Ad

Ad

10 July 2013

ລາວ-ຫວຽດນາມ ຕົກລົງແກ້ໄຂບັນຫາການເຄື່ອນໄຫວຍ້າຍເສລີ ຂອງປະຊາຊົນເຂດຊາຍແດນສອງປະເທດ



         ພິທີ​ຮ່ວມ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ແກ້​ໄຂ​ບັນຫາ​ການ​ເຄື່ອນ​ຍ້າຍ​ເສລີ ​ແລະ ການ​ສົມລົດ​ແບ​ບບໍ່​ໄດ້​ຮັບ​ອະນຸຍາດ​ຂອງ​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ລາວ-ຫວຽດນາມ ​ໄດ້​ມີ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ກໍລະກົດ​ນີ້ຢູ່​ນະຄອນ​ວິ​ງ ​ແຂວງ​ເງະ​ອານ ສສ ຫວຽດນາມ ລະ ຫວ່າງ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດ ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ​ແລະ ທ່ານ ຟາ​ມບິງ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດ ສສ ຫວຽດນາມ ​ໂດຍ​ການ​ເຂົ້າຮ່ວມ​ເປັນ​ສັກຂີ​ພະຍານ​ຂອງ​ທ່ານ​ນາຍົກລັດ ຖະມົນຕີ ທອງ​ສິງ​ ທຳ​ມະ​ວົງ ​ແລະ ທ່ານ ຫງວຽນ​ເຕີນ​ຢຸງ ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ, ຜູ້ ຕາງໜ້າ​ກະຊວງ ​ແລະ ຂະ​ແໜງ​ການ​ກ່ຽວຂ້ອງ​ຕ່າງໆພ້ອມ​ດ້ວຍ​ ເຈົ້າ​ແຂວງທີ່​ມີ​ຊາຍ​ແດນ​ຕິດ​ກັນ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າຮ່ວມ​ນຳ.
     ນີ້​ແມ່ນ​ການ​ຕົກລົງ​ສຳຄັນ​ອັນ​ເປັນ​ພື້ນຖານ​ທາງ​​ນິຕິ​ກຳ ​ເພື່ອ​ສອງ​ປະ​ເທດ​ໄດ້​ຮ່ວມ​ມື​ແກ້​ໄຂ​ໂດຍ​ສະ​ເພາະ​​ແມ່ນ​ການ​ເຄື່ອນ​ຍ້າຍ​ເສລີ ​ແລະ ການ​ສົມລົດ​ນອກກົດໝາຍໃນ​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ທີ່​ເຄີຍ​ມີ​ມາ​ນັບ​ຫລາຍ​ສິບ​ປີ ​ແລະ ທັງ​ເປັນ​ການ​ປະກອບ ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ຊາຍ​ແດນ​ມີ​ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ,ໝັ້ນຄົງ ​ແລະ ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ, ສ້າງ​ເສັ້ນຊາຍ​ແດນ​ຂອງ​ສອງ​ປະ​ເທດ​ເປັນ​ຊາຍ​ແດນ​ສັນຕິພາບ, ມິດຕະ ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ.

