Ad

Ad

10 July 2013

ລາວ-ຫວຽດນາມ ສະຫລອງຜົນສຳເລັດການປັກຫລັກຫມາຍຊາຍແດນສອງປະເທດ



              ພິທີສະເຫລີມສະຫລອງຜົນສຳເລັດໂຄງການຮ່ວມມືປັກຫລັກໝາຍ ຖ່ີ ແລະ ປັບປຸງຫລັກໝາຍຊາຍແດນໃຫຍ່ເລກທີ 460 ໄດ້ຈັດຂຶ້ນຢ່າງຄຶກຄຶ້ນ ຢູ່ເຂດດ່ານຜ່ານ ແດນນ້ຳອ້ອມ ແຂວງບໍລິຄຳໄຊ ແລະ ແທງຊຸຍ ແຂວງ ເງະ ອານ ໂດຍລັດຖະບານ ລາວ ແລະ ສສ ຫວຽດນາມ ພາຍໃຕ້ການເຂົ້າຮ່ວມ ຂອງນາຍົກລັດຖະມົນຕີແຫ່ງ ສປປ.ລາວ, ທ່ານ ທອງສິງ ທຳມະວົງ ແລະ ທ່ານນາຍົກລັດຖະມົນຕີ ສສ. ຫວຽດນາມ ຫງວຽນເຕິນ ຢຸງ ແລະ ທ່ານ ຫງວຽນ ຊວນຟຸກ ຮອງນາຍົກ ລັດຖະມົນຕີ, ທ່ານດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ພ້ອມດ້ວຍຜູ້ ຕາງໜ້າກະຊວງ, ຂະ ແໜງການກ່ຽວຂ້ອງສອງປະເທດ ແລະ ບັນດາ ແຂວງທ່ີຊາຍແດນຕິດຈອດກັນເຊິ່ງການສະເຫລີມສະຫລອງ ຜົນສຳເລັດ ດັ່ງກ່າວ ແມ່ນເຫດການສຳຄັນຍິ່ງທາງປະຫວັດສາດ ຂອງສອງປະເທດລາວ-ຫວຽດນາມ ເພື່ອຮັບປະກັນຄວາມສະ ຫງົບ ຂອງເສັ້ນຊາຍ ແດນ, ສ້າງເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ໝັ້ນຄົງ ແລະ ການຮ່ວມມືພັດທະນາ, ສ້າງເງື່ອນໄຂ ອຳນວຍ ຄວາມສະ ດວກໃຫ້ແກ່ ການກະຕຸກຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມຂອງສອງປະເທດຂະຫາຍຕົວ ແລະ ເວົ້າສະເພາະກໍ ແມ່ນເຂດ ຊາຍແດນນັບມື້ໄດ້ຮັບການພັດທະນາ ແລະ ຜົນ ສຳເລັດດັ່ງກ່າວແມ່ນສະໜອງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ເປັນເອ
ກະພາບ ສູງຂອງ ສອງພັກ,ສອງລັດ ແລະ ປະຊາ ຊົນສອງປະເທດແມ່ນສັນຍະລັກ ແຫ່ງການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດບົນພື້ນ ຖານການເຄົາລົບນັບຖືຄວາມເປັນເອກະລາດ,ສິດ ເປັນເຈົ້າຕົນເອງໃນຜືນແຜ່ນດິນອັນຄົບຖ້ວນ ແລະ ຜົນປະໂຫດຍອັນຊອບທຳ ຄວາມສະເໜີພາບ ແລະ ຕ່າງຝ່າຍຕ່າງມີຜົນປະ ໂຫຍດລວມຂອງປະຊາຊົນສອງປະເທດ.
