ວັນທີ 11 ກໍລະກົດນີ້ເຊິ່ງແມ່ນວັນປະຊາກອນໂລກແລະລາວກໍໄດ້ຈັດ
ພິທີສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນ ຢູ່ຫໍວັດທະ ນະທຳແຫ່ງຊາດພາຍໃຕ້ ຫົວຂໍ້ “ເພີ່ມທະວີໃສ່ໄວໜຸ່ມຍິງເພື່ອ
ອະນາຄົດທີ່ດີຂອງຊາດ” ໂດຍການ ເຂົ້າຮ່ວມຂອງທ່ານ ດຣ ຄຳລຽນ ພົນເສນາ ລັດຖະມົນດີຊ່ວຍວ່າການ
ແຜນການ ແລະ ການລົງທືນ, ທ່ານ ນາງ ເອສເຕີມຸຍ ຜູ້ຕາງໜ້າອົງການ ສະຫະ ປະຊາຊາດກອງທຶນສຳລັບປະຊາກອນປະຈຳລາວພ້ອມມພະນັ ກງານລັດຖະກອນ ແລະ ມວນຊົນ ເປັນຈຳນວນຫຼາຍ.
ໃນພິທີສະເຫຼີມສະຫຼອງ, ທ່ານ ດຣ ຄຳລຽນ ພົນເສນາ
ໄດ້ກ່າວວ່າ: ວັນປະຊາກອນໂລກແມ່ນວັນທີ 11 ກໍລະກົດ ຂອງ ທຸກໆປີ ແລະ ໄດ້ຖືເອົາວັນດັ່ງສະຈັດສະເຫຼີມສະຫຼອງທຸກໆ ປີເຊັ່ນດຽວກັນ,
ສຳລັບປີນີ້ຫົວຂໍ້ຂອງການສະເຫຼີມສະຫຼອງ ຢູ່ ລາວໄດ້ກຳນົດວ່າ: ເພີ່ມທະວີໃສ່ໄວໜຸ່ມຍິງເພື່ອ ອະນາຄົດທີ່ດີຂອງຊາດ.
ວັນປະຊາກອນໂລກປີນີ້ແມ່ນຄົບ ຮອບ 26 ປີ ເຊິ່ງໄດ້ບົ່ງບອກເຖິງ ຄວາມສຳຄັນໃນ ການ ເອົາໃຈໃສ່
ຕໍ່ປະຊາກອນຢູ່ໃນປະຊາຄົມ ໂລກລວມທັງສປປ ລາວ ແລະ ປີນີ້ແມ່ນ ມີຄວາມສຳຄັນຫຼາຍ
ເນື່ອງຈາກເປັນປີສຸດທ້າຍ
ຂອງ ການຈັດຕັ້ງປະຕິບັດແຜນດຳ ເນີງານຂອງກອງປະຊຸມສາ ກົນວ່າດ້ວຍປະ ຊາກອນ ແລະ ການພັດທະນາ
ແຕ່ປີ 1994 ຫາ ປີ 2014 ແລະ ການກ້າວສູ່ການເປັນ ປະຊົມຄົມອາຊຽນໃນປີ 2015 ເຊິ່ງ ພວກເຮົາຕ້ອງໄດ້ທົບທວນ
ຄືນຄວາມຄືບໜ້າ ແລະ ເພີ່ມທະວີຄວາມພະຍາຍາມ ເພື່ອຮັບປະກັນໄວໜຸ່ມລາວໂດຍສະເພາະ ໄວໜຸ່ມຍິງ
ແລະ ເດັກຍິງ ໃຫ້ສາມາດຕັດສິນບັນຫາຊີວິດຂອງເຂົາເຈົ້າບົນພື້ນຖານມີຄວາມຮັບຜິດຊອບ ແລະ ການສະໜັບ
ສະໜູນຊ່ວຍເຫຼີອທີ່ຈຳເປັນຈາກສັງຄົມໃນການປົກປ້ອງສິດຂອງພວກເຂົາ. ໃນປັດຈຸບັນ, ອັດຕາການຂະຫາຍາຍຕົວຂອງປະ
ຊາກອນໂລກແມ່ນນັບມື້ນັບເພື່ມຂື້ນ, ໃນຂະນະດຽວກັບກຳລັງແຮງ ງານແມ່ຍິງກໍເປັນສ່ວນໜຶ່ງທີ່ສຳຄັນທີ່ຄຽງບ່າຄຽງໄຫຼ່ກັບ
ເພດ ຊາຍໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດຕ່າງໆ. ສຳລັບຢູລາວຂອງເຮົາຈຳນວນອັດຕາປະຊາກອນ
