Ad

Ad

10 July 2013

ມີລູກຄ້າຖືກລາງວັນລົດໃຫຍ່ Chevrolet ຈາກລາວໂທລະຄົມອີກແລ້ວ



            ວັນທີ 9 ກໍລະກົດນີ້ ລາວໂທລະຄົມໄດ້ມອບລາງວັນລົດ ໃຫຍ່ chevrolet ໃຫ້ ລູກຄ້າຜູ້ໂຊກ ດີຈາກໂຄງການເອັມ ໂຟນແຈກ ໂຊກພາກສອງ, ພິທີມອບໄດ້ຈັດ ຂື້ນຢູ່ສູນ ບໍລິການລູກຄ້າລາວໂທລະຄົມ ສາຍລົມ ນະຄອນຫຼວງ ວຽງຈັນ ໃຫ້ກຽດ ມອບໂດຍທ່ານ ຈັນທະວອນ ສໍສຳພັນ ຮອງຜູ້ ອຳນວຍການໃຫຍ່ບໍລິສັດລັດວິສາຫະກິດລາວໂທລະຄົມ ແລະ ລູກຄ້າຜູ້ໂຊກດີ ທີ່ໄດ້ຮັບລາງ ວັນແມ່ນທ່ານນາງ ພຸດທາ ຫຸມ ພາວົງ ບ້ານໂພນໄຊ ເມືອງ ສີສັດຕະນາກນະຄອນຫຼວງວຽງຈັນ ໄດ້ຮັບລາງວັນຈາກ ການຂູດ ບັດຕື່ມເງິນ 100.000 ກີບ.
          ສຳລັບລາງວັນລົດໃຫຍ່ທີ່ ນຳມາມອບໃນຄັ້ງນີ້ເປັນຄັນທີ 5 ໃນຈຳນວນລາງວັນ ລົດໃຫຍ່ທັງ ໝົດ 9 ຄັນຂອງທັງ 2 ພາກ ບວກ ເຂົ້າກັນ.ນັບຕັ້ງແຕ່ທາງໂຄງການ ໄດ້ຂະຫຍາຍເວລາຮັບໂຊກອອກ ໄປເຖິງວັນທີ 30 ເມສາ 2014 ມີ ລາງວັນລວມທັງໝົດ 60 ພັນ ກວ່າລາງວັນ,ໃນນັ້ນໄດ້ເພີ່ມລາງ ວັນລົດໃຫຍ່ອີກ 5 ຄັນ ເຊັ່ນ ລົດ TOYATA Fortuner 2 ລາງວັນ, ລົດChevrolet Seil 3 ລາງວັນ ມີມູນຄ່າຫຼາຍກວ່າ 10 ຕື້ກີບແລະ ນັບແຕ່ເລີ່ມຕົ້ນໂຄງການນີ້ເຖິງປັດຈຸບັນ, ມີລູກຄ້າຖືກລາງວັນ  ຈາກລາວໂທ ລະຄົມທົ່ວປະເທດ ລວມທັງໝົດ 65.138 ລາງວັນ, ໃນນີ້ນະຄອນຫຼວງວຽງຈັນມີຜູ້ ຖືກລາງວັນ
ໄປແລ້ວ 28.595 ລາງວັນ ເປັນ ລົດໃຫຍ່ TOYOYA Fortuner 1 ຄັນ, ລົດ Hyundai Accent Blue 2 ຄັນ, ລົດ Chevro let 1 ຄັນ, ລົດຈັກ 55 ຄັນ, Ipad 63 ເຄື່ອງ, Iphone 100 ເຄື່ອງ, Computer 107 ເຄື່ອງ ​ແລະ ລາງວັນ​ ອື່ນໆ, ສາຂາ​ຕ່າງ​ແຂວງ​ມີ​ຜູ້​ຖືກ​ລາງວັນ​ໄປ​ແລ້ວ 36,543 ລາງວັນ ເປັນ​ລາງວັນ​ລົດ​ໃຫຍ່ Chevrolet  1 ຄັນ, ລົດຈັກ 63 ຄັນ, Ipad 73 ເຄື່ອງ, Iphone 72 ເຄື່ອງ, com puter 84 ເຄື່ອງ​ແລະ ລາງວັນ​ອື່ນໆ.

No comments:

Post a Comment