            ໃນຄຳປາໄສຂອງນາຍົກ ລັດຖະມົນຕີທັງສອງໄດ້ເນັ້ນວ່າ: ການຈັດຕັ້ງປະຕິບັດໂຄງການ ປັກຫລັກໝາຍຖ່ີ ແລະ ປັບປຸງ ຫລັກໝາຍຊາຍແດນດັ່ງກ່າວເຊິ່່ງ ຍາມໃດພັກ-ລັດຖະບານ ສອງປະ ເທດ ໄດ້ເອົາໃຈໃສ່ໃກ້ຊິດຕິດ ແທດຊີ້ນຳ-ນຳພາການຈັດຕັ້ງ ປະຕິບັດຢ່າງມີປະສິດທິຜົນ ແລະ ຢືນຢັນວ່າ: ນີ້ແມ່ນໄຊຊະນະລວມ ຂອງສອງປະເທດໃນການສ້າງເສັ້ນຊາຍແດນແຫ່ງນີ້ເປັນ ຊາຍແດນສັນຕິພາບ, ໝັ້ນຄົງ ແລະ ການຮ່ວມມືພັດທະນາ ແລະ ຈະ ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ແລກ ປ່ຽນຊື້-ຂາຍ ແລະ ຮ່ວມມືພັດທະນາເສດຖະກິດ-ສັງຄົມລະຫວ່າງສອງແຂວງບໍລິຄຳໄຊ ແລະ ເງະອານ. ພ້ອມນັ້ນກໍຈະເປັນໂອ ກາດໃໝ່ໃຫ້ແກ່ການກະຕຸກຊຸກຍູ້ການພົວພັນຮ່ວມມືທາງເສດຖະກິດ-ການຄ້າ ແລະ ການລົງທຶນສຳລັບນັກທຸລະກິດສອງຝ່າຍ ແລະ ສາກົນເຂົ້າມາສູ່ຂົງເຂດນີ້, ສ້າງດ່ານຜ່ານແດນນ້ຳອ້ອມ-ແທງຊຸກກາຍເປັນບ່ອນໄປມາຫາສູ່ທ່ີຈັບອົບຈັບໃຈຂອງ ແຂກບ້ານ ແຂກເມືອງ. ນາຍົກລັດຖະມົນຕີທັງສອງຢືນຢັນວ່າ:ຜົນ ສຳເລັດຂອງການຈັດຕັ້ງປະຕິ ບັດປັກຫລັກໝາຍດັ່ງກ່າວແມ່ນ ເຫດການ ສຳຄັນຍິ່ງ ແລະ ມີຄວາມໝາຍທາງປະຫວັດສາດອັນຍາວນານໃນການພົວພັນ ສອງປະເທດມັນແມ່ນ “ດອກໄມ້ ອັນຫອມຫວນ ແລະ ຜົນລະປູກ ອັນຫວານນວນ” ທ່ີມີຜົນມາຈາກການພົວພັນທ່ີເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງ ສອງປະເທດ ລາວ-ຫວຽດນາມ ແລະແມ່ມໝາກຜົນຂອງນ້ຳໃຈ ເພື່ອນມິດສະຫາຍອັນສູງສົ່ງ ແລະ ຈົງຮັກພັກ ດີທ່ີສະແດງໃຫ້ເຫັນຄວາມຕັດສິນໃຈສູງ, ຄວາມເຊື່ອໝັ້ນ ແລະ ການໃກ້ຊິດສະໜິດ ແໜ້ນທ່ີມີຕໍ່ກັນ ແລະ ກັນລະຫວ່າງການນຳ ທຸກຂັ້ນ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມພວກເຮົາ.
       ໃນໂອກາດອັນສະຫງ່າລາສີ ນີ້,ທ່ານນາຍົກລັດຖະມົນຕີ ທອງ ສິງ ທຳມະວົງ ກໍໄດ້ເນັ້ນວ່າ:ຜົນ ສຳເລັດດັ່ງກ່າວໄດ້ປະກອບ ສ່ວນ ສຳຄັນໃນການສ້າງຄວາມ ໄວ້ເນື້ອເຊື່ອໃຈ ແລະ ເຂົ້າໃຈກັນ ຫລາຍຂຶ້ນພ້ອມສ້າງສິ່ງອຳນວຍ ຄວາມສະດວກໃຫ້ແກ່ການ ໄປ ມາຫາສູ່,ການທ່ອງທ່ຽວ,ການ ຄ້າ,ການລົງທຶນ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນແລະກັນນັບແຕ່ສູນກາງລົງຮອດທ້ອງຖິ່ນ ທ່ີມີເສັ້ນຊາຍແດນຮ່ວມກັນ, ປະ ກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໃນເຂດຊາຍແດນດັ່ງກ່າວໄດ້ ໂດຍ ໄວ. ພ້ອມນີ້ນາຍົກລັດຖະມົນຕີກໍໄດ້ຕີລາຄາສູງຕໍ່ຄວາມອົດທົນພະຍາຍາມຂອງຄະນະກຳມະການຮ່ວມປັກຫລັກໝາຍຊາຍແດນ ສອງປະເທດຂອງນັກຮົບ, ພະນັກງານ ແລະ ທ້ອງຖິ່ນກໍຄືພວມຈັດຕັ້ງປະຕິ ບັດໂຄງ ການປັກຫລັກໝາຍດັ່ງກ່າວ ແລະ ຢືນຢັງເຖິງ ຄວາມຕັດສິນໃຈສູງ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງປະເທດລາວ- ຫວຽດນາມໃນການສ້າງເສັ້ນຊາຍແດນແຫ່ງ ນີ້ເປັນຊາຍແດນມິດຕະພາບຂອງສອງປະເທດອ້າຍນ້ອງພວກເຮົາ ແລະ ເປັນຊາຍແດນສັນຕິພາບ, ໝັ້ນຄົງ ແລະ ຮ່ວມມືພັດທະນາ ຕະຫລອດໄປ. ໃນໂອກາດນີ້, ນາຍົກລັດຖະມົນຕີທັງສອງໄດ້ແນະນຳວ່າ: ໃນຕໍ່ໜ້ານີ້ທັງສອງຝ່າຍ ຈະຕ້ອງໄດ້ສືບຕໍ່ປະສານສົມທົບ ແໜ້ນ ແລະ ຕັດສິນໃຈ ເຮັດສຳ ເລັດບັນດາໜ້າວຽກທ່ີຍັງຄົງຄ້າງ ໃນການປະຕິບັດໂຄງການປັກ ຫລັກໝາຍຊາຍແດນຖ່ີ ແລະ ປັບ ປຸງຫລັກໝາຍຊາຍແດນ ລາວ- ຫວຽດນາມໃນປີ 2014 ຕາມ ການຕົກລົງເຫັນດີລະຫວ່າງການ ນຳຂັ້ນສູງຂອງສອງປະເທດ. ພ້ອມ ນັ້ນຜູ້ຕາງໜ້າຄະນະກຳມະການຮ່ວມການປັກຫລັກໝາຍ ຊາຍ ແດນສອງຝ່າຍ ກໍໄດ້ລາຍ ງານຜົນການຈັດຕັ້ງປະຕິບັດວຽກງານ ຂອງຕົນວ່າ:ຕະຫລອດ  5 ປີຜ່ານມາ,ສອງຝ່າຍ ໄດ້ມີຄວາມພະຍາຍາມສູງ ໃນການຈັດຕັ້ງປະຕິບັດພາລະໜ້າທີ່ອັນມີກຽດຂອງ ຕົນ ແລະ ການ ຮ່ວມມືຊ່ວຍເຫລືອຂອງທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງຕ່າງໆມາຮອດປັດຈຸບັນຕະຫລອດໄລຍະເສັ້ນ ຊາຍແດນຍາວ 2.067 ກິໂລແມັດ ໄດ້ສຳເລັດການສ້າງຫລັກໝາຍຊາຍແດນໂດຍຫີນສີລາກາຣານິກຈຳນວນ 793 ບ່ອນ ທຽບ ເທົ່າກັບ 835 ຫລັກໝາຍ ແລະ ສ້າງເພ່ີມຕື່ມ ອີກ 20 ຫລັກໝາຍ ເພ່ືອປະກອບສ່ວນເຮັດໃຫ້ເສັ້ນຊາຍແດນມີຄວາມກະຈ່າງ ແຈ້ງຂຶ້ນຕື່ມ ແລະ ໃນຕໍ່ໜ້າສອງຝ່າຍຈະໄດ້ເພີ່ມທະວີການຮ່ວມມືຈັດຕັ້ງປະຕິບັດບັນດາໜ້າວຽກທ່ີຍັງຄົງຄ້າງໃຫ້ສຳເລັດສົມ ບູນໃນປີ 2014 ຢ່າງ ແນ່ນອນ.

No comments:

Post a Comment