ພິທີຕ້ອນຮັບຄະນະນັກສຶກສາການແພດ ຈຳນວນ
251 ຄົນ ຈາກມະຫາວິທະຍາໄລວິທະຍາ ສາດການແພດ ເພື່ອລົງຊ່ວຍຮາກຖານບ້ານ 117 ບ້ານ
ໃນນະ ຄອນຫລວງວຽງຈັນ ເພື່ອສະກັດກັ້ນ ແລະ ຕ້ານການລະບາດຂອງໄຂ້ເລືອດອອກ ໄດ້ມີຂຶ້ນໃນວັນທີ
6 ກໍລະກົດນີ້ ຢູ່ໂຮງໝໍ 150 ຕຽງ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ບຸນລາຍ ພົນມະສັກ
ຫົວໜ້າກົມພະຍາດຕິດ ຕໍ່ກະຊວງສາທາລະນະສຸກ, ທ່ານ ຮອງສາສະດາຈານ ວັນລຽນ ຮອງອະທິການບໍດີ
ແລະ ຄູອາຈານໂຮງຮຽນມະ ຫາວິທະຍາໄລດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລາຍ.
ການລົງຮາກຖານດັ່ງກ່າວກໍເພື່ອແນໃສ່ຊ່ວຍພະແນກສາທາ
ລະນະສຸກນະຄອນຫລວງຊອກຫາວິທີໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ເລືອດອອກທີ່ພວມລະບາດຢ່າງຮ້າຍແຮງຢູ່ຫລາຍເຂດແຂວງໃນປັດຈຸບັນ
ໂດຍສະເພາະແມ່ນ 117 ບ້ານໃນ 7 ເມືອງທີ່ພວມໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ
ຄືເມືອງໄຊທານີ, ຫາດຊາຍຟອງ, ນາຊາຍທອງ, ສີໂຄດຕະບອງ, ໄຊເສດຖາ, ຈັນທະບູລີ
ແລະ ເມືອງສີສັດຕະນາກ ຈະມີກຳນົດເວລາ 15 ມື້ ຄືເລີ່ມແຕ່ວັນທີ 8-23 ກໍລະກົດນີ້
ແລະ ຕະຫລອດໄລຍະເວລາການດັ່ງກ່າວ ແມ່ນຈະໄດ້ລົງກວດກາຕາມບ້ານເຮືອນ ແລະ ສຶກສາອົບຮົມສຸຂະອະ
ນາໄມ ແລະ ຄຳຂວັນ 5 ປ ທີ່ກະຊວງສາທາລະນະສຸກວາງອອກໃຫ້ແກ່ປະຊາຊົນໄດ້ຮັບຮູ້
ແລະ ສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ.

No comments:
Post a Comment