ເມື່ອເວລາປະມານ
22:30 ໂມງ ຂອງວັນທີ 7 ກໍລະກົດນີ້ ໄດ້ ມີລົດ 18 ກົງ ໝາຍເລກທະບຽນ 29C-184.98 ບັນ
ທຸກອາຍແກັສ ກາບອນໄດອ໋ອກໄຊ ທີ່ມີນ້ຳໜັກ 18.500 ກິໂລກຣາມ, ມີມູນຄ່າ ເກືອບ 7 ລ້ານໂດລາສະຫະລັດ ໂດຍມີຕົ້ນທາງ ມາຈາກປະເທດໄທ ເດີນທາງຜ່ານລາວ ໄປສູ່ປະເທດຫວຽດນາມ,ພໍມາເຖິງ
ບ້ານ ໂພນສີ ເມືອງປາກກະດິງລົດ ເສຍຄວາມຊົງໂຕ ຂວ້ຳຢູ່ຖະໜົນເລກ ທີ 13 ໃຕ້ ເປັນເຫດເຮັດ
ໃຫ້ລົດປີ້ນທັບຮ້ານຄ້າຂາຍ ເຄື່ອງຂອງປະຊາຊົນຢູ່ບ້ານໂພນສີ ໄດ້ຮັບຄວາມເສຍ ຫາຍ ແລະ
ຮ້າຍແຮງໄປກວ່ານັ້ນ ໄດ້ເຮັດໃຫ້ແກ໊ສຮົ່ວໄຫລອອກມາ ແລະ ໄດ້ສົ່ງກິ່ນຂິວໄປເປັນບໍລິເວນກວ້າງ
100 ແມັດ ແລະ ບໍ່ທັນຮູ້ໄດ້ວ່າ ກິ່ນຂິວດັ່ງກ່າວຈະມີຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສິ່ງທີ່ມີຊີວິດ
ແນວໃດ.ຕາມການລາຍງານຂອງເຈົ້າໜ້າຈະລາ ຈອນເມືອງ ປາກກະດິງ ໃຫ້ຮູ້ວ່າ:ລົດຄັນດັ່ງ
ກ່າວ ມີຜູ້ຂັບຂີ່ມານຳກັນ 2 ຄົນຄື ທ້າວ ເຈີນເທືອງ ອາຍຸ 33 ປີ ແລະ ທ້າວ ຮວ່າ
ອາ ຍຸ 26 ປີ, ເປັນ ຄົນຂັບລົດໃຫ້ບໍລິສັດ
ອິນຊີທາງ ເຊິ່ງມີທີ່ຕັ້ງຢູ່ນະຄອນຫລວງຮ່າໂນ້ຍ ສສ. ຫວຽດນາມ.ຜູ້ຂັບໄດ້ເລົ່າວ່າ:ເວລາ
ປະມານ 15:00 ໂມງຂອງມື້ເກີດເຫດ,ຕົນໄດ້ເລີ່ມ ຂັບລົດແລ່ນອອກຈາກວຽງຈັນ ແລະ ມາແວ່ກິນເຂົ້າຢູ່ປາກຊັນ.
ຈາກນັ້ນ ເວລາ 20:00 ໂມງ ໄດ້ອອກຈາກປາກຊັນ ເພື່ອຈະເດີນ ທາງໄປຫວຽດນາມໂດຍໃຊ້ຄວາມໄວປະມານ
50 ກິໂລ ແມັດ/ຊົ່ວໂມງ. ພໍ ແລ່ນ ມາໃກ້ຈະຮອດຈຸດເກີດເຫດໄດ້ແນມເຫັນລົດຈັກ 1
ຄັນ ຊ້ອນກັນ 2 ຄົນ ແລ່ນຕັດໜ້າລົດຂອງຕົນກໍເລີຍ ຢຽບເບຣກຈຶ່ງເຮັດໃຫ້ລົດເສຍຄວາມຊົງໂຕເຈືອກອອກນອກທາງຫ່າງຈາກຈຸດເກີດເຫດປະມານ
40 ແມັດ ແລະ ສາມາດ ບັງຄັບລົດຂຶ້ນທາງໄດ້,
ຂະນະດຽວກັນ, ລົດກໍໄດ້ພິກຂວ້ຳ, ໃນເວລານັ້ນແມ່ນຝົນຕົກທ້ອງຟ້າມືດ. ເຫດການທີ່ເກີດຂຶ້ນຄັ້ງນີ້ບໍ່ມີຜູ້ເສຍຊີວິດ,
ມີແຕ່ຜູ້ຂັບຂີ່ໄດ້ຮັບບາດເຈັບເລັກໜ້ອຍ.

No comments:
Post a Comment