ສະພາບສັງຄົມໃນປັດຈຸບັນ ປ່ຽນແປງໄປ, ແຕ່ເຮົາຈະເຮັດ
ແນວໃດ ເພື່ອນຳໃຊ້ການປ່ຽນ ແປງດັ່ງກ່າວເກີດປະໂຫຍດ ໂດຍສະເພາະຕໍ່ກັບເດັກ ນ້ອຍ, ເຍົາວະ ຊົນທີ່ຫຼາຍຄົນເອີ້ນພວກເຂົາວ່າ:
“ອະນາຄົດຂອງຊາດ”, ແຕ່ຖ້າອະນາຄົດຂອງຊາດ ຂາດຄວາມເຂັ້ມແຂງ, ປະເທດຊາດອ່ອນເພຍໄປ ນຳນັ້ນເຮົາຈະເຮັດແນວໃດ ຈະກະກຽມການສ້າງອະນາຄົດຂອງຊາດ ໃຫ້ເຂັ້ມແຂງ. ນີ້ຈຶ່ງເປັນບັນຫາທີ່ພວກເຮົາຈະຕ້ອງໄດ້ຄິດ
ແລະ ມີວິທີການ ໂດຍໄວເພື່ອຈະຕອບຄຳຖາມວ່າ: ແມ່ນໃຜຈະ ສ້າງເຂົາ ແລະ ຈະສ້າງວິທີໃດ. ອັນນີ້ແມ່ນບັນຫາຂອງພວກເຮົາ
ເຊິ່ງອາດເລີ່ມຕົ້ນຈາກຄອບຄົວ, ໂຮງຮຽນ ແລະ ແບບຢ່າງທີ່ດີ ທາງສັງຄົມ.
ຖ້າເວົ້າເຖິງຄອບຄົວ ທຳອິດກໍ ອາດຈະແມ່ນຜູ້ເປັນພໍ່ເປັນແມ່ນັ້ນ
ມີຄວາມພ້ອມພຽງໃດ ໂດຍສະເພາະບັນຫາລູກເຕົ້າ ເກີດເຂົາເຈົ້າ ມາແລ້ວຈະ ມີພັນທະຕໍ່ເຂົາແນວໃດ
?, ບາງຄອບຄົວບໍ່ໄດ້ຄຳນຶງເຖິງຄວາມພ້ອມດ້ານນີ້ລູກທີ່ເກີດມາກໍກາຍ ເປັນຄົນບໍ່ໄດ້ຮັບຄວາມອົບອຸ່ນ
ແລະ ສັ່ງສອນຈາກ ຄອບ ຄົວພໍ່ແມ່ ແລະ ເລື່ອງອະນາຄົດຂອງເຂົາເຈົ້າຈະເປັນແນວໃດ ?.
ຄວາມພ້ອມຂອງຄອບຄົວຕົ້ນຕໍກໍອາດເປັນຂອງຫົວໜ້າ ຄອບຄົວ
ເຊິ່ງຕ້ອງເປັນຕົວຢ່າງທີ່ດີຕໍ່ລູກ ແລະ ພ້ອມທີ່ຈະເລີກ ຈາກຄວາມບໍ່ດີງາມ ຫັນມາເຮັດວຽກງານຫາເງິນລ້ຽງຄອບຄົວ
ແລະ ເບິ່ງແຍງສັ່ງສອນລູກເຕົ້າໃຫ້ມີຄວາມສຸກ ແລະ ຜູ້ເປັນ ແມ່ພ້ອມທີ່ຈະເປັນແມ່ເຮືອນ ແລະ
ແມ່ທີ່ດີ ຂອງລູກ ຈຶ່ງຈະຊ່ວຍໃຫ້ລູກເປັນຄົນດີ, ມີຄວາມຮູ້ຄວາມສາມາດໄດ້ ໝາຍວ່າ: ຕ້ອງການ
ໃຫ້ລູກໄດ້ຮັບຄວາມອົບອຸ່ນຈາກຄອບຄົວໄດ້ ເຂົ້າສຶກສາ ຮ່ຳຮຽນ ແລະ ຮູ້ຊັກຊວນລູກມາຮຽນຮູ້ ຮ່ວມກັນ
ເດັກຈະ ໄດ້ຄິດຕາມ, ເຮັດຕາມ ຖ້າພໍ່ເປັນຄົນມັກອ່ານ ໜັງສື ລູກກໍຈະເປັນຄົນມັກອ່ານ ໜັງສື
ເພາະລູກຈະເບິ່ງພໍ່ເປັນ ແບບ, ແມ່ເຮັດ ວຽກບ້ານການ ເຮືອນເກັ່ງ ລູກສາວກໍຈະເກັ່ງ ເໝືອນແມ່
ແລະ ຈະກາຍເປັນ ແມ່ທີ່ດີໃນອະນາຄົດ.
ການມີແບບຢ່າງທີ່ດີ ຍ່ອມດີ ກວ່າການສອນແຕ່ປາກພຽງ
ຢ່າງດຽວແນ່ນອນ. ສະນັ້ນ ແບບ ຢ່າງທີ່ດີຈຶ່ງມີຄວາມຈຳເປັນທີ່ ສຸດຕໍ່ຄອບຄົວ ແລະ ສັງຄົມ.
No comments:
Post a Comment