ທ່ານ ບຸນໂຮມ ເຮືອງ ສະຫວັດ ຫົວໜ້າພະແນກຊັບ
ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມນະຄອນຫລວງ ວຽງຈັນ ກ່າວວ່າ: ສັດນ້ຳ ແລະ ສັດປ່າມີຄວາມສຳຄັນ
ຍິ່ງຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນເພື່ອສົ່ງເສີມການລ້ຽງ, ການຂະ ຫຍາຍພັນ ແລະ ການນຳໃຊ້ສັດນ້ຳ
ແລະ ສັດ ປ່າຢ່າງຍາວນານ ໂດຍບໍ່ໃຫ້ມີຜົນກະທົບຕໍ່ທຳມະຊາດ, ຖິ່ນທີ່ຢູ່ອາໄສ, ຈຳກັດ ການຫລຸດລົງ
ແລະ ການສູນພັນຂອງສັດເຫລົ່ານີ້ຕ້ອງມີການປຸກລະດົມປວງຊົນທັງຊາດໃຫ້ເຫັນໄດ້ເຖິງຄວາມສຳຄັນ ເຊີດຊູ
ສະຕິຮັກ, ຫວງແຫນ, ຖະໜອມ ແລະ ເປັນເຈົ້າການເຂົ້າຮ່ວມໃນການຄຸ້ມຄອງ, ກວດກາ, ອະນຸລັກຮັກສາ
ແລະ ນຳໃຊ້ສັດ ນ້ຳ-ສັດປ່າ ແບບຍືນຍົງແນໃສ່ຮັກສາຄວາມອຸດົມສົມບູນ, ຄວາມ ສົມດູນຂອງລະບົບນິເວດໃນທຳມະຊາດ
ປະກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນ, ເປັນທ່າແຮງໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ.
ການຄຸ້ມ ຄອງ ແລະ ການປົກປັກຮັກສາສັດນ້ຳ-ສັດປ່າແບບຍືນຍົງ ຈຶ່ງກາຍເປັນໜ້າທີ່ສຳຄັນ ແລະ
ຮີບດ່ວນ ຂອງມວນມະນຸດ, ສະນັ້ນ ໄລຍະຜ່ານມາລັດຖະບານຈຶ່ງໄດ້ມີມາດຕະການເຂັ້ມງວດເ ພື່ອຕ້ານການທຳ ລາຍສັດນ້ຳ-
ສັດປ່າແບບດັບສູນແນໃສ່ບໍ່ໃຫ້ສັດດັ່ງ ກ່າວສູນຫາຍໄປຈາກທຳມະຊາດໂດຍສະເພາະກົດໝາຍວ່າດ້ວຍສັດນ້ຳ-
ສັດປ່າ ເຊິ່ງໄດ້ມີຂໍ້ ຫ້າມລ່າສັດນ້ຳ-ສັດປ່າ ໃນເຂດສະ ຖານທີ່ຫວງຫ້າມ, ເຂດອະນຸລັກພັນສັດໃນລະດູຂະຫຍາຍພັນ,
ສັດຖືພາ ແລະ ລ້ຽງລູກນ້ອຍ.
