ການພົບປະເພື່ອເຮັດວຽກຮ່ວມກັນລະຫວ່າງສະມາຄົມວິ
ຈິດສິນລາວ ນຳໂດຍທ່ານ ບຸນ ທ່ຽງ ສີລະປະພັນປະທານສະ ມາຄົມດັ່ງກ່າວ ແລະ ສະ ມາຄົມ ວິຈິດສິນຫວຽດນາມ
ນຳໂດຍ ທ່ານ ເຈິນ ແຄ໋ງເຈືອງ ປະທານ ສະ ມາຄົມດັ່ງກ່າວ ໄດ້ມີຂຶ້ນ ໃນ ເຊົ້າວັນທີ 11 ກໍລະກົດນີ້
ຢູ່ນະຄອນຫລວງ ວຽງຈັນ ພາຍຫລັງຄະນະໄດ້ເດີນທາງມາເຮັດວຽກ ແລະ ແລກປ່ຽນຢ້ຽມ ຢາມ ລາວ ລະຫວ່າງວັນທີ
10-15 ກໍລະກົດນີ້.
ໃນການພົບປະທີ່ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນນັ້ນ,
ສອງຝ່າຍໄດ້ຕີລາຄາສູງຕໍ່ຫມາກຜົນການພົວພັນຮ່ວມ ມືໃນປີຜ່ານມາ ເຊິ່ງສະແດງ ອອກໃຫ້ເຫັນສອງສະມາຄົມ ດັ່ງກ່າວ
ໄດ້ແລກປ່ຽນຢ້ຽມຢາມຖອດຖອນບົດຮຽນ, ຮ່ວມຈັດຕັ້ງ ວາງສະແດງ ແລະ ຊ່ວຍບັນດານັກວິຈິດສິນ ທັງຫລາຍສົ່ງປະຕິບັດໂຕຈິງສຳເລັດຫລາຍໂຄງການໂດຍສະເພາະແມ່ນບັນດາ
ກິດຈະກຳເພື່ອລະນຶກວັນເຊັນສົນ ທິສັນຍາມິດຕະພາບ ແລະ ຮ່ວມມືສອງປະເທດຄົບຮອດບ 35 ປີ ແລະ ວັນສ້າງຕັ້ງສາຍ
ພົວພັນການທູດລາວ- ຫວຽດນາມ 2012 ຢ່າງມີຜົນສຳເລັດ. ໃນການພົບປະຄັ້ງນີ້, ສອງຝ່າຍຍັງໄດ້ປຶກສາຫາລືແລກປ່ຽນບົດ
ຮຽນວິ ຊາການເພື່ອແນໃສ່ຍົກສູງຄຸນນະພາບຂອງ ການປະດິດແຕ່ງເພື່ອສ້າງພື້ນຖານໃຫ້ແກ່ຂະແຫນງ ວິຈິດສິນທັນສະ ໄຫມ,
ມີເອກະລັກສະເພາະຂອງຊາດ, ປະກອບສ່ວນເຂົ້າໃນການເພີ່ມທະວີຮັດແຫນ້ນສາຍພົວພັນມິດຕະພາບ ແລະ
ຄວາມເຂົ້າອົກ ເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ແລະ
ເວົ້າສະເພາະກໍແມ່ນສອງສະມາຄົມ ດັ່ງກ່າວໃຫ້ຫນັກແໜ້ນຍິ່ງຂຶ້ນ.
ໃນຕໍ່ຫນ້ານີ້, ສອງຝ່າຍຈະສືບຕໍ່ແລກປ່ຽນຢ້ຽມຢາມເພື່ອຊ່ວຍໃຫ້ບັນດານັກວິຈິດສິນເຫລ່ົານັ້ນ
ໄດ້ລົງພາກປະຕິບັດໂຕ ຈິງຫລາຍຂຶ້ນເພື່ອກະກຽມໃຫ້ແກ່ການເຂົ້າຮ່ວມກອງປະຊຸມໃຫຍ່ລະຫວ່າງສະມາຄົມວິຈິດສິນ
3 ປະເທດລາວ-ຫວຽດນາມ ແລະ ກຳປູເຈຍ ເຊິ່ງຈະມີຂຶ້ນໃນເດືອນພະຈິກ 2013 ນີ້ ຢູ່ນະຄອນຫລວງຮ່າໂນ້ຍ.
ໃນໂອກາດນີ້, ສະມາຄົມ ວິຈິດສິນຫວຽດ ນາມໄດ້ມອບປຶ້ມຕ່າງໆສຳລັບການຮຽນຮູ້ກ່ຽວກັບຂະແຫນງວິຈິດສິນ.
ພ້ອມນັ້ນຝ່າຍຫວຽດນາມ ໄດ້ເຫັນດີຮັບເອົານັກວິ ຈິດສິນຈຳນວນຫນຶ່ງໄປຖອດຖອນບົດຮຽນດ້ານສິລະປະການແກະສະຫລັກ
ແລະ ການປັ້ນຫລໍ່ອື່ນໆ.
ໃນໂອກາດຢ້ຽມຢາມລາວຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນຈັດວາງສະແດງຮູບແຕ້ມພາບພິມຂຶ້ນຢູ່ສະຖາບັນວິຈິດສິນບ້ານ
ເຈົ້າອານຸນະຄອນຫລວງວຽງຈັນ ໃນເຊົ້າມື້ດຽວກັນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າເປີດວາງສະແດງດັ່ງກ່າວ
ຂອງທ່ານ ສຈ.ດຣ. ບໍ່ ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ
ທ່ອງທ່ຽວ. ການ ວາງສະແດງດັ່ງກ່າວມີຮູບແຕ້ມພາບພິມ 36 ແຜ່ນຈາກນັກແຕ້ມຫວຽດນາມ ແລະ 21 ແຜ່ນ
ຈາກນັກແຕ້ມລາວທີ່ສະແດງ ໃຫ້ເຫັນເຖິງຄວາມງາມທັດສະນີຍະພາບຂອງທຳມະຊາດ, ແບບແຜນການດຳລົງຊີວິດຂອງປະຊາຊົນ,
ວັດທະນະທຳຂອງສອງ ປະເທດ ແລະ ນ້ຳໃຈສາມັກຄີພິ ເສດລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມນຳອີກ.

No comments:
Post a Comment