Ad

Ad

12 July 2013

ສິ່ງໃຫມ່ໆໃນກອງປະຊຸມສະພາເທື່ອນີ້



      ບົດນີ້ ຈານແຍ່ຂຽນໃນຂະນະ ທີ່ຫູທັງສອງເບື້ອງງ່ຽງຟັງຄຳ ເຫັນທີ່ແສນເຜັດມັນຄັນແຂ້ວຂອງ ຜູ້ແທນປະ ຊາຊົນໃນກອງ ປະຊຸມ ສະໄໝສາມັນເທື່ອທີ 5 ເຊິ່ງເປັນກອງປະຊຸມເຄິ່ງອາຍຸການຂອງສະພາແຫ່ງຊາດຊຸດນີ້. ທ່ານຜູ້ ອ່ານນຶກອອກບໍ່ວ່າ: ເວ ລາມັນໄດ້ ຕິດປີກບິນໄວປານນີ້ ພວກເຮົາໄດ້ເລືອກຜູ້ແທນຊຸດນີ້ມາກັບມືໃນ ທ້າຍເດືອນເມສາປີ 2011, ແຕ່ບັດນີ້ ອາຍຸການ ຂອງພວກເພິ່ນພັດຍັງເຫລືອພຽງແຕ່ເຄິ່ງດຽວຄືສອງ ປີເຄິ່ງເທົ່າ ນັ້ນ. ຍ້ອນແນວນັ້ນ ຈຶ່ງເຫັນສົມຄວນຕິດຕາມກອງປະຊຸມເທື່ອ ນີ້ຢ່າງໃກ້ຊິດເພື່ອຈະໄດ້ຮູ້ວ່າ: ໃນເຄິ່ງອາຍຸການ ຜ່ານມານັ້ນ, ສະພາແຫ່ງຊາດ ແລະ ຜູ້ແທນປະຊາຊົນຂອງ ພວກເຮົາເຮັດ ຫຍັງໄດ້ແດ່ ? ແລະ ອີກເຄິ່ງອາຍຸສຸດ ທ້າຍພວກເພິ່ນຈະສຸມໃສ່ວຽກໃດ ? ຖ້າຢາກຮູ້ ເລື່ອງນີ້ດີ ຂໍໃຫ້ຕິດຕາມລາຍ ການຖ່າຍ ທອດສົດ (ໂທລະພາບ ແລະ ວິທະຍຸ) ນັບແຕ່ຕອນບ່າຍ ຂອງວັນທີ 17 ເຖິງຕອນບ່າຍວັນ ທີ 18 ເດືອນນີ້.
    ຄືດັ່ງບັນດາທ່ານຊາບແລ້ວ ວ່າ: ການນຳຂອງສະພາແຫ່ງ ຊາດຊຸດນີ້ ໄດ້ໝາຍໝັ້ນຄັ້ນມືໃຫ້ສະພາແຫ່ງ ຊາດຊຸດນີ້ເປັນສະ ພາແຫ່ງຄຸນນະພາບໃໝ່ທີ່ສູງກວ່າເກົ່າຫລາຍທົບເທົ່າ. ສະນັ້ນ ຈຶ່ງບໍ່ແປກທີ່ເວລາສ່ວນໃຫຍ່ ຂອງອາຍຸການຈຶ່ງສຸມໃສ່ສ້າງ ແລະ ປັບປຸງລະບຽບການເຄື່ອນໄຫວນັບແຕ່ຂອງຄະນະປະຈຳ, ບັນດາກຳມາ ທິການ, ຄະນະສະມາຊິກສະພາ ໃນເຂດເລືອກຕັ້ງ, ບັນດາກົມ, ພະແນກການພາຍໃນຫ້ອງວ່າການສະພາແຫ່ງ ຊາດຢູ່ສູນກາງລົງຮອດເຂດເລືອກຕັ້ງທັງ 17 ເຂດ.

