ລາຍ,​​ ແລ່ນ​ລົດ​ໄວ​ເກີນ​ກຳນົດ 102 ລາຍ, ຂັບ​ຂີ່​ບໍ່​ແອບ​ຂວາ​ມື 55 ລາຍ ​ເທົ່າ​ກັບ 9,32%, ດື່ມ​ສິ່ງ​ມຶນ​ເມົາ​ 73 ລາຍ,ທາງ​ນ້ອຍ​ຄົບ​ທາງ​ໃຫຍ່​ບໍ່ປ່ອຍ​ທາງ ​ແລະ ກໍລະນີ​ອື່ນໆທີ່​ພາ​ໃຫ້​​ເກີດ​ອຸປະຕິ​ເຫດ ​ແລະ ກໍລະນີ​ເກີດ​ມາ​ຈາກສະພາບ​ແວດ​ລ້ອມ​ທາງສັງຄົມ, ສິ່ງ​​ອຳນວຍ​ຂອງ​ເສັ້ນທາງ ຫຼື ຂໍ້​ບົກພ່ອງ ທາງ​​ເຕັກ​ນິກຂອງ​ພາຫະນະ​ປະ​ເພດ​ຕ່າງໆເປັນຕົ້ນແມ່ນ​ເສັ້ນທາງ​ສັນຈອນ​ມືດ, ທາງ​ຂາດ, ທາງ​ຖືກ​​ເຊາະ,ເປັນຫຼຸບ​ໂນນ, ​ເກີດ​ມາ​ຈາກ​ສະພາບ​ບົກ​ພ່ອງ​ທາງ​​ເຕັກນິກ​ເຊັ່ນ: ລະບົບ​ໄຟ​ສັນຍານ​ບໍ່ດີ, ລະບົບ​ຫ້າມ​ບໍ່ຮັບປະກັນ, ລະບົບ​ຄັນ​ສົ່ງ ຫຼື ລູກໝາກບໍ່ດີ, ລະບົບ​ຢາງ​ລົດບໍ່ຮັບປະກັນ ແລະ ສະພາບ​ເຕັກນິກ​ບໍ່ດີ​ອື່ນໆ ກໍ​ເປັນ​ສ່ວນໜຶ່ງທີ່​ເຮັດ​ໃຫ້​ອຸປະຕິ​ເຫດ​ເກີດ​ຂຶ້ນຫຼາຍ.

         ເພື່ອ​ແກ້​ໄຂບັນຫາ​ດັ່ງກ່າວ ປັດຈຸ​ບັນ, ເຈົ້າໜ້າທີ່​ພວມ​ເລັ່ງປະຕິບັດ ​5ໂຄງການ​ຄືການ​ໂຄສະນາ​ ອອກ​ລາຍການ​ສັນ ຈອນ​ຕາມ​​ຖະໜົນ, ຜ່ານ​ສື່ວິທະຍຸ ​ແລະ ການ​ອອກ​ໂຄສະນາ​ຕາມ​ສາຍ​ທາງ​ໃນ​ໂອກາດ​ວັນ​ສຳຄັນ​ຕ່າງໆເປັນຕົ້ນວັນ​ເປີດ​ສົກ ຮຽນ ແລະ​ ບຸນ​ຕ່າງໆ ເພື່ອ​ເປັນ​ການ​ເຕືອນ​ສະຕິ​ນັກ​ຂັບ​ຂີ່​ໃຫ້​ນັບຖື​ກົດ​ລະບຽບຈະລາ ຈອນ ແລະ ການເພີ່ມ​ທະວີ​ການ​ກວດ ກາ​ໂດຍ​ສະ​ເພາະ​ແມ່ນ​ການ​ຕັ້ງຈຸດ​ກວດກາ​ທາດ​ມຶນ​ເມົາ ​ແລະ ການ​ຈັບ​ຄວາມ​ໄວ​ຕາມ​ທ້ອງ​ຖະໜົນທີ່​ມັກ​ເກີດ​ອຸປະຕິ​ເຫດ​ຄື ຖະໜົນ 13 ເໜືອ ​ແລະ 13 ໃຕ້ ຊຶ່ງ​ຈະລົງ​ກວດກາ​​ເປັນ​ປະຈຳ​ທຸກໆຕົ້ນແລະທ້າຍ​​ເດືອນ,ພ້ອມ​ທັງ​ໂອກາດ​ວັນ​ບຸນ​ສຳຄັນ​ທີ່​ອາດ​ຈະ​ພາ​ໃຫ້​ມີ​ການ​ດື່ມ​ສິ່ງ​ມຶນ​ເມົາ ​ແລະ ພາ​ໃຫ້​ເກີດ​ອຸປະຕິ​ເຫດ, ​ປະຕິບັດ​ການ​ລະບາຍ​ການ​ສັນ ຈອນ ແລະ ​ເພີ່ມ​ທະວີ​ການ​ປະ ຈຳ​ປ້ອມ​ຍາມ​ຂອງ​ເຈົ້າໜ້າທີ່​ຕະຫຼອດ 24 ຊົ່ວ​ໂມງ​ ​ແລະ ຈັດຕັ້ງ ໜ່ວຍງານ​ແກ້​ໄຂ​ອຸປະຕິເຫດ​. ນອກຈາກ​ນີ້ກໍ​ຈະມີ​ການ​ຈັດ​ກິດຈະກຳຕ່າງໆເຊັ່ນ:ການຈັດ​ຄາ​ລະວາ​ນຂັບ​ຂີ່​ປອດ​ໄພ​ໃສ່ໝວກກັນ​ກະທົບ ​ແລະ ​ໂຄງການ​ສອບ​ເສັງ​ໃບ​ຂັບ​ຂີ່ ​ໃຫ້​ນັກຮຽນ ແລະ ປະຊາ​ຊົນ​ທົ່ວ​ໄປເພື່ອ​ຈະ​ໄດ້​ຮຽນຮູ້​ກົດ​ລະບຽບການ​ຂັບ​ຂີ່ ​ແລະ ມີ​ໃບ​ອະນຸຍາດ​ຂັບ​ຂີ່​ລົດ​ຢ່າງ​ຖືກຕ້ອງ​ເພື່ອ​ເລັ່ງສະ​ກັດກັ້ນອຸປະຕິ​ເຫດໃຫ້​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ.

No comments:

Post a Comment