ກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ
ລາວ-ອິນໂດເນເຊຍ, ອິນໂດເນເຊຍ-ລາວ ຄັ້ງທີ 4
ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-12 ກໍລະກົດ 2013 ຢູ່ນະຄອນຫລວງວຽງຈັນ
ຊຶ່ງຝ່າຍລາວນຳໂດຍພະ ນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ,
ປະທານຄະນະກຳມາທິການຮ່ວມ ວ່າດ້ວຍການ ຮ່ວມມື ລາວ-ອິນໂດເນເຊຍ ແລະ ຝ່າຍອິນໂດເນເຊຍນຳໂດຍ
ພະນະທ່ານ ດຣ. ມາກຕີ ນາຕາເລກາວາ ລັດຖະ ມົນຕີວ່າການກະຊວງການຕ່າງປະເທດແຫ່ງສາ ທາລະນະລັດ
ອິນໂດເນເຊຍ,ປະທານຄະນະກຳມາທິການຮ່ວມຝ່າຍອິນໂດເນເຊຍ.
ໃນກອງປະຊຸມ,ທັງສອໃງຝ່າຍໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍຄັ້ງທີ
3 ໂດຍໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ:ສາຍພົວພັນມິດຕະພາບ
ແລະ ການຮ່ວມມືລະຫວ່າງສອງຝ່າຍ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນນັ້ນອັນທີ່ພົ້ນເດັ່ນແມ່ນໄດ້ແລກປ່ຽນການຢ້ຽມຢາມ
ເຊິ່ງກັນແລະ ກັນ ລະຫວ່າງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຄື ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ
ຄັ້ງທີ 19 ຂອງພະນະທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີແຫ່ງສປປລາວ ຢູ່ບາຫລີ
ໃນປີ 2011 ແລະ ຫລ້າສຸດກໍແມ່ນການຢ້ຽມຢາມທາງ
ລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາເຊັມ
ຄັ້ງທີ 9 ທີ່ ສປປ ລາວ ໄດ້ເປັນເຈົ້າພາບ ໃນວັນທີ 4-5 ພະຈິກ 2012ຜ່ານມາຂອງພະ
ນະທ່ານ ດຣ.ຊູຊີໂລ ບຳບັງ ຢຸດ ໂດໂຢໂນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ພ້ອມດ້ວຍພັນລະຍາ ແລະ ຄະນະຊຶ່ງເປັນເຫດການທີມີຄວາມ ໝາຍອັນສຳຄັນຢ່າງຍິ່ງໃນການສືບຕໍ່ຮັດແໜ້ນສາຍພົວພັນມິດ
ຕະພາບທີ່ເປັນມູນເຊື້ອ,ການຮ່ວມມືທີ່ເຕັມໄປດ້ວຍຄວາມສາມັກຄີຂອງທັງສອງປະເທດ
ໄດ້ຮັບການເພີ່ມທະວີ ແລະ ນັບມື້ນັບຍິ່ງແໜ້ນແຟ້ນຂຶ້ນກວ່າເກົ່າ.
ທັງສອງຝ່າຍກໍໄດ້ພ້ອມກັນຊົມເຊີຍບັນດາກະຊວງ
ແລະ ຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ທີ່ໄດ້ປະສານ ສົບທົບ ແລະ ຮ່ວມມືກັນຢ່າງໃກ້ຊິດເຮັດໃຫ້ບັນດາຂໍ້ຕົກລົງໃນບົດບັນທຶກກອງປະຊຸມຄັ້ງທີ
3 ໄດ້ຮັບການປະຕິບັດດ້ວຍຄວາມສຳເລັດເປັນຢ່າງດີ.ພ້ອມດຽວກັນນັ້ນ,ທັງສອງຝ່າຍກໍໄດ້ພ້ອມກັນວາງທິດທາງ
ແລະ ແຜນການຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນສະເພາະໜ້າສຳລັບສົກປີ
2014- 2015. ນອກຈາກນັ້ນ,ທັງສອງຝ່າຍໄດ້ແຈ້ງສະພາບການພັດທະ ນາເສດຖະກິດ-ສັງຄົມຂອງປະເທດຕົນໃຫ້ກັນຊາບ
ແລະ ແລກ ປ່ຽນຄຳຄິດຄຳເຫັນກ່ຽວກັບສະ ພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໂດຍສະເພາະໃນຂອບຂອງອາຊຽນ
ຊຶ່ງສອງຝ່າຍເຫັນດີເປັນເອກະພາບຈະຮ່ວມມືກັບ ປະເທດອາຊຽນອື່ນໆ ເພື່ອສ້າງປະຊາຄົມເສດຖະກິດອາຊຽນ
ໃຫ້ສຳເລັດພາຍໃນປີ 2015 ແລະ ຢືນຢັນຈະສືບຕໍ່ໃຫ້ ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ
ແລະ ກັນ ທັງຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ
ກໍຄືປະຊາຊົນສອງຊາດລາວ ແລະ ອິນໂດເນເຊຍ ໃຫ້ສູງຂຶ້ນກວ່າເກົ່າ.
