ໃນວັນທີ 12 ກໍລະກົດນີ້,ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ວັດທະ ນະທຳ-ສັງຄົມໄດ້ລົງ ຢ້ຽມຢາມ ຄົນເຈັບເປັນໄຂ້ຍຸງລາຍ(ໄຂ້
ເລືອດອອກ)ທີ່ເຂົ້າຮັບການປິ່ນ ປົວຢູ່ໂຮງໝໍມະໂຫສົດ ນະຄອນ ຫລວງວຽງຈັນ ແລະ ໄດ້ຮັບການ ຕ້ອນຮັບຈາກທ່ານ
ສຈ. ດຣ. ເອກສະຫວ່າງ ວົງວິຈິດລັດຖະມົນຕີ ວ່າການກະຊວງສາທາລະນະສຸກ, ທ່ານ ດຣ ບຸນທະພານີ
ບຸນຊ່ວຍ ຜູ້ອຳ ນວຍການໂຮງໝໍມະໂຫສົດ ພ້ອມ ພະນັກງານທີ່ກ່ຽວຂ້ອງ.
ຜູ້ອຳນວຍການໂຮງໝໍມະ ໂຫສົດລາຍງານວ່າ: ສະພາບຄົນ
ເຈັບເປັນໄຂ້ເລືອດອອກທີ່ເຂົ້າ ນອນປິ່ນປົວຢູ່ໂຮງໝໍດັ່ງ ກ່າວແຕ່ ວັນທີ 1-11 ກໍລະກົດ
2013 ມີ 435 ຄົນ, ເຈັບໜັກ 51 ຄົນ, ເສຍຊີວິດ 2 ຄົນ. ໂຮງໝໍມະໂຫສົດໄດ້ມີການກຽມຄວາມພ້ອມ
ໃນການຮັບມືກັບພະຍາດ ໄຂ້ເລືອດອອກໂດຍໄດ້ແຕ່ງຕັ້ງ ແລະ ມອບໝາຍໃຫ້ພະແນກ ແລະ ໜ່ວຍງານ ຕ່າງໆ
ພ້ອມບຸກຄະລາກອນ ເຊັ່ນ: ພະແນກກວດເຂດນອກ, ພະ ແນກສຸກເສີນ, ພະແນກຊຶມເຊື້ອຜູ້ໃຫຍ່, ພະແນກຟື້ນຟູຊີບຜູ້ໃຫຍ່,
ພະແນກ ຊຶມເຊື້ອເດັກ ແລະ ໂພຊະນາການ, ພະແນກເດັກລວມ, ພະແນກ ຟື້ນຟູຊີບເດັກ ແລະ ພະແນກຄລີນິກສາກົນ.
ພ້ອມນີ້ກໍໄດ້ມີການອົບຮົມໃຫ້ທ່ານໝໍ, ພະຍາບານ ແລະ ນັກສຶກສາໃນການຄຸ້ມຄອງ, ກໍລະນີບົ່ງມະຕິ
ແລະ ປິ່ນປົວໃຫ້ຈະ ແຈ້ງທັງມີປະສິດທິພາບ ເພື່ອໃຫ້ມີການເສຍຊີວິດໜ້ອຍທີ່ສຸດ, ມີການຈັດຕັ້ງເວນຍາມຂອງພະນັກງານ ແພດ-ໝໍຕະຫລອດ
24 ຊົ່ວໂມງ, ພ້ອມທັງອຳນວຍຄວາມສະດວກຂອງຝ່າຍບໍລິຫານຄືການສະໜອງອຸປະກອນທີ່ຈຳເປັນຢາ, ເຄມີເປັນຕົ້ນ.
ໂອກາດນີ້, ຮອງນາຍົກ ລັດຖະມົນຕີ ອາຊາງ ລາວລີ
ໄດ້ ສະແດງຄວາມຊົມເຊີຍຕໍ່ຜູ້ອຳນວຍການໂຮງໝໍ ກໍຄືພະນັກ ງານແພດ-ໝໍທັງໝົດ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການກຽມຄວາມພ້ອມເພື່ອຮັບມືການລະບາດຂອງພະຍາດໄຂ້ຍຸງຢ່າງທັນ
ການໃນຕະຫລອດໄລຍະຜ່ານມາເຊິ່ງສະແດງ ອອກໃນການທີ່ມີຄົນເຈັບ 400 ກວ່າຄົນ, ແຕ່ມີຜູ້ເສຍຊີວິດພຽງສອງຄົນ.
