ວັນທີ
12 ກໍລະກົດນີ້, ບໍລິສັດ ອີທີແອວມະຫາຊົນໄດ້ຈັດພິທີສຸ່ມຫາຜູ້ໂຊກດີຈາກໂຄງການ ແຈກ ໂຊກ
3 ຊັ້ນພາກທີ 2ປະຈຳເດືອນ, ງວດ 3 ຢູ່ສຳນັກງານໃຫຍ່ຂອງ ຕົນ ບ້ານສາຍລົມ ເມືອງ ຈັນທະບູ ບີ
ນະຄອນຫຼວງວຽງຈັນ, ເຂົ້າຮ່ວມໃນພິທີ ດັ່ງກ່າວມີທ່ານ ສີສະຫວາດ ອິນທະວົງ ກຳ ມະການຜູ້ບໍລິຫານດ້ານທຸລະກິດບໍລິ
ສັດອີທີແອລມະຫາຊົນ, ທ່ານ ຄຳ ພອນດວງ ເດດ ຫົວໜ້າພະ ແນກບໍລິການອີທີແອລ, ພ້ອມດວ້ຍພະນັກງານອີທີແອວ
ແລະ ລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
ສຳລັບລາງວັນທີ່ນຳມາ ສຸ່ມມອບໃຫ້ລູກຄ້າຜູ້ໂຊກດີຄັ້ງນີ້
ປະກອບມີ ລົດເກງ ຊູຊຸກິ ຈຳນວນ 2 ລາງວັນ, ໂທລະ ສັບມືຖື Iphone 5 ຈຳນວນ 5 ລາງວັນ, ຄອມພິມເຕີ Notebook+ AirCard ຈຳນວນ
5 ລາງ ວັນ,ຕູ້ນ້ຳຮ້ອນ- ເຢັນ ຈຳ ນວນ 15 ລາງວັນ,ເຕົາ ໄມໂຄຣເວັບຈຳນວນ 20 ລາງ ວັນ, ໝໍ້ແດງຈຳນວນ
35 ລາງ ວັນ, ເຄືອງປັ່ນໝາກໄມ້ຈຳນວນ 40 ລາງວັນ ແລະ ຄັນຮົ່ມ ໃຫຍ່ຈຳ ນວນ 50 ລາງວັນ,ສຳລັບຜູ້ໂຊກ
ດີໄດ້ຮັບລາງວັນດັ່ງກ່າວທາງ ອີທີແອລຈະຕິດຕໍ່ກັບພາຍຫຼັງ. ໂຄງການດັ່ງກ່າວນີ້ແມ່ນໄດ້ເລີ່ມ
ປະຕິບັດ ມາຕັ້ງແຕວັນທີ 1 ເມສາ ຫາ 30 ມິຖຸນາ 2013 ເຊິ່ງປະກອບ ມີ ໂຊກຊັ້ນທີ 1 ແມ່ນ ໂຊກປະຈຳ
ອາທິດ,ໂຊກຊັ້ນທີ 2 ແມ່ນໂຊກປະ ຈຳເດືອນ ແລະ ໂຊກຊັ້ນທີ 3 ແມ່ນການສະສົມການໂທອອກ ຄົບທຸກໆ
15.000 ກີບ ແມ່ນຈະໄດ້ ຮັບສິດຊິງໂຊກ 1 ຄັ້ງ ລວມຂອງ ລາງວັນທັງໝົດຫຼາຍກວ່າ 1.500 ລາງວັນ
ແລະ ການສຸ່ມຫາຜູ້ ໂຊກ ດີຄັ້ງນີີ້ກໍເປັນຄັ້ງສຸດທ້າຍຄືຜູ້ໂຊກດີ ປະຈຳ 3 ເດືອນມອບໂຊກຊັ້ນທີ
3 .
ໃນໄລຍະຜ່ານມາອີທີແອລ ໄດ້ມອບລາງວັນໃຫ້ແກ່ລູກຄ້າຜູ້ໂຊກດີປະຈຳອາທິດ
ແລະ ປະຈຳເດືອນໄປແລ້ວຢ່າງຫຼວງຫຼາຍທັງຢູ່ນະຄອນ ຫຼວງວຽງຈັນ ແລະ ຕ່າງແຂວງ ແລະ ໄດ້ແຈ້ງເບີໂທ ລະສັບຂອງຜູ້ໂຊກດີໄປແລ້ວໂດຍຜ່ານທາງໂທລະ
ພາບ, ວິທະຍຸໜັງສີພິມ ແລະ ຕິດຕໍ່ຫາຜູ້ໄດ້ ຮັບລາງວັນໂດຍກົງ.

No comments:
Post a Comment