ວັນທີ 15 ກໍລະກົດນີ້ຢູ່ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ
ຂອງສະພາບການລະ ບາດຂອງພະຍາດໄຂ້ເລືອດອອກໃນຂອບເຂດທົ່ວປະເທດ, ຊິ່ງເຫັນວ່າການລະ ບາດຂອງພະຍາດດັ່ງກ່າວ
ນັບມື້ມີທ່າອ່ຽງເພີ່ມ ຂື້ນຢ່າງໜ້າ ເປັນຫ່ວງ ແລະ ຍັງບໍ່ມີທ່າທີວ່າຈະຫຼຸດ ລົງ ຊຶ່ງຈຳເປັນຕ້ອງໄດ້
ຮຽກຮ້ອງໃຫ້ທຸກຊັ້ນຄົນຢູ່ໃນສັງຄົມຈົນໄດ້ມີສ່ວນຮ່ວມໃນການສົມທົບທືນ ວັດຖຸປັດໃຈໃຫ້ການສະໜັບສະໜູນໃນການກຳຈັດ
ແລະ ຕ້ານການລະບາດຂອງພະຍາດດັ່ງກ່າວໃຫ້ ຖືກດັບສູນໂດຍ ໄວ.
ກອງປະຊຸມພາຍໃຕ້ການ ເປັນປະທານຂອງ ທ່ານ ສາດສະ
ດາຈານ ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າ
ການກະຊວງສາທາລະນະສຸກ,ມີບັນດາ ຫົວໜ້າກົມ,ຮອງກົມ,ພ້ອມຕົວ ແທນຈາກຫົວໜ່ວຍທຸລະກິດເຂົ້າຮ່ວມເປັນຈຳນວນ
ຫຼາຍນັ້ນ, ທ່ານລັດຖະມົນຕີໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນອັນຮີບດ່ວນຂອງການຄວບຄຸມ, ກຳຈັດການລະບາດຂອງພະ
ຍາດໄຂ້ເລືອດອອກທົ່ວປະເທດໃນປັດຈຸບັນຊຶ່ງມັນໄດ້ຮຽກຮ້ອງເຖິງກຳລັງແຮງງານແພດອາສາສະໝັກ ແລະ
ປັດໄຈທີ່ຈ ຳ ເປັນໃນການໃຊ້ຈ່າຍຕ້ານກັບພະຍາດດັ່ງກ່າວນັບວ່າ: ຍັງມີຄວາມຂາດເຂີນຫຼາຍສົມຄວນ,
ເນື່ອງຈາກວ່າຜ່ານມາລັດຖະບານ ໄດ້ອະນຸມັດງົບປ ະມານແຮ່ສຸກເສີນເພື່ອການເຝົ້າລະວັງ ແລະ ຕ້ານພະຍາດດັ່ງກ່າວພຽງໄລຍະສັ້ນ,
ໂດຍບໍ່ຄິດວ່າພະຍາດ ດັ່ງ ກ່າວຈະລະບາດແກ່ຍາວມາ ເປັນເວລາ ຫຼາຍເດືອນ, ຍ້ອນເຫດຜົນດັ່ງກ່າວທາງກະຊວງສາທາ
ລະນະສຸກໂດຍໄດ້ຮັບການມອບ ໝາຍຈາກລັດຖະບານຈື່ງ ໄດ້ຂໍຄວາມຮ່ວມມືຈາກທຸກພາກ ສ່ວນໃນທົ່ວສັງຄົມໂດຍສະເພາະບັນດາຫົວໜ່ວຍທຸລະກິດ, ຕະຫຼອດ ເຖິງຊາວຄ້າຂາຍໃນທົ່ວປະເທດຈົ່ງໄດ້ພ້ອມພຽງສາມັກຄີອຸປະຖຳຊຸກຍູ້,
ໃຫ້ກຳລັງໃຈຕໍ່ແພດອາສາສະໜັກທີ່ກຳລັງເຮັດໜ້າທີ່ປະຈັນບານຕ້ານກັບການລະບາດຂອງພະຍາດໄຂ້ເລືອດອອກຢູ່ຕາມທ້ອງຖິ່ນຕ່າງໆຈົນກວ່າພະ ຍາດດັ່ງກ່າວສະ
ຫງົບລົງ.