ຢ່າງ ໃດກໍຕາມ, ທ່ານໄດ້ເນັ້ນໜັກໃຫ້ການນຳ ແລະ ພະນັກງານແພດ-ໝໍ ທຸກຄົນ ສືບຕໍ່ຮັບໃຊ້ບໍລິການປະຊາຊົນຄົນເຈັບໃຫ້ດີກວ່າ
ເກົ່າເພື່ອປ້ອງກັນບໍ່ໃຫ້ມີຜູ້ເສຍຊີວິດ ຫລື ຖ້າມີກໍໃຫ້ມີໜ້ອຍທີ່ສຸດ ແລະ ສິ່ງສຳຄັນໃຫ້ກະ ຊວງສາທາລະນະສຸກ
ແລະ ໂຮງ ໝໍເອົາໃຈໃສ່ໂຄສະນາສຸຂະ ສຶກສາໃຫ້ຫລາຍຕື່ມໃຫ້ປະຊາຊົນຮັບຮູ້ວິທີການປ້ອງກັນ ແລະ
ທຳລາຍແຫລ່ງກຳເນີດ ຂອງຍຸງລາຍ,ທັງມີການກະກຽມ ແລະ ສະໜອງອຸປະກອນການແພດໃນການປິ່ນປົວໃຫ້ທັນການ.
ເມື່ອທ້າຍອາທິດຜ່ານມາ, ກະຊວງສາທາລະນະສຸກ
ກໍໄດ້ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບສະພາບການລະບາດຂອງພະຍາດໄຂ້ເລືອດອອກໃນຂອບເຂດທົ່ວປະເທດ
ເຊິ່ງມາຮອດປັດຈຸບັນມີຜູ້ຕິດເຊື້ອຫລາຍກວ່າ 20 ພັນກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ
69 ຄົນ (ຕາມໂຕເລກວັນທີ 5 ກໍລະກົດ 2013), ຕໍ່ສະພາບການລະບາດຂອງເຊື້ອພະຍາດດັ່ງກ່າວ,
ກະ ຊວງສາທາລະນະສຸກ ຈຶ່ງຂໍການຊ່ວຍເຫລືອງົບປະມານສຸກເສີນຈາກລັດຖະບານຜ່ານສະພາ
ເພື່ອຈັດຊື້ອຸປະກອນອັນຈຳເປັນ ເພື່ອຕ້ານການລະບາດຂອງພະຍາດດັ່ງກ່າວ ແລະ ຂໍການຮ່ວມມືກັບສະມາຊິກສະພາແຫ່ງຊາດຊ່ວຍປຸກລະດົມປະຊາ
ຊົນຕື່ນໂຕທຳລາຍແຫລ່ງແພ່ພັນຂອງຍຸງລາຍ ເຊິ່ງເປັນພາຫະນຳເຊື້ອຢ່າງແຂງແຮງໃນແຕ່ລະທ້ອງຖິ່ນ.
ກະຊວງສາທາລະນະສຸກ ລາຍງານວ່າ: ໄຂ້ເລືອດອອກແມ່ນໜຶ່ງໃນບັນດາພະຍາດຕິດຕໍ່ບູລິມະສິດ
ທີ່ກະຊວງສາທາລະ ນະສຸກໄດ້ເອົາໃຈໃສ່ເປັນພິເສດ ໂດຍໄຂ້ເລືອດອອກເກີດຍ້ອນຍຸງລາຍເປັນໂຕພາຫະນຳພາເຊື້ອຍຸງລາຍໃຊ້ເວລາ
7 ມື້ ຈາກການໄຂ່ຫາການກາຍເປັນໂຕແກ່ ແລະ ມີອາຍຸ 30 ມື້, ໄຂ່ 4 ຄັ້ງໆລະ
60-100 ໜ່ວຍ ສາມາດບິນໄດ້ໄກປະມານ 200 ແມັດ,
ແຫລ່ງທີ່ຍຸງລາຍມັກໄຂ່ໃສ່ແມ່ນໄຫນ້ຳ, ຖາດໃສ່ນ້ຳຮອງຕູ້ອາຫານ, ອ່າງ
ນ້ຳ, ໂຖດອກໄມ້, ຟຸ້ຍເຂົ້າທີ່ບໍ່ປິດຟາ ແລະ ພາຊະນະທີ່ສາມາດເກັບນ້ຳດົນກວ່າ
7 ມື້.