     ການ​ຕົກລົງ​ດັ່ງກ່າວ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ສອງ​ຝ່າຍ​ໄດ້​ສຳ​ເລັດ​ການ​ສ້າງ​ລະບຽບ​ການ​ຕ່າງໆ​ຢູ່​ພາຍ​ໃນ ​ແລະ ຈະ​ມີ​ແຈ້ງ​ການ​ໃຫ້​ກັນຊາ​ບ ​ໂດຍ​ຜ່ານ​ທາງ​ລັດຖະບານ ​ແລະ ການ​ຕົກລົງ​ນີ້ມີ​ໄລຍະ​ເວລາ​ການຈັດຕັ້ງປະຕິບັດ 3 ປີ ນັບ​ແຕ່​ມື້ມີ​ຜົນ​ບັງ​ຄັບ​ໃຊ້.
     ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ຕອນ​ບ່າຍ​ຂອງ​ມື້ດຽວ​ກັນ,ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ທ່ານ ຫງວຽນ​ເຕິ​ນຢຸງ ນາຍົກລັດຖະ ມົນຕີ ​ແຫ່ງ ສສ ຫວຽດນາມ ກໍ​ໄດ້​ພົບ​ປະ​ສອງ​ຝ່າຍຢູ່​ນະຄອນ​ວິ​ງ ​ແຂວງ​ເງະ​ອານ ​ໃນ​ໂອກາດ​ເດີນ​ທາງ​ມາ​ຮ່ວມ​​ສະ​ເຫລີ​ມສະ ຫລອງ​ຜົນສຳ​ເລັດ​ການຈັດຕັ້ງ ປະຕິບັດ​ໂຄງການ​ຮ່ວມ​ມື​ປັກ​ຫລັກ​ໝາຍ​ຖີ່ ​ແລະ ປັບປຸງ​ຫລັກ​ໝາຍ​ຊາຍ​ແດນ​ສອງ​ປະ​ເທດ ລາວ-ຫວຽດນາມ ຢູ່​ດ່ານ​ຜ່ານ​ແດນ​ນ້ຳອ້ອມ ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ​ແທງ​ຊຸຍ ​ເງະ​ອານ ສສ ຫວຽດນາມ.
      ​ໃນ​ການ​ພົບ​ປະທີ່​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ສະໜິດສະ ໜົມ ​ແລະ ອົບ​ອຸ່ນ​ນັ້ນ ທັງ​ສອງ​ຝ່າຍ​ກໍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ຜົນສຳ​ເລັດ​ໃນ​ການຈັດຕັ້ງ ປະຕິບັດ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ພົ້ນ​ເດັ່ນ​ແມ່ນ​ນາຍົກລັດຖະມົນຕີ ສສ ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ​ແລະ ຕີ​ລາ ຄາ​ສູງ​ຕໍ່​ຜົນສຳ​ເລັດ​ການຈັດຕັ້ງ ປະຕິບັດ​ມະຕິ IX ຂອງ​ພັກ​ປະຊາ ຊົນ​ປະຕິວັດ​ລາວ ຮັບປະກັນ​ໃຫ້​ມີ​ສະຖຽນ​ລະ​ພາບ​ທາງ​​ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ, ​ເສດຖະກິດ​ຂອງ​ລາວ​ຂະ ຫຍາຍ ຕົວ​ສູງ 8,2%,ການ​ພົວພັນ​ຕ່າງ ປະ​ເທດ​ໄດ້​ຮັບ​ການ​ເປີດ​ກວ້າງ ​ເຮັດ​ໃຫ້​ຊື່​ສຽງ ​ແລະ ພາລະ​ບົດ ບາດ​ຂອງ​ລາວ​ສູງ​ເດັ່ນ​ຂຶ້ນ​ໃນ​ເວ ທີ​ສາກົນ.ພ້ອມ​ນັ້ນ,ນາຍົກລັດຖະ ມົນຕີທັງ​ສອງ ກ​ໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ຂອງ​ການ​ປະຕິບັດ​ໂຄງການ​ຮ່ວມ​ມື​ປັກ​ຫລັກ​ໝາຍ​ຖີ່ ​ແລະ ປັບປຸງ​ຫລັກ​ໝາຍ​ຊາຍ​ແດນ​ສອງ​ປະ​ເທດ ລາວ-ຫວຽດນາມ ​ແລະ ຖື​ເປັນ​ເຫດການ​ການ​ເມືອງ​ທີ່​ສຳຄັນ​ຂອງ​ການ​ພົວພັນ​ສອງ​ປະ​ເທດ ​ແລະ ​ແມ່ນ​ການສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາ​ແຫ່ງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ-ຫວຽດນາມ ​ແລະ ຢືນຢັນ​ວ່າ: ຈະ​ສືບຕໍ່​ຊີ້ນຳ​ຂະ​ແໜງ​ການ​ກ່ຽວຂ້ອງ​ສອງ​ຝ່າຍ​ປະສານ​ສົມ ທົບ​​ແໜ້ນ ​ເພື່ອ​ສືບຕໍ່​ຈັດຕັ້ງປະຕິ ບັດ​ໂຄງການ​ປັກ​ຫລັກ​ໝາຍ​ຖີ່​ສອງ​ປະ​ເທດ​ໃຫ້​ສຳ​ເລັດ​ສົມບູນ​ໃນ​ປີ 2014 ທີ່​ຈະ​ມາ​ເຖິງ.

No comments:

Post a Comment