Ad

Ad

12 July 2013

ຄວາມຄືບຫນ້າໂຄງການກໍ່ສ້າງ ໄຟຟ້ານ້ຳອູ 2



     ການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 2 ມີຄວາມສູງ 48 ແມັດ ແລະ ຍາວ 300 ແມັດ, ມີທີ່ຕັ້ງຢູ່ສາຍ ນ້ຳອູ ເຂດເມືອງງອຍ ແຂວງຫລວງພະບາງ, ມາຮອດ ປັດຈຸບັນ ເທເບຕົງຄອນກຣີດ ແລະ ເບຕົງໂຄງສ້າງຂອງເຂື່ອນໄດ້ແລ້ວ 33%.
     ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳອູ 2 ເປັນໂຄງການລົງທຶນ ຂອງຕ່າງ ປະເທດ (ສປ ຈີນ) ຮ່ວມ ກັບລັດວິສາຫະກິດໄຟຟ້າ ລາວ ໃນຮູບແບບກໍ່ສ້າງ, ດຳເນີນງານ ແລະ ມອບໂອນຄືນໃຫ້ລັດຖະບານ ໂດຍມີໄລຍະສຳປະທານ 29 ປີ (ບໍ່ນັບໄລຍະການ ກໍ່ສ້າງ), ມີກຳລັງການຕິດຕັ້ງ 120 ເມກາວັດ ແລະ ຜະລິດພະລັງງານສະເລ່ຍ 502 ກິໂລວັດໂມງຕໍ່ປີ, ກະແສໄຟຟ້າທີ່ຜະລິດ ໄດ້ທັງໝົດຈະສົ່ງເຂົ້າລະບົບໄຟຟ້າລາວ ແລະ ຂາຍພາຍໃນປະເທດ. ນັບແຕ່ບໍລິສັດຊີໂນໄຮໂດຣ ໄດ້ໃບອະນຸຍາດ ຈາກກະ ຊວງພະລັງງານ ແລະ ບໍ່ແຮ່ຄັ້ງວັນທີ 17 ພະຈິກ 2010 ກໍໄດ້ເລີ່ມລົງມືກໍ່ສ້າງບາງວຽກງານກະ ກຽມຢູ່ ພາກສະໜາມຂອງໂຄງ ການນ້ຳອູ 2 ເຊິ່ງເປັນການກະກຽມການກໍ່ສ້າງກ່ອນການເຊັນສັນຍາສຳປະທານ
ໂຄງການກັບລັດຖະບານ,ມາຮອດປັດຈຸບັນບໍລິສັດດັ່ງກ່າວໄດ້ເລີ່ມກໍ່ສ້າງໃນແຕ່ລະໜ້າວຽກຄືວຽກງານຢູ່ພາກສະໜາມໄດ້ເລີ່ມມາແຕ່ວັນທີ 28 ທັນວາ 2012, ໃນນັ້ນ ປະກອບມີການກໍ່ສ້າງເສັ້ນທາງເຂົ້າຫາເຂື່ອນມີຄວາມຍາວ 8 ກິໂລແມັດ, ກໍ່ສ້າງຂົວ 2 ແຫ່ງ ຂ້າມນ້ຳງາ ແລະ ນ້ຳອູ, ກໍ່ສ້າງ ເຮືອນພັກຖາວອນຂອງໂຄງການ ແລະ ຫ້ອງການໂຄງການນ້ຳອູ 2, ລະບົບການປະສົມຄອນກຣີດ, ການກໍ່ສາຍສົ່ງ ແລະ ການເຊື່ອມ ຕໍ່ໄຟຟ້າໃນເຂດກໍ່ສ້າງໂຄງການ ສຳເລັດ 100% ພວມດຳເນີນກໍ່ ສ້າງເຂື່ອນໃຫຍ່ສຳເລັດ 33%, ພວມຂຸດຈົກຕາ ຝັ່ງເບື້ອງຊ້າຍຂອງເຂື່ອນໄດ້ 97%, ການກໍ່ສ້າງປ້ອງກັນການເຈື່ອນຂອງຄອງອວ່າຍນ້ຳໄດ້ 60%, ສ້າງຝາຍກັນນ້ຳຕາມລວງ ຍາວໄດ້ 96% ແລະ ສ້າງຝາຍດິນ-ຫີນກັນນ້ຳດ້ານ ຂ້າງໄດ້ 84% ແລະ ອື່ນໆ.
    ສຳລັບແຜນວຽກໃນຕໍ່ໜ້າ ແມ່ນຈະສືບຕໍ່ດຳເນີນການກໍ່ສ້າງ ບັນດາໜ້າວຽກທີ່ຍັງຄ້າງໃຫ້ສຳ ເລັດຕາມແຜນທີ່ວາງໄວ້ເຊັ່ນ: ການຂຸດຈົກຄ່ອງອວ່າຍນ້ຳ ແລະ ການກໍ່ສ້າງປ້ອງກັນການເຈື່ອນຢູ່ຕາມຝັ່ງເບື້ອງຊ້າຍຂອງເຂື່ອນໃຫ້ສຳເລັດໂດຍພື້ນຖານ, ການ ເທຄອນກຣີດຕາມລວງຍາວກັນນ້ຳໃຫ້ສຳເລັດ, ສືບຕໍ່ກໍ່ສ້າງທາງປູຢາງເຂົ້າຫາໂຄງການ, ການອະນາໄມແຫລ່ງລະເບີດຫີນ, ການຕິດຕັ້ງເຄື່ອງຍົກນ້ຳໜັກ ແລະ ອື່ນໆ; ສືບຕໍ່ຍົກຍ້າຍ ແລະ ຈັດສັນອາຊີບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ໃຫ້ສຳເລັດຕາມຄາດໝາຍ, ສືບຕໍ່ການສຳຫລວດຜົນກະທົບ 3 ບ້ານ ຄືບ້ານໜອງຂຽວ, ສົບຮຸນ ແລະ ຫາດຊາວໃຫ້ສຳເລັດ.

No comments:

Post a Comment