Ad

Ad

12 July 2013

ຜູ້​ວ່າການ​ທະນາຄານແຫ່ງ ສປປ.ລາວ ຊີ້​ແຈງ​​ມາດ​ຕະການ​ຄວບ​ຄຸມອັດຕາ​ແລກປ່ຽນ​ທີ່​ມີ​ຜົນ​ກະທົບ​ຕໍ່​ຫົວໜ່ວຍທຸລະ​ກິດ​ສົ່ງ​ອອກ



          ທ່ານ ສົມ​ພາວ ​ໄຟ​ສິດ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ຂຶ້ນຊີ້​ແຈງ​ຕໍ່​ສະພາ​ແຫ່ງ​ຊາດໃນ​ວັນ​ທີ 11 ກໍລະກົດ​ນີ້ ກ່ຽວ​ ກັບ​ມາດ​ຕະການ​ຄວບ​ຄຸມ​ອັດຕາ​ແລກປ່ຽນ​ທີ່​ພວມ​ມີ​ຜົນ​ກະທົບ​ຕໍ່​ຫົວໜ່ວຍ​ທຸລະ​ກິດ​ສົ່ງ​ອອກ​ຂອງ​ລາວ​ໃນ​ປັດຈຸບັນ ​ໂດຍ​ທ່ານ​ກ່າວ​ວ່າ: ທະນາຄານ​ແຫ່ງ ສປປ.ລາວ ​ໄດ້​ຈັດຕັ້ງປະຕິບັດ​ນະ​ໂຍບາຍ​ອັດ ຕາ​ແລກປ່ຽນ​ຕາມ​ກົນ​ໄກ​ຕະ ຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ເພື່ອ​ຮັກສາ​ອັດຕາ​ແລກປ່ຽນ​ໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ມາດ​ຕະການ​ແຊກ​ແຊງ​ເມື່ອ​ເຫັນ​ວ່າ​ຈຳ​ເປັນ ​ເພື່ອ​ຄວບ​ຄຸມ​ອັດຕາ​ແລກປ່ຽນ​ໃຫ້​ເໜັງ​ຕີງ​ຢູ່​ໃນ​ຂອບ​ບໍ່​ໃຫ້​ເກີນ 5% ທັງ​ຮັບປະກັນ​ຮັກສາ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ໃຫ້​ສາ ມາດກຸ້ມ​ການ​ນຳ​ເຂົ້າ​ໃຫ້​ໄດ້​ຫລາຍ​ກວ່າ 5 ​ເດືອນ.
         ​ຜູ້​ວ່າການ​ທະນາຄານ ​ແຫ່ງ ສປປ ລາວ ກ່າວ​ວ່າ: 2-3 ປີຜ່ານ ມາ,ທຫລ ສາມາດ​ຮັກສາ​ຄ່າ​ຂອງ​ເງິນ​ກີບ​ໃຫ້​ມີ​ຄວາມ​ໝັ້ນທ່ຽງ​ຕໍ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ສຳ ລັບ 6 ​ເດືອນ​ຕົ້ນສົກ​ປີ 2012-2013 ​ເຫັນ​ວ່າ:​ເງິນ​ກີບ​ມີ​ທ່າ​ອ່ຽງ​ແຂງ​ຄ່າ​ເຊິ່ງການ​ແຂງ​ຄ່າ​ຂອງ​ເງິນ​ກີບ​ເປັນ​ໄປ​ຕາມ​ທ່າ​ອ່ຽງລວມຂອງ​ເສດຖະກິດ​ການ​ເງິນ​ພາຍ​ໃນ ​ແລະ ສາກົນ ຍ້ອນ​ວ່າ​ມີ​ກະ​ແສ​ທຶນ​ໄຫລ​ເຂົ້າ​ໃນ​ຂົງ​ເຂດ​ພາກພື້ນອາຊີ​ຢ່າງ​ຫລວງຫລາຍ. ສະນັ້ນ ຈຶ່ງ​ເຮັດ​ໃຫ້​ເງິນຕາ​ຂອງ​
