Ad

Ad

15 July 2013

ທະນາຄານແຫ່ງ ສປປ.ລາວ ຈະພະຍາຍາມຊອກກົນໄກເພື່ອປັບອັດຕາດອກເບ້ຍເງິນກູ້ໃຫ້ຕຳ່ລົງ



       ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ກ່າວ​ວ່າ: ຈະພະຍາຍາມ​ຊອກ​ຫາ​ກົນ​ໄກ ​ເພື່ອ​ປັບ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ໃຫ້​ຕ່ຳລົງ​ອີກ​ໃນຕໍ່ໜ້າ ຫລັງ​​ສະມາຊິກ​ສະພາ​ແຫ່ງ​ຊາດ​ຈຳນວນ​ບໍ່ໜ້ອຍ​ເຫັນ​ວ່າ: ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ທີ່​ທະນາ ຄານ​ໄດ້​ກຳນົດ​ໃນ​ປັດຈຸບັນ​ສູງ​ຫລາຍ ອາດ​ເຮັດ​ໃຫ້​ປະຊາຊົນ​ບໍ່​ສາມາດ​ເຂົ້າ​ເຖິງ​ແຫ​ລ່ງທຶນ​ທີ່​ຈະ​ນຳ​ມາ​ເຮັດ​ການ​ຜະລິດ ​ເພື່ອ​ຫລຸດ​ພົ້ນຄວາມທຸກ​ຍາກ​ໄດ້.
         ທ່ານ ສົມ​ພາວ ​ໄພສິດ ຜູ້​ວ່າ ການ​ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ຕອບ​ຂໍ້​ຊັກ​ຖາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ວ່າ: ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ສູງ​ຄື​ໃນ​ປັດຈຸບັນ​ຈະ​ຊ່ວຍ​ປະຊາຊົນ​ກູ້​ຢືມ​ໄດ້​ບໍ່ ? ​ແລະ ທະນາຄານ​ນະ​ໂຍບາຍ​ປ່ອຍ​ເງິນ​ກູ້​ເຂົ້າ​ໃນ​ເມືອງ​ເປົ້າໝາຍ​ທຸກ​ຍາກ​ ​ແຕ່​ປະຊາຊົນ​ໃນ​ເມືອງ​ບໍ່​ທຸກ​ຍາກ​ກໍ​ຍັງ​ມີ​ປະຊາຊົນ​ທຸກ​ຍາກ​ຢູ່ ທະນາຄານ​ນະ​ໂຍບາຍ​ຈະ​ໃຫ້​ກູ້​ໄດ້ ຫລື​ ບໍ່ ? ​ເຊິ່ງສອງ​ບັນຫາ​ດັ່ງ ກ່າວ, ​ຜູ້​ວ່າການ​ທະນາຄານ ​ໄດ້​ຊີ້​ແຈງ​ວ່າ: ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ມີ 2 ລະບົບ ຄື​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ຕາມ​ກົນ​ໄກ​ຕະຫລາດ ​ແມ່ນ​ມີ​ຕົ້ນທຶນ​ເງິນ​ຝາກ​ໃນ​ລະ​ດັບ 8-9%, ຍັງ​ມີຄ່າ​ບໍລິຫານ​ຂອງ​ທະ ນາຄານ ​ແລະ ຄ່າ​ໃຊ້​ຈ່າຍ​ອື່ນໆ​ອີກ. ດັ່ງນັ້ນ ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ຢູ່​ໃນ​ລະດັບ 13-14% ຕໍ່​ປີ ​ເຫັນ​ວ່າ​ອັດຕາ​ດັ່ງກ່າວ​ຍັງ​ສາມາດ​ຮັບ​ໄດ້ ​ເຊິ່ງສະ​ແດງ​ອອກ​ໜີ້​ເສຍ​ຂອງ​ລະບົບ​ທະນາຄານ​ຍັງ​ຢູ່​ໃນ​ລະດັບ 2% ​ເຫັນ​ວ່າ​ຫົວໜ່ວຍ​ທຸລະ​ກິດ​ຍັງ​ຮັບ​ເອົາ​
ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ນີ້​ໄດ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ທະ ນາຄານ​ຈະ​ພະຍາຍາມ​ຫລຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ບໍລິຫານ​ລົງ ​ເພື່ອ​ເຮັດ​ໃຫ້​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ດັ່ງ ກ່າວ​ຫລຸດ​ລົງ ​ແລະ ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ນະ​ໂຍບາຍ ​​ໃນ​ໄລຍະ ສັ້ນ​ແມ່ນ 5% ຕໍ່ປີ, ​ໄລຍະ​ກາງ 6% ຕໍ່​ປີ ​ແລະ ​ໄລຍະ​ຍາວ 7% ຕໍ່​ປີ ​ໂດຍ​ຜ່ານ​ທະນາຄານ​ນະ​ໂຍບາຍ ​ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ ປະຕິບັດ 7%, 8% ​ແລະ 10% ຕໍ່​ປີ​ຕາມ​ລຳ ດັບ. ປັດຈຸບັນ,​ ທະນາ ຄານ​ນະ​ໂຍບາຍ​ໄດ້​ດຳ​ເນີນ​ມາ 5-6 ປີ​ແລ້ວ ​ໄດ້​ມີ​ຄວາມ​ພະຍາຍາມ​ຂະຫຍາຍ​ເຄືອ​ຂ່າຍ​ຂອງ​ຕົນ​ໄດ້ 10 ສາຂາ ​ແລະ 64 ໜ່ວຍ​ບໍລິການ ​ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ເປົ້າໝາຍ​ທີ່​ກຳນົດ​ໄວ້. ສຳລັບ​ປະຊາຊົນ​ທຸກ​ຍາກ​ທີ່ຢູ່​ໃນ​ເມືອງ​ບໍ່​ທຸກ​ຍາກ, ທະນາຄານ​ນະ​ໂຍບາຍ​ຈະ​​ໄດ້​ປັບປຸງ ​ແລະ ຖອດ​ຖອນ​ບົດຮຽນ ​ເພື່ອ​ຂະຫຍາຍ​ຕາ ໜ່າງ ​ແລະ ຄວາມ​ສາມາດ​ຕົວ​ຈິງ​ຂອງ​ທະນາຄານ​ນະ​ໂຍບາຍ ​ແລະ ຈະ​ຄົ້ນຄວ້າ​ການ​ສະໜອງ​ສິນ​ເຊື່ອ​ໃຫ້​ປະຊາຊົນ​ທຸກ​ຍາກ​ທີ່ຢູ່​ນອກ​ເມືອງ​ເປົ້າໝາຍ​ໃຫ້​ໄດ້​ໃນຕໍ່ໜ້າ​ນີ້.

No comments:

Post a Comment