ທັງສອງຝ່າຍໄດ້ຮັບຮອງເອົາບົດບັນທຶກກອງປະຊຸມ
ຄັ້ງທີ 4 ຂອງຄະນະກຳມະທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ
ແລະ ອິນໂດເນເຊຍ-ລາວ ຢ່າງເປັນເອກະພາບ ຊຶ່ງຖືໄດ້ວ່າເປັນພື້ນຖານອັນດີ ແລະ
ເປັນທິດທາງໃຫ້ແກ່ການເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ.
ໃນຕໍ່ໜ້າຝ່າຍລາວຈະຮ່ວມເຮັດວຽກຢ່າງສຸດຄວາມສາມາດຂອງຕົນ ກັບຝ່າຍອິນໂດເນເຊຍ
ເພື່ອຈັດຕັ້ງຜັນຂະຫຍາຍບົດບັນ ທຶກກອງປະຊຸມຂອງຄະນະກຳມະທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍໃນຄັ້ງນີ້
ໃຫ້ເກີດດອກອອກຜົນ ເພື່ອນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະ ຊາຊົນສອງຊາດໃຫ້ໄດ້ຫລາຍທີ່ສຸດ.
ກອງປະຊຸມໄດ້ດຳເນີນໄປ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ,
ເຂົ້າອົກເຂົ້າໃຈ ແລະ ໄດ້ອັດລົງດ້ວຍຜົນສຳເລັດ ຢ່າງຈົບງາມ. ສຳລັບກອງປະຊຸມຄະ
ນະກຳມະທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 5
ຈະຈັດຂຶ້ນໃນປີ 2014 ໂດຍອິນໂດເນເຊຍຈະເປັນເຈົ້າພາບ.
ໃນຕອນບ່າຍຂອງມື້ດຽວກັນ, ທ່ານ ບຸນຍັງ ວໍລະຈິດ
ຮອງປະທານປະເທດແຫ່ງ ສປປ.ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ
ດຣ.ມາກ ຕີ ນາຕາເລກາວາ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ
ອິນໂດເນເຊຍ ພ້ອມດ້ວຍຄະນະ ຢູ່ ທຳນຽບປະທານປະເທດ (ຫໍຄຳ) ໃນໂອກາດເດີນທາງມາຢ້ຽມ
ຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ
ລາວ-ອິນໂດເນເຊຍ ຄັ້ງທີ 4. ໃນໂອກາດນີ້, ຮອງປະທານປະ ເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ
ແລະ ຕີລາຄາສູງຕໍ່ທ່ານ ດຣ.ມາກຕີ ນາຕາເລກາວາ ແລະ ຄະນະ ທີ່ໄດ້ເດີນທາງ ມາຢ້ຽມຢາມ
ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ
ຄັ້ງທີ 4 ທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້ຊຶ່ງຈະເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ
ແລະການຮ່ວມມື ລະຫວ່າງ ສອງ ປະເທດ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ທ່ານ ດຣ.ມາກຕີ ນາຕາເລ ກາວາ ກໍໄດ້ສະແດງຄວາມຂອບໃຈຕໍ່ຮອງປະທານປະເທດ
ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ພ້ອມທັງໄດ້ລາຍງານກ່ຽວກັບຈຸດປະສົງຂອງການຢ້ຽມຢາມ
ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ຮອງປະທານປະເທດຊາບ ໂດຍສະເພາະການມາເຂົ້າຮ່ວມກອງປະຊຸມຄະນະກຳມະທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ອິນໂດເນເຊຍ
ຄັ້ງທີ 4 ທີ່ທັງສອງຝ່າຍໄດ້ປືກສາຫາ ລື ແລະ ວາງທິດທາງແຜນການຮ່ວມມືຊ່ວຍເຫລືອເຊິ່ງກັນ
ແລະ ກັນ ໃນສະເພາະໜ້າສຳລັບສົກປີ 2014-2015 ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ
ກໍຄື ປະຊາ ຊົນສອງຊາດ ລາວ- ອິນໂດເນເຊຍໃຫ້ສູງຂຶ້ນກວ່າເກົ່າ.

No comments:
Post a Comment