ບັນດາ​ປະ​ເທດ​ອາຊີ​ແຂງ​ຄ່າ​ຂຶ້ນ.ຍົກ​ຕົວຢ່າງ​ໃນ 6 ​ເດືອນ​ຕົ້ນປີ 2013 ທຽບ​ໃສ່ 6 ​ເດືອນ​ຕົ້ນ ປີ 2012 ຄື​ເງິນ​ບາດ​ແຂງ​ຄ່າ 2,67% ​ແລະ ​ເງິນ​ຢວນ​ແຂງ​ຄ່າ​ຂຶ້ນ 3,74% ທຽບ​ໃສ່​ເງິນ​ໂດ​ລາ, ​ເງິນ​ເອີ​ໂຣກໍ​ແຂງ​ຄ່າ​ເຊັ່ນ​ດຽວ​ກັນ​ເຖິງ 5,83%. ຢູ່​ປະ​ເທດ​​ເຮົາ,​ເງິນ​ກີບ​ແຂງ​ຄ່າ 2,41% ທຽບ​ໃສ່​ເງິນ​ໂດ​ລາ ​ແລະ ​ເງິນ​ກີບ​ຄ່າ​ແຂງ 0,25% ທຽບ​ໃສ່​ເງິນ​ບາດ ​ເຊິ່ງການ​ແຂງ​ຄ່າ​ດັ່ງກ່າວ​ແມ່ນ​ນອນ​ໃນ​ຂອບ​ຂອງ​ແຜນ ການ​ທີ່​ກຳນົດ​ໄວ້.ທະ ນາຄານ​ແຫ່ງ ສປປ ລາວ ​ໄດ້​ດຳ​ເນີນ​ນະ​ໂຍບາຍ​ອັດຕາ​ແລກປ່ຽນ​ຕາມ​ກົນ​ໄກ​ຕະຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ໂດຍ​ໃຫ້​ອັດຕາ​ແລກ ປ່ຽນ​ເງິນ​ກີບ​ທຽບ​ໃສ່​ເງິນ​ໂດ​ລາ​ຂຶ້ນ ​ແລະ ລົງ​ຕາມ​ສະພາບ​ຕະ ຫລາດ​ສາກົນ ​ແລະ ພາຍ​ໃນ​ປະ​ເທດ,​ ແຕ່​ມີ​ການ​ແຊກ​ແຊງ​ບາງ​ຄັ້ງ ​ເພື່ອ​ບໍ່​ໃຫ້​ອັດຕາ​ແລກປ່ຽນ​ຜັນ​ຜວນ ຈຶ່ງ​ເຮັດ​ໃຫ້​ອັດຕາ​ແລກ ປ່ຽນ​ໃນ​ໄລຍະ​ຜ່ານ​ມາ​ມີ​ຄວາມ​ສະຫງົບ​ປົກກະຕິ.
            ​ຜູ້​ວ່າທະນາຄານໄດ້​ຍົກ​ໃຫ້​ເຫັນ​ການ​ປະຕິບັດ​ນະ​ໂຍບາຍ​ອັດຕາ​ແລກປ່ຽນ​ຄື​ດັ່ງກ່າວ​ມີ​ຜົນ​ດີ ​ແລະ ຜົນ​ເສຍ​ຕໍ່​ລະບົບ​ເສດຖະ ກິດ​ວ່າ:ຜົນ​ດີ​ແມ່ນ​ໄດ້​ປະກອບ ສ່ວນ​ເຮັດ​ໃຫ້​ເສດຖະກິດ​ມະ​ຫາ​ພາກ​ມີ​ສະຖຽນ​ລະ​ພາບ,ການ​ລົງ ທຶນ​ຈາກ​ຕ່າງປະ​ເທດ ​ແລະ ພາຍ​ໃນ​ປະ​ເທດ​ມີ​ບັນຍາກາດ​ທີ່​ດີ,ສັງ ຄົມ​ມີ​ຄວາມ​ເຊື່ອ​ໝັ້ນຕໍ່​ຄ່າ​ເງິນ​ກີບ​ເຮັດ​ໃຫ້​ເສດຖະກິດ​ຂອງ​ປະ​ເທດ​​ເຕີບ​ໃຫຍ່​ຢ່າງ​ຕໍ່​ເນື່ອງໄດ້​ປະກອບ ສ່ວນ​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້ຢູ່​ໃນ​ລະດັບ​ຕ່ຳຍ້ອນ​ວ່າ​ປະ​ເທດ​ເຮົາ​ເປັນ​ປະ​ເທດ​ນຳ​ເຂົ້າສິນຄ້າ​ເພື່ອ​ການ​ລົງທຶນ,ວັດຖຸ​ດິບ,​ເຄື່ອງ​ກົນ​ຈັກ,​ເຕັກ​ໂນ​​ໂລ​ຊີ​ຕ່າງໆ ​ແລະ ນ້ຳ ມັນ​ເຊື້ອ​ໄຟ ​ເຊິ່ງ​ເປັນ​ສິນຄ້າ​ທີ່​ຈຳ​ເປັນ​ຕ້ອງ​ນຳ​ເຂົ້າມາ​ເພື່ອ​ພັດທະ ນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ມີ​ລາຄາ​ຖືກລົງ ​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້ສະ​ເລ່ຍຕ່ຳລົງ.