ສະເພາະປີນີ້, ນະຄອນ ຫລວງວຽງຈັນ ມີແຜນການຈະ
ປ່ອຍປາລົງສູ່ທຳມະຊາດໃຫ້ໄດ້ ຢ່າງໜ້ອຍ 300.000 ໂຕ, ໃນນັ້ນ ເມືອງນາ ຊາຍທອງ 50.000 ໂຕ, ເມືອງຫາດຊາຍຟອງ
30.000 ໂຕ, ເມືອງໄຊເສດຖາ 30.000 ໂຕ, ເມືອງສີ ໂຄດຕະບອງ 30.000 ໂຕ, ເມືອງປາກງື່ມ
20.000 ໂຕ, ເມືອງ ສັງທອງ 20.000 ໂຕ ແລະ ເມືອງ ຈັນທະບູລີ 15.000 ໂຕ. ໃນວັນ ທີ 13 ກໍລະກົດ
2013 ເຊິ່ງເປັນວັນ ປ່ອຍປາ ແລະ ວັນອະນຸລັກສັດ ນ້ຳ-ສັດປ່າແຫ່ງຊາດ, ອຳນາດການປົກຄອງ ເມືອງໄຊທານີ
ນະຄອນຫລວງວຽງຈັນ ຮ່ວມກັບກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມໄດ້ຈັດ ພິທີປ່ອຍປາ
ຈຳນວນ 100.000 ໂຕ ລົງສູ່ທຳມະຊາດນ້ຳງື່ມ ເຂດ ບ້ານໄຮ່ (ທ່າງ່ອນ) ໂດຍ ມີທ່ານ ສຸກັນ ມະຫາລາດ
ເຈົ້າຄອງນະຄອນ ຫລວງວຽງຈັນ, ທ່ານ ດຣ. ເພັດ ພົມພິພັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ-ປ່າໄມ້,
ທ່ານ ມີສະຫວັດ ວິທະໄຊ ລັດຖະມົນຕີຊ່ວຍວ່າການກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,
ພ້ອມດ້ວຍບັນດາການນຳເມືອງໄຊ ທານີ ແລະ ປະຊາ ຊົນບັນດາເຜົ່າເຂົ້າຮ່ວມ.
ໃນໄລຍະຜ່ານມາ, ນະຄອນ
ຫລວງວຽງຈັນ ກໍໄດ້ເອົາໃຈໃສ່ ຈັດກິດຈະກຳ ໃນວັນອະນຸລັກສັດ ນ້ຳ-ສັດປ່າຢ່າງຕໍ່ເນື່ອງ ແລະ
ກວ້າງຂວາງ. ນັບແຕ່ປີ 1997- 2012 ສາມາດປ່ອຍສັດນ້ຳ
ແລະ ສັດປ່າໄດ້ທັງໝົດ 16 ລ້ານກວ່າ ໂຕ. ໃນໂອກາດວັນສຳຄັນດັ່ງ
ກ່າວນີ້ ທ່ານ ບຸນໂຮມ ເຮືອງສະ ຫວັດ ຍັງໄດ້ຮຽກຮ້ອງ ພະນັກ ງານ-ລັດຖະກອນ, ທະຫານ- ຕຳ ຫລວດ,
ພໍ່ຄ້າຊາວຂາຍ ຕະ ຫລອດເຖິງນັກທຸລະກິດ ແລະ ພໍ່ ແມ່ປະຊາຊົນບັນ ດາເຜົ່າ, ຊາວ ຕ່າງດ້າວ ທີ່ດຳລົງຊີວິດຢູ່ນະ
ຄອນຫລວງວຽງຈັນ ຈົ່ງຮັບຮູ້ ແລະ ມີສ່ວນຮ່ວມໃນການຮັກສາ ແນວພັນສັດນ້ຳ-ສັດປ່າ ທີ່ໃກ້ຈະສູນພັນ ໄປຈາກທຳມະ
ຊາດ, ຮ່ວມ ແຮງຮ່ວມໃຈກັນ ປ່ອຍສັດນ້ຳ- ສັດປ່າ ຄືນສູ່ທຳມະຊາດ ແລະ ພ້ອມກັນປະຕິບັດຄຳຂວັນວ່າ:
“ບໍ່ຈັບ-ບໍ່ຂ້າ, ບໍ່ຄ້າ-ບໍ່ຂາຍ ສັດປ່າ ແລະ ພ້ອມກັນຖືເອົາວັນ ທີ 13 ກໍລະກົດ ເປັນວັນບຸນປະເພນີຕະ
ຫລອດໄປ”.

No comments:
Post a Comment