ອົງການອະນາໄມໂລກ ລະ ບຸວ່າ: ໄຂ້ເລືອດອອກໄດ້ເພີ່ມຂຶ້ນ
ທຸກປີ ແລະ ມີຜູ້ຕິດເຊື້ອເກືອບ 100 ລ້ານຄົນ ແລະ ເສຍຊີວິດຫລາຍກວ່າ 20 ພັນຄົນ
ແລະ ພະຍາດດັ່ງກ່າວຖືກຈັດຢູ່ໃນບັນຊີ 17 ພະຍາດເຂດຮ້ອນທີ່ບໍ່ໄດ້ຖືກເອົາໃຈໃສ່ເທົ່າ
ທີ່ຄວນ.
ສຳລັບການລະບາດຂອງ ພະຍາດໄຂ້ເລືອດອອກຢູ່ລາວ,
ປີ ນີ້ມີອັດຕາສ່ວນເພີ່ມຂຶ້ນ 3 ທົບ ເມື່ອທຽບໃສ່ການລະ ບາດໃນປີ 2012 ຜ່ານມາ ທີ່ມີຜູ້ເສຍຊີວິດ
22 ຄົນ. ຈາກສະພາບຄວາມຮຸນແຮງ ແລະ ອັນຕະລາຍຄືດັ່ງກ່າວ ກະຊວງສາທາ ລະນະສຸກຈຶ່ງມີຄຳສັ່ງ
ໃຫ້ສາທາລະນະສຸກທົ່ວປະເທດ ເພີ່ມຄວາມຮັບຜິດຊອບ ແລະ ເອົາ ໃຈໃສ່ປ້ອງກັນ ແລະ ຄວບຄຸມ ພະຍາດດັ່ງກ່າວ
ໂດຍລະດົມການມີສ່ວນຮ່ວມຂອງທຸກພາກສ່ວນ ໃນການສະກັດກັນ ແລະ ຕອບໂຕ້ ການລະບາດເປັນຕົ້ນ ໄດ້ແຕ່ງ
ແພດຊ່ຽວຊານຈາກສູນກາງລົງ ຊ່ວຍບັນດາແຂວງທີ່ມີອັດຕາ ການຕາຍຫລາຍ, ຈັດສົ່ງນັກສຶກສາແພດລົງໄປປະຈຳ
ຢູ່ໂຮງໝໍແຂວງ, ເມືອງ, ສຸກສາລາ ເພື່ອຊ່ວຍປິ່ນປົວແລະທຳລາຍແຫລ່ງແພ່ພັນ. ແນວໃດກໍຕາມ, ເພື່ອໃຫ້ການສະກັດກັ້ນ
ແລະ ຕ້ານການລະບາດຂອງພະຍາດໄຂ້ເລືອດອອກມີປະສິດທິຜົນກວ່າເກົ່າ, ກະຊວງສາທາລະນະສຸກຈຶ່ງສະເໜີຕໍ່ສະພາຂໍງົບ
ປະມານໃນການຕ້ານການລະບາດເພື່ອຊື້ອຸປະກອນຈຳເປັນເປັນຕົ້ນຢາຊາຍອາເບດ, ຈັກພົ່ນຢາ ແລະ ຢາພົ່ນ
ຂ້າຍຸງລາຍ. ຂະ ນະດຽວກັນກໍສະເໜີໃຫ້ລັດຖະບານຊ່ວຍຊຸກຍູ້ອຳ ນາດການປົກຄອງທ້ອງຖິ່ນ, ສະມາຊິກສະພາຊ່ວຍຊຸກຍູ້ປະຊາຊົນທຳ
ລາຍ ແຫລ່ງແພ່ພັນຂອງຍຸງລາຍໃນແຕ່ລະທ້ອງຖິ່ນໃຫ້ມີປະສິດທິຜົນກວ່າເກົ່າ.

No comments:
Post a Comment