ຕົວຢ່າງ​ຖ້າ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ແພງ​ຂຶ້ນຢູ່​ຕ່າງປະ​ເທດ ຫລື ລາຄາ​ນ້ຳມັນ​ເຊື້ອ​ໄຟ​ນຳ​ເຂົ້າແພງ​ຂຶ້ນຍ້ອນ​ອັດ ຕາ​ແລກປ່ຽນ​ອ່ອນ​ຄ່າ ຈະ​ເຮັດ​ໃຫ້​ລາຄາ​ໝວດ​ສິນຄ້າ​ປະ​ເພ​ດອື່ນ​ແພງ​ຂຶ້ນຕາມ​ມາ ​ແລະ ຈະ​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້ສູງ​ຂຶ້ນ,ໜີ້ສິນ​ຂອງ​ລັດຖະບານ​ຕໍ່​ຕ່າງປະ​ເທດ​ຕ່ຳລົງ​ໂດຍ​ປຽບທຽບ ຍ້ອນ​ວ່າ​ເມື່ອ​ລັດຖະບານ​ຕ້ອງການ​ຊຳລະ​ໜີ້​ໃຫ້​ຕ່າງປະ​ເທດຈະ​ນຳ​​ໃຊ້​ເງິນ​ກີບ​ຈຳນວນ​ໜ້ອຍ​ລົງ ​ເພື່ອ​ແລກ ປ່ຽນ​ເອົາ​ເງິນ​ໂດ​ລາ​ໄປ​ຊຳລະ​ໜີ້ ຕ່າງປະ​ເທດ,ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ເພີ່ມ​ຂຶ້ນຍ້ອນ​ວ່າ​ລາຍ​ຮັບ​ເປັນ​ເງິນ​ກີບ​ຂອງ​ພົນລະ​ເມືອງ​ລາວ​ ​ເມື່ອ​ຕີ​ລາຄາ​ເປັນ​ເງິນ​ໂດ​ລາ​ແລ້ວ​ມີ​ຈຳນວນ​ຫລາຍ​ຂຶ້ນ.ຂະ ນະ​ດຽວ​ກັນກໍ​ມີ​ຜົນ​ເສຍ​ຕາມ​ມາ ​ເຊິ່ງ ທຫລ ຮັບ​ຮູ້​ວ່າການ​ແຂງ​ຄ່າ​ຂອງ​ເງິນ​ກີບ​ອາດ​ມີ​ຜົນ​ກະທົບ​ຫລາຍ​ຂົງ​ເຂດເປັນຕົ້ນຕໍ​ຂົງ​ເຂດ​ການ​ສົ່ງ​ອອກ​ເຊັ່ນ:ທຸລະ​ກິດ​ຕັດ ຫຍິບ,ທຸລະ​ກິດ​ສົ່ງ​ອອກ​ກາ​ເຟສຳ​ເລັດ​ຮູບ, ສົ່ງ​ອອກ​ສິນຄ້າ​ກະສິກຳ​​ແປ​ຮູບ ​ແລະ ອື່ນໆ ເພາະ​ເຮັດ​ໃຫ້​ລາຍ​ຮັບ​ເປ​ັນ​ເງິນຕາ​ຕ່າງປະ​ເທດ ທີ່​ໄດ້​ມາ​ເມື່ອ​ປ່ຽນ​ມາ​ເປັນ​ເງິນ​ກີບ​ແລ້ວ​ໄດ້​ຈຳນວນ​ໜ້ອຍ​ລົງ.​ແນວ​ໃດ​ກໍ​ຕາມ,ໃນ​ນາມ​ຜູ້​ຮັບຜິດຊອບ​ດູ​ແລ​ຄ່າ​ເງິນ,ທະນາຄານ​ແຫ່ງ ສປປ ລາວ ​ເຫັນ​ວ່າ​ເມື່ອ​ສົມ​ທຽບ​ຜົນ​ໄດ້-ຜົນ​ເສຍ​​ໂດຍ​ລວມຕໍ່​ລະບົບ​ເສດຖະກິດ​ແລ້ວ,​ ການ​ແຂງ​ຄ່າ​ຂອງ​ເງິນ​ກີບ​ໃນ​ສະພາບ​ຜັນ​ຜວນ​ຄື​ແນວ​ນີ້ມີ​ຜົນ​ດີ​ຫລາຍ​ກວ່າ​ຜົນ​ເສຍ,​ ແຕ່​ສະພາບ​ການ​ແຂງ​ຄ່າ​ດັ່ງກ່າວ​ກໍ​ມີ​ຂອບ​ເຂດ​ເວລາ​ຂອງ​ມັນ ​ເມື່ອ​ເສດຖະກິດ​ການ​ເງິນ​ສາກົນ ແລະ ພາຍ​ໃນອຳນວຍ​ຄວາ​ມສະດວກ​ແລ້ວ, ທຫລ ຈະ​ຄວບ​ຄຸມ​ອັດຕາ​ແລກປ່ຽນ​ທີ່​ສົມ​ດູ​ນທີ່​ສຸດ ​ເພື່ອ​ໃຫ້​ທຸກ​ພາກສ່ວນ​ເສດຖະກິດ​ມີ​ຜົນ​ກະທົບ​ໜ້ອຍ​ທີ່​ສຸດ​.

No comments:

Post a Comment