ຕາມການລາຍງານຂອງຂະ ແໜງຄຸ້ມຄອງຊັບພະຍາກອນປ່າ
ໄມ້ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດ ລ້ອມ ປະຈຳແຂວງຄຳ ມ່ວນ ໃນວັນທີ 10 ກໍລະກົດນີ້ວ່າ:
ໃນລະຫວ່າງການ ເຄື່ອນໄຫວສຳຫລວດ ແລະ ກວດກາປ່າສະ ຫງວນ, ປ່າປ້ອງກັນໃນໄລຍະ 6 ເດືອນຕົ້ນປີ,
ເຈົ້າໜ້າທີ່ປ່າໄມ້ແຂວງຄຳມ່ວນສາມາດກວດພົບ ແລະ ຢຶດຂອງກາງທີ່ນຳໃຊ້ ເຂົ້າໃນການບຸກລຸກປ່າໄມ້ຢ່າງຜິດກົດໝາຍຂອງພວກກຸ່ມ
ຄົນບໍ່ດີປະເພດ ຈັກຕັດໄມ້ (ຈັກສະ ຕິນ), ລົດຂົນສົ່ງໄມ້ ແລະ ໄມ້ຜິດ ກົດໝາຍຈຳນວນໜຶ່ງ.
ທ່ານ ສີສົມພອນ ສຸດທິຈັກ ຫົວ ໜ້າຂະແໜງຄຸ້ມຄອງຊັບພະຍາ
ກອນປ່າໄມ້ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ເປີດເຜີຍສະພາບ ຄວາມເປັນຈິງໃນການປະຕິບັດ
ມາດຕະການຕໍ່ຜູ້ລັກລອບຕັດໄມ້, ເຄື່ອນຍ້າຍ ແລະ ຄ້າຂາຍໄມ້ ແບບຜິດກົດໝາຍວ່າ: ເລີ່ມແຕ່ ຕົ້ນເດືອນມັງກອນ
2013 ໄດ້ກວດ ກາລາດຕະເວນ, ສະກັດກັ້ນການບຸກລຸກປ່າ ສະຫງວນ, ປ່າປ້ອງ ກັນຕ່າງໆ ເຊິ່ງສາມາດກວດພົບ
ຈັກຕັດໄມ້ (ຈັກສະຕິນ) ຈຳນວນ 43 ເຄື່ອງ, ລົດຂົນສົ່ງໄມ້ 17 ຄັນ, ຢຶດໄມ້ຫວງຫ້າມ ແລະ ໄມ້ຄຸ້ມ
ຄອງ ເປັນຕົ້ນໄມ້ຂະຍຸງ, ໄມ້ດູ່, ໄມ້ແຕ້, ໄມ້ແຄນ, ໄມ້ຍາງ ແລະ ໄມ້ອື່ນໆ ຈຳນວນ 235 ແມັດ
ກ້ອນ.
ຫົວໜ້າຂະແໜງຄຸ້ມຄອງຊັບ ພະຍາກອນປ່າໄມ້ ຍັງແຈ້ງໃຫ້ຮູ້
ຕື່ມອີກວ່າ: ເພື່ອຢັ້ງຢືນເຖິງຜົນ ງານຂອງພະນັກງານໃນຂະ ແໜງ ຂອງຕົນ, ໃນໂອກາດສະ ຫລອງວັນອະນຸລັກສັດນ້ຳ-ສັດ
ປ່າ ໃນວັນທີ 13 ກໍລະກົດນີ້ ແມ່ນ ໄດ້ສ້າງຂະບວນການ ແລະ ສົ່ງ ພະນັກງານວິຊາການລົງເຜີຍແຜ່
ລະບຽບກົດໝາຍຕ່າງໆກ່ຽວກັບ ການປົກປັກຮັກສາປ່າໄມ້, ການ ປົກປັກຮັກສາສັດນ້ຳ-ສັດປ່າໃນ ແຕ່ລະເມືອງ
ແລະ ກຸ່ມບ້ານ ຕ່າງໆ ທັງນີ້ກໍເພື່ອເຮັດໃຫ້ປະຊາ ຊົນບັນດາເຜົ່າໄດ້ຮູ້ຈັກການຮັກ ສາປ່າໄມ້,
ຮັກສາທຳ ມະຊາດ ແລະ ສັດສານາໆພັນໃຫ້ມີຄວາມ ຍືນຍົງຕະຫລອດໄປ.
No comments:
Post a Comment