Ad

Ad

16 July 2013

ເຈົ້າຫນ້າທີ່ຈະລາຈອນໃຊ້ຄວາມພະຍາຍາມແກ້ໄຂບັນຫາລົດແອອັດຕາມເສັ້ນທາງ



           ຕາມບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2013 ສະເພາະທາງດ້ານວຽກງານຈະລາຈອນ ເປັນຕົ້ນແມ່ນການແກ້ໄຂສະພາບ ການຈະລາຈອນແອອັດ ແລະ ຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນທາງ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ໃຊ້ທຸກຄວາມພະຍາຍາມປະຕິບັດໜ້ ທີ່ວຽກງານ ຂອງຕົນຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດໃນຫຼາຍດ້ານ ທີ່ສຳຄັນຊຶ່ງສະແດງອອກດັ່ງນີ້.
          ນັບແຕ່ເດືອນ ມັງກອນ ຫາ ວັນທີ 1 ກໍລະກົດກອງພັນຈະລຈອນ ໄດ້ຈັດຕັ້ງໜ່ວຍໂຄສະນາ ລົງເຄື່ອນໄຫວຕາມ ສາຍທາງ, ໝູ່ບ້ານ, ສຳນັກ ງານອົງການ, ໂຮງຮຽນ, ຝຶກອົບຮົມສອບເສັງຂັບຂີ່, ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງສອບ ເສັງ, ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍ, ລະບາຍການສັນຈອນຕາມເສັ້ນທາງ ແລະ ຕາມສະຖານທີ່ຊຸມຊົນ: ຄິວລົດ, ຕະຫຼາດ, ໂຮງຮຽນ ເພື່ອຫຼຸດຜ່ອນຄວາມແອອັດໃນການສັນຈອນ ໂດຍສະເພາະໃນຍາມເຂົ້າການ, ເລີກການ ແລະ ງານສຳ ຄັນຕ່າງໆໄດ້ສະດວກຄ່ອງຕົວ, ໄດ້ອອກກວດກາອາທິດຈະລາຈອນຕາມເສັ້ທາງທາງ, ຕົ້ນຕໍແມ່ນການກວດກາ, ການສຶກສາ ອົບຮົມຜູ້ໃຊ້ລົດໃຊ້ຖະໜົນໃຫ້ເຄົາລົບ, ປະຕິບັດລະບຽບການສັນຈອນ ຢ່າງເຂັ້ມງວດ ຊຶ່ງຜ່ານການກວດກ າພົບຜູ້ລະເມີດ ກົດຈະລາຈອນ 8 ພັນກ່ວາຄົນ, ຍິງ 2 ພັນຄົນ, ໄດ້ສຶກສາອົບຮົມກັບທີ່ 2 ພັນຄົນ, ໄດ້ດຳເນີນມາດຕະການປັບ ໃໝ ແລະ ໄດ້ກັກ ລົດ ຈັກ 689 ຄັນ, ລົດຈຳໂບ້ 4 ຄັນ, ລົດຈັກດັດ ແປງສະພາບ 134 ຄັນ, ບໍ່ມີປ້າຍທະບຽນ 86 ຄັນ, ບໍ່ຖືເອກະສານ 469 ຄັນ ແລະ ກັກຕົວຜູ້ຝ່າ ຝືນປະພຶດບໍ່ຖືກຕ້ອງ 8 ຄົນ ເປັນຕົ້ນແມ່ນພວກເຄື່ອນໄຫວຊີງຊັບພົນລະເມືອງ, ຊື້ຂາຍຢາເສບ ຕິດ ແລະ ໄດ້ຢຶດຂອງກາງຢາບ້າ 595 ເມັດ ພ້ອມອາວຸດອີກຈຳນວນໜຶ່ງເພື່ອດຳເນີນ ຄະດີ.

           ຄຽງຄູ່ກັບການປະຕິບັດວຽກງານດັ່ງກ່າວ ກອງບັນຊາ ການ ປກສ ນະຄອນຫຼວງວຽງຈັນ ໄດ້ສຶກສາອົບຮົມກຳລັງທີ່ ປະຕິບັດໜ້າທີ່ຕາມ ຈຸດ, ຕາມປ້ອມໃຫ້ມີລະບຽບວິໄນ, ມີມະນຸດສຳພັນທີ່ດີເພື່ອຕີຖອຍສຽງຈົ່ມວ່າຂອງສັງຄົມ, ຄຽງຄູ່ກັນນີ້ ຕໍ່ກຳລັງທີ່ເຮັດໜ້າທີ່ດຳເນີນແກ້ໄຂ ອຸປະຕິເຫດຕ້ອງເຮັດຖືກຕ້ອງຕາມແຜນນະໂຍບາຍພັກ-ລັດ, ລະບຽບກົດໝາຍ ແລະ ຖືກ ຕາມຫຼັກວິຊາວສະເພາະເພື່ອເປັນການ ແກ້ໄຂສະພາບ ປະກົດການຫຍໍ້ທໍ້ ທາງສັງຄົມໃຫ້ຫຼຸດລົງ.

No comments:

Post a Comment