    ຄຸນນະພາບທີ່ສະພາແຫ່ງຊາດທີ່ເລັ່ງເປົ້າໃສ່ນັ້ນມີຫລາຍດ້ານ, ແຕ່ໃນບົດນີ້ຂໍເວົ້າສະເພາະແຕ່ຄຸນ ນະພາບ ຂອງການດຳເນີນ ກອງປະຊຸມສະພາແຫ່ງຊາດ ເຊິ່ງຖືວ່າເປັນເວທີການເມືອງສູງສຸດຂອງ ສສຊ ໃນຖານະເປັນ ຕົວແທນແຫ່ງມານະຈິດ ແລະ ສິດ ຜົນປະໂຫຍດຂອງປະຊາຊົນລາວ ເພາະວ່າຄຳເວົ້າແຕ່ລະຄຳທີ່ ສສຊ ເປັ່ງອອກມານັ້ນ ລ້ວນແຕ່ແມ່ນສຽງ ຂອງປະຊາຊົນ. ສະນັ້ນ ກອງປະຊຸມສະພາແຫ່ງຊາດຈຶ່ງມີລັກສະນະ ແລະ ຈຸດພິເສດສະເພາະຄືຕ້ອງໃຫ້ສິດ, ໃຫ້ໂອກາດ ສສຊ ແຕ່ລະທ່ານໄດ້ ມີເວລາສະແດງທັດສະນະຢ່າງສະເໝີ ພາບກັນ, ບໍ່ອະນຸຍາດໃຫ້ໃຜມີສິດພິເສດລື່ນໃຜ. ສຳລັບທ່ານຜູ້ອ່ານທີ່ໄດ້ມີໂອກາດຄົ້ນ ຄວ້າລະບຽບການດຳ ເນີນກອງປະຊຸມສະພາແຫ່ງຊາດສະບັບປີ 2007 ກໍຈະເຫັນໄດ້ຄວາມແຕກຕ່າງລະຫວ່າງກອງປະຊຸມ ຂອງພາກສ່ວນອື່ນໆກັບກອງປະຊຸມສະພາແຫ່ງຊາດ.
    ສຳລັບກອງປະຊຸມສະໄໝສາ ມັນຂອງສະພາແຫ່ງຊາດທີ່ພວມ ດຳເນີນຢູ່ໃນປັດຈຸບັນນີ້ ໄດ້ເພີ່ມ ຄວາມເຂັ້ມຂຸ້ນດ້ານລະ ບຽບການ ຂຶ້ນຕື່ມ ໂດຍໄດ້ນຳໃຊ້ສຽງກະ ລິ່ງຄວບຄຸມເວລາ, ເມື່ອສຽງກະ ລິ່ງດັງຂຶ້ນ, ຜູ້ແທນທີ່ມີຄຳເຫັນຢູ່ນັ້ນຕ້ອງຮີບຮ້ອນ ສະຫລຸບ ແລະ ຢຸດ ເພື່ອຈົ່ງເວລາໃຫ້ ສສຊ ຄົນ ອື່ນອອກຄຳເຫັນ. ໃນກອງປະຊຸມເທື່ອຜ່ານມາ, ເຖິງຈະມີການກຳ ນົດເວລາ ໃນການອອກຄຳເຫັນ, ແຕ່ຜູ້ແທນສ່ວນຫລາຍເວົ້າກາຍເຮັດໃຫ້ຜູ້ຕໍ່ໄປມີເວລາຈຳກັດ ຫລື ບໍ່ມີເລີຍ ອັນນີ້ເປັນການຕັດຮອນ ສິດຂອງຜູ້ແທນຄົນອື່ນ. ເທື່ອນີ້ຈານແຍ່ຊົມເຊີຍການນຳໃຊ້ສຽງກະລິ່ງຄວບຄຸມເວລາ. ຕາມການສັງເກດ, ຜູ້ອອກຄຳເຫັນສ່ວນ ໃຫຍ່ເຄົາລົບສຽງກະລິ່ງ, ແຕ່ກໍມີ ສສຊ ບາງທ່ານຍັງຕິດພະຍາດ ເກົ່າ, ແກ່ຍືດແກ່ຍາວໄປຕື່ມຕາມ ລຳພັງໃຈ. ຖ້າກາຍເວລາ ລະຫວ່າງ 1-2 ນາທີ ຄົງບໍ່ວ່າຫຍັງ, ແຕ່ບາງທ່ານພັດກາຍຮອດ 4-7 ນາທີ. ຢູ່ກອງປະຊຸມລັດຖະສະພາຂອງຫລາຍໆປະເທດ, ຖ້າຈຳ ເປັນເວົ້າກາຍເວລາທີ່ກຳນົດ, ຜູ້ກ່ຽວຕ້ອງຂໍອະນຸຍາດນຳປະທານກອງປະຊຸມຕື່ມ, ແຕ່ຫາກບໍ່ ແມ່ນເຮັດຫູບໍ່ໄດ້ຍິນສຽງ ກະລິ່ງ. ຢູ່ກອງປະຊຸມລັດຖະສະພາບາງບ່ອນນັ້ນເພິ່ນໃຊ້ສັນຍານໄຟຂຽວ, ໄຟເຫລືອງ ແລະ ໄຟແດງ ໃນໜ້າຈໍໃກ້ໆເວທີ ປະ ທານ ແລະ ໜ້າຈໍເຄື່ອງລົງຄະແນນສຽງຂອງຜູ້ແທນ. ສີຂຽວ ແປວ່າໃຫ້ ເວົ້າໄດ້, ສີເຫລືອງເຕືອນໃຫ້ສະຫລຸບ ແລະ ສີແດງ ບອກໃຫ້ຢຸດ. ຢູ່ບາງປະເທດ, ຖ້າໝົດເວລາທີ່ ອະນຸຍາດໃຫ້ເວົ້າ, ໄມໂຄໂຟນຈະ ມອດເອງໂດຍອັດຕະໂນມັດ. ການເລີ່ມຄວບຄຸມເວລາດ້ວຍ ສຽງກະລິ່ງຢູ່ກອງປະຊຸມສະພາ ບ້ານເຮົາແມ່ນເລື່ອງໃໝ່ທີ່ບໍ່ເຄີຍ ມີມາກ່ອນ ອັນຈະຊ່ວຍຫລຸດ ຜ່ອນສຽງວິພາກວິຈານທີ່ວ່າ: ມີຜູ້ໄດ້ເວົ້າໜ້ອຍ-ເວົ້າຫລາຍ. ແຕ່ແນວໃດກໍແນວ ສສຊ ຈຳນວນໜຶ່ງຍັງຕ້ອງໄດ້ປັບຕົນເອງ ໃຫ້ເຂົ້າກັບລະບົບໃໝ່ນີ້ ຄືເມື່ອສຽງກະລິ່ງດັງຂຶ້ນຂໍໃຫ້ຮີບສະຫລຸບ ແລະ ຢຸດຄຳເຫັນໂລດຈະດີແລ.

No comments:

Post a Comment