ທີ່ມີອາຍຸຕ່ຳກວ່າ 25 ປີ ແມ່ນກວມ ເຖິງ 60% ຂອງຈຳນວນປະຊາ ກອນທົ່ວປະເທດໃນນັ້ນເຄິ່ງໜຶ່ງ
ແມ່ນເພດຍິງເຊິ່ງປະ ຊາກອນ ເຫຼົ່ານີ້ແມ່ນກຳລັງແຮງຕົ້ນຕໍໃນ ການພັດທະນາປະເທດຊາດ. ຊຸມປີຜ່ານມາ,
ລັດຖະບານລາວ ໄດ້ເອົາໃຈໃສ່ວາງແນວ ທາງນະໂຍບາຍຕ່າງໆໃນການພັດທະ ປະຊາກອນ ແລະ ມີຜົນສຳເລັດຫຼາຍດ້ານເຊັ່ນການໃຫ້ຂໍ້ມູນ
ຂ່າວສານການສຶກສາຕໍ່ເດັກ ຍິງ-ຊາຍ, ການສ້າງວຽກເຮັດງານທຳ, ການໃຫ້ບໍລິການສຸຂະພາບ ໂດຍສະເພາະຄວາມຮູ້ສຸຂະພາບຈະເລີນພັນໃຫ້ແກ່ນັກ
ຮຽນ, ຊົນນະບົດ ແລະ ຜູ້ທີ່ມາເຮັດວຽກນຳໂຮງຈັກໂຮງງານເຊິ່ງສາມາດສ້າງຄວນເຂັ້ມແຂງໃຫ້ແກ່ເດັກຍິງ
ແລະແມ່ຍິງໄດ້ດີ ພໍສົມຄວນ.
ທ່ານ ດຣ ຄຳລຽນ ກ່າວຕື່ມ ອີກວ່າ: ເຖິງຢ່າງໃດກໍດີ
ໃນທ່າມ ກາງຄວາມຄືບໜ້າດັ່ງກ່າວ, ສປປ ລາວ ກໍຍັງພົບພໍ້ສິ່ງທ້າ ທາຍຫຼາຍ ຢ່າງທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂ
ເຊັ່ນ:ອັດຕາການເກີດລູກຫລາຍ ໃນກຸ່ມໄວໜຸ່ມຍິງຈາກການແຕ່ງດອງໄວກ່ອນອັນ ຄວນ, ແມ່ຍິງ ເຖິງ
23% ທີ່ແຕ່ງດອງແລ້ວຕ້ອງການວາງແຜນຄອບຄົວແຕ່ຍັງບໍ່ ທັນເຂົ້າເຖິງການວາງແຜນເອົາລູກຫຼືກຳນົດ
ໄລຍະຫ່າງຂອງການຖືພາ, ຄວາມສ່ຽງໃນການຕາຍຂອງແມ່ຍັງຫລາຍໃນກຸ່ມໄວໜຸ່ມ. ເພື່ອແກ້ໄຂບັນຫາດັ່ງກ່າວ
ຈິ່ງຂໍຮຽກ ຮ້ອງທຸກພາກສ່ວນຕ້ອງໄດ້ສຸມໃສ່ຊອກຊ່ອງ ທາງເພື່ອເຮັດແນວໃດໃຫ້ກຸ່ມປະຊາກອນທີ່ເປັນໄວໜຸ່ມສາມາດ
ເຂົ້າເຖິງແຫຼ່ງຂໍ້ ມູູນຂ່າວສານ ແລະ ຄວາມຮູ້ພື້ນຖານກ່ຽວກັບບັນຫາສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວເພື່ອການພັດທະ ນາ. ພ້ອມດຽວກັນນັ້ນ
ຈະຕ້ອງໄດ້ເອົາໃຈໃສ່ຂອດປະສານງານລະຫວ່າງ, ກະຊວງ, ຂະແໜງການ ແລະ ພາກສ່ວນທີ່ກ່ຽວ ຂ້ອງອື່ນໆລວມທັງການສະໜັບສະໜູນທຶນຮອນແມ່ນມີຄວາມສຳຄັນຫຼາຍ,
ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ໄວໜຸ່ມທຸກຄົນຈົ່ງ ນຳເອົາເນື້ອໃນຂອງການ ສະ ເຫຼີມສະເຫຼີມໃນມື້ນີ້ໄປເປັນສິ່ງ
ກະຕຸກຊຸກຍູ້ໃນການພັດ ທະນາ ຕົນເອງ,ຄອບຄົວ ແລະພັດທະ ນາສັງຄົມໃຫ້ມີຄວາມສີວິໄລຂື້ນ ເທື່ອລະກ້າວ.

No comments:
Post a Comment