ຂ່າວໃຫ້ຮູ້ອີກວ່າໃນມື້ດຽວ ກັນກະຊວງສາທາລະນະສຸກ
ແລະ ມະຫາວິທະຍາ ໄລວິທະຍາ ສາດສຸຂະພາບ ໄດ້ຮ່ວມ ກັບບ້ານນາສ້ຽວ, ເມືອງນາ ຊາຍທອງ, ນະຄອນຫຼວຽວຽງຈັນ,
ເປີດຂະບວນການຮວ່ມແຮງຮ່ວມໃຈກຳຈັຍຸງລາຍ ເພື່ອຕ້ານ ພະຍາດໄຂ້ເລືອດອອກຂື້ນ, ຢູ່ບ້ານດັ່ງກ່າວ
ໂດຍມີນັກສຶກສາອາສາສະໝັກຈຳນວນ 35 ຄົນ ແລະ ອຳນາດການປົກຄອງພ້ອມ ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼາຍ.
ໃນທິທີເປີດຂະບວນຂະບວນ ທ່ານ ດຣ ພອນປະເສີດ
ອຸນາພົມ ຮອງຫົວໜ້າສາທາລະນະສຸກນະຄອນຫຼວງວຽງຈັນ ມີ ຄຳເຫັນວ່າ: ການເປີດຂະບວນການທຳລາຍແຫຼ່ງເພາະພັນຍຸງ
ລາຍຢູ່ ບ້ານນາສ້ຽວໃນຄັ້ງນີ້ເປັນ ຄັ້ງທຳອິດຈາກການມີສ່ວນ ຮ່ວມຂອງນັກສຶກສາມະຫາວິທະຍາໄລວິທະຍາສາດສຸຂະພາບ,
ເປັນການທຳລາຍໜອງນ້ຳແບບໜ້າກະດານ, ແຕ່ຫົວບ້ານຫາ ຫາງບ້ານໂດຍໃຫ້ນັກສຶກສາດັ່ງກ່າວ ເຂົ້າຫາທຸກຄອບຄົວເພື່ອປຸກລະດົມໃຫ້ປະຊາຊົນປະຕິບັດຕາມຫຼັກອະນາໄມ
3 ສະອາດ ແລະ ສ້າງຂະບວນອະໄມຊຸມຊົນໃຫ້ປະຕິບັດຕາມຄຳຂັວນ 5 ປໍທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ
ເຊັ່ນ: 1 ປິດຝາພາຊະນະທີເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ ໃສ່, 2 ປ່ຽນນ້ຳໃນພາຊະນະເຊັ່ນ
ເຕົ້າດອກໄມ້, ນ້ຳ ຮອງຕີນຕູ້, ຖ້ານຮອງຈອກນ້ຳ, 3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ. 4 ປັບປຸງ
ການອະນາ ໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ, ກະປ່ອງ, ຢ່າງຕີນລົດເກົ່າທີມີນ້ຳຂັງ,
5 ປະຕິບັດໃຫ້ເປັນນິດໃສປະຈຳທຸກໆອາທິດຖ້າເປັນໄຂ້ໃຫ້ໄປພົບ ແພດໝໍດ່ວນ, ຖ້າຫາກທຸກຄົນເຮັດໄດ້ຕາມຄຳຂວັນດັ່ງກ່າວຖືວ່າມີສ່ວມຮ່ວມໃນການຕ້ານກັບພະຍາດດັ່ງກ່າວກ
ຳຈະເປັນ ສ່ວນສຳຄັນໃນການກຳຈັດໄຂ້ເລືອດອອກໃຫ້ໝົດໄປ
ທ່ານ ດຣ ພອນປະເສີດ,ຍັງ ໃຫ້ຮູ້ອີກວ່າ:ປັດຈຸບັນຢູ່ທົ່ວປະ
ເທດເຮົາໄດ້ມີການລະບາດຂອງພະຍາດໄຂ້ເລືອດອອກ ຢ່າງໜັກ, ໂດຍສະເພາະຢູ່ນະຄອນຫຼວງ ວຽງຈັນມີຜູ້ເປັນໄຂ້ເລືອດອອກ
ແລ້ວ 3 ພັນກວ່າກໍລະນີ ແລະເສຍ ຊີວິດ ແລ້ວ 17 ຄົນ,ສ່ວນບ້ານນາ ສ້ຽວເປັນບ້ານ ອັນດັບທີ
4 ຂອງ ການລະບາດຢູ່ເມືອງນາຊາຍ ທອງ,ດັ່ງນັ້ນຈຶ່ງ ໄດ້ເປີດຂະບວນ ການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ຫຼຸດລົງໂດຍໄວ.

No comments:
Post a Comment