Ad

Ad

15 July 2013

ສະຫລອງວັນກຳເນີດກິລາກາຍະກຳແຫ່ງຊາດລາວຄົບຮອບ 47 ປີ



            ຕອນເຊົ້າວັນທີ 13 ກໍລະກົດ 2013 ທີ່ເດີ່ນພະທາດຫລວງນະຄອນຫລວງວຽງຈັນ, ກະ ຊວງສຶກສາທິການ ແລະ ກິ ລາ ຮ່ວມກັບນະຄອນຫລວງວຽງຈັນ ຈັດກິດຈະກໍາອອກກໍາລັງກາຍ ສະຫລອງວັນກໍາເນີດກິລາກາຍະກໍາລາວ ຄົບຮອບ 47 ປີ (13/7/1966-13/7/2013) ໄປພ້ອມໆກັບ ບັນດາແຂວງ ໃນທົ່ວປະເທດ ໂດຍມີທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນ ຕີ, ທ່ານ ດຣ. ພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະ ຄອນຫລວງວຽງຈັນ, ບັນດາລັດຖະມົນຕີວ່າການ- ຊ່ວຍວ່າການ, ບັນດາທູຕານຸທູດ ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງ ປະເທດ, ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າ ຮ່ວມຫລາຍພັນຄົນ.    
           ທ່ານ ສຸກັນ ມະຫາລາດ ໄດ້ກ່າວວ່າ: ວັນກໍາເນີດກິລາກາຍະກໍາແຫ່ງຊາດລາວປີນີ້ ໄດ້ກົງກັບຫລາຍໆວັນສໍາຄັນ ຂອງຊາດພ້ອມນີ້ ກໍພໍດີຖືກກັບວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 104 ປີ ແລະ ກໍຖືກກັບວັນປ່ອຍປາ, ວັນ ອະນຸລັກ ສັດນໍ້າ-ສັດປ່າແຫ່ງຊາດ ສະນັ້ນຈຶ່ງເຮັດໃຫ້ ວັນນີ້ເປັນວັນໜຶ່ງທີ່ມີຄວາມ ໝາຍຄວາມສໍາຄັນຍິ່ງຂອງປະເທດຊາດ ກໍຄືຂອງນະຄອນຫລວງວຽງຈັນ. ຕະຫລອດໄລຍະ
ຜ່ານມາພັກ-ລັດຖະບານໄດ້ ໃຫ້ຄວາມສໍາຄັນ ແລະ ຕີລາຄາສູງຕໍ່ວຽກ ງານກິລາກາຍະກໍາຂອງລາວ ທີ່ໄດ້ຈັດຕັ້ງເຄື່ອນໄຫວມາດົນນານ ແລະ ຕິດພັນກັບຂະບວນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດນັບທັງການປະຕິບັດແນວທາງການຕ່າງປະ ເທດອັນສະເໝີຕົ້ນສະເໝີປາຍຂອງພັກ-ລັດຖະບານ ຄື ແນວທາງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມືພັດທະນາວຽກງານກິລາກາຍະກໍາ ທີ່ໄປຄຽງຄູ່ກັບການ ເຕີບໃຫຍ່ຂະຫຍາຍຕົວທາງເສດຖະກິດ - ສັງຄົມ ຂອງປະເທດຊາດພວກເຮົາພ້ອມນີ້ກໍແມ່ນວຽກງານໜຶ່ງນການພັດທະນາ ຊັບພະຍາກອນມະນຸດ, ສ້າງຊາວໜຸ່ມ, ເຍົາວະຊົນໃຫ້ມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີສະຕິປັນຍາທີ່ສະຫລາດຫລັກແຫລມ ຫ່າງຈາກສິ່ງເສບຕິດ.    
            ໃນໂອກາດນີ້, ທ່ານ ສຸກັນ ມະຫາລາດ ຍັງໄດ້ຮຽກຮ້ອງທຸກພາກສ່ວນ ຈົ່ງສືບຕໍ່ໃຫ້ການນໍາພາ, ຊຸກຍູ້, ຊ່ວຍເຫລືອສ້າງເງື່ອນໄຂໃຫ້ ວຽກງານກິລາກາຍະກໍາຂອງລາວເຕີບໃຫຍ່ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

No comments:

Post a Comment