ໃນວັນທີ
9 ກໍລະກົດນີ້ ຢູ່ຫ້ອງ ການປົກຄອງເມືອງໄຊເສດຖາ ນະຄອນຫລວງວຽງຈັນ,ພະແນກ ສ່ວຍສາອາກອນນະຄອນ
ຫລວງວຽງຈັນ ໄດ້ຈັດກອງປະຊຸມແນະ ນຳກ່ຽວກັບໃບເກັບເງິນອາກອນມີລາງວັນຢູ່ພາຍໃນນະຄອນ
ຫລວງວຽງຈັນໂດຍການເຂົ້າ ຮ່ວມຂອງທ່ານ ຟອງວັນ ບ່າວທຳມະວົງ ຮອງຫົວໜ້າກົມສ່ວຍສາອາກອນ.
ທ່ານນາງ
ບົວພັນ ຈັນສຸລິວົງ ວິຊາການກົມສ່ວຍສາອາກອນ ໄດ້ອະທິບາຍແນະນຳກ່ຽວກັບໃບອາກອນດັ່ງກ່າວວ່າ:
ອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ໄດ້ອະນຸມັດໃຫ້ບໍລິສັດບົວທິບລາວຈຳກັດ
ສຳປະທານກິດຈະການໃບເກັບເງິນອາກອນແບບມີລາງວັນຢູ່ພາຍໃນນະຄອນຫລວງວຽງຈັນ
ເຊິ່ງ ຈະຖືກນຳໃຊ້ໂດຍບຸກຄົນ, ນິຕິບຸກ ຄົນ ແລະ ການຈັດຕັ້ງທີ່ດຳເນີນການຊື້-ຂາຍສິນຄ້າເຄື່ອງຂອງ
ຫລື ບໍລິການອື່ນໆ ທີ່ບໍ່ໄດ້ຈົດທະ ບຽນເຂົ້າລະບົບອາກອນມູນຄ່າເພີ່ມຢູ່ພາຍໃນນະຄອນຫລວງວຽງຈັນ
ແລະ ມີລະບົບປ້ອງກັນການປອມແປງ.ໃບເກັບເງິນອາ ກອນດັ່ງກ່າວມີລັກສະນະຄືກັບໃບເກັບເງິນພື້ນຖານທົ່ວໄປ
ເຊິ່ງ ຈະມີໂຕເລກທີ່ລະບຸເງິນໃສ່ໃນໃບເກັບເງິນຄື 3.000 ກີບ, 5.000 ກີບ,
10.000 ກີບ, 20.000 ກີບ, 50.000 ກີບ, 100.000 ກີບ,
200.000 ກີບ, 500.000 ກີບ ແລະ
1.000.000 ກີບ ເມື່ອລູກຄ້າມາຊື້ ສິນຄ້າ ຫລື ບໍລິກາ, ເຈົ້າຂອງທຸລະກິດຈະຈີກໃບເກັບເງິນໃຫ້ລູກຄ້າຕາມຈຳນວນເງິນທີ່ລຸກຄ້າໄດ້ຈ່າຍຕາມມູນຄ່າສິນຄ້າທີ່ຊື້
ໝາຍວ່າ: ເປັນການຮັບເງິນຈາກລູກຄ້າແທນໃບເກັບເງິນທົ່ວໄປ, ຈາກນັ້ນລູກຄ້າຈະຂູດເບິ່ງລາງ
ວັນທີ່ມີຢູ່ໃນໃບເກັບເງິນ ຖ້າພົບເຫັນລາງວັນເປັນເງິນ ຫລື ວັດຖຸ ແມ່ນສາມາດຮັບເອົາທັນທີຈາກຜູ້ປະກອບການ
ຫລື ຈາກບໍລິສັດບົວທິບລາວຈຳກັດ.

No comments:
Post a Comment