Ad

Ad

16 July 2013

ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຊີ້ແຈງຄວາມປອດໃສຂອງໂຄງການ



        ທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດ ຖະມົນຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະ ບານ, ຫົວໜ້າ​ຄະນະ​ພັດທະນາ​ຊົນນະ ບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ ສູນ​ກາງ ​ໄດ້​ຂຶ້ນຊີ້​ແຈງ​ຕໍ່​ສະພາ​ແຫ່ງ​ຊາດ ພາຍຫລັງ​ສະມາຊິກ​ສະພາ​ມີ​ຂໍ້​ຊັກ​ຖາມ​ກ່ຽວ​ກັບ​ໂຄງການ​ຈຳນວນ​ໜຶ່ງ​ທີ່​ນອນ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ດັ່ງກ່າວ​ບໍ່​ມີ​ການ​ປະມູນ ​ແລະ ມີ​ການ​ເລືອກ​ບໍລິສັດ​ມາ​ຈັດຕັ້ງ ປະຕິບັດ​ໂຄງການ ​ແລະ ບໍ່​ມີ​ການ​ເຂົ້າ ຮ່ວມ​ຂອງ​ທ້ອງ​ຖິ່ນ ​ເຊິ່ງຕໍ່​ຄຳ​ຊັກ​ຖາມ​ດັ່ງກ່າວ, ທ່ານ ບຸນ​ເຮືອງ ​ໄດ້​ຕອບ​ວ່າ: ທຸກ​ໂຄງການ​ໃນ​ວຽກ​ງານ​ພັດ ທະນາ​ຊົນນະບົດ ​ແລະລຶບລ້າງຄວາມ ທຸກ​ຍາກ​ທີ່​ຈັດ​ສັນ​ເຂົ້າ​ແຜນການ​ລົງ ທຶນ​ຂອງ​ລັດ​ໃນ​ແຕ່ລະ​ປີ​ແມ່ນ​ຄວາມ​ຕ້ອງການ ​ແລະ ​ແມ່ນ​ການສະ​ເໜີ​ຈາກ​ທ້ອງ​ຖິ່ນ    (​ແຂວງ, ​ເມືອງ ​ແລະ ບ້ານ) ຂຶ້ນ ມາ ​ແລະ ການ​ຄຸ້ມ​ຄອງ, ການຈັດຕັ້ງ ປະຕິບັດ​ໂຄງການ​ຕົວ​ຈິງ​ເຊັ່ນ: ການຈັດ​ຊື້ຈັດ​ຈ້າງ, ການ​ທາ​ບ ທາມ, ການ​ປະມູນ​ແມ່ນ​ມອບ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂັ້ນ​ແຂວງ​ແລະ​ເມືອງ​ເປັນ​ຜູ້​ເຮັດ​ໂດຍ​ ກົງ​ຕາມ​ດຳລັດ​ຂອງ​ນາຍົກລັດ ຖະມົນຕີ ​ແລະ ບົດ​ແນະນຳ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງ ທຶນ ວ່າ​ດ້ວຍ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ຊາດ ​ທີ່​ວາງ​ອອກ​ໃນ​ແຕ່​ລະ​ສົກ​ປີ, ສ່ວນ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ ສູນ​ກາງ, ຫ້ອງການ​ພັດທະນາ​ຊົນ​ນະ​ບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ແຂວງ ​ແລະ ​ເມືອງ ​ເປັນ​ຜູ້​ຄຸ້ມ​ຄອງ​ດ້ານ​ຈຳນວນ​ໂຄງການ, ຈຳນວນ​ໂຕ​ເລກ​ງົບປະມານ ລວມ, ​ເປັນ​ຜູ້​ຕິດຕາມ, ຊຸກຍູ້, ກວດກາ ​ແລະ ຕີລາຄາ​ການ ຈັດ ຕັ້ງປະຕິບັດ​ໂຄງການ​
ໃນແຕ່ລະ​ໄລຍະ​ເທົ່າ​ນັ້ນ, ​ແຕ່​ກໍ​ປາສະຈາກ​ບໍ່​ໄດ້​ໃນ​ໄລຍະ​ຜ່ານ​ມາກໍ​ຍັງ​ມີ​ກໍ ລະນີ​ມີ​ບໍລິສັດ​ຈຳນວນ​ໜຶ່ງ​ທີ່​ໃກ້ ຊິດ​ກັບ​ບາງ​ທ່ານ​ໃນ ຄພທສ ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ໂຄງ ການ ​ເຊິ່ງ​ເຮັດ​ໃຫ້​ຄະນະ​ນຳ​ຂັ້ນ​ທ້ອງ​ຖິ່ນ​ບາງ​ບ່ອນ​ມີ​ຄວາມ​ບໍ່​ເຂົ້າ​ໃຈ ກໍ​ໃຫ້​ເກີດ​ມີ​ຫາງ​ສຽງ​ທີ່​ບໍ່​ດີ ​ແລະ ມີ​ຄຳ​ສະ​ເໜີ​ມາ​ຫາ​ຄະ ນະ​ພັດທະນາ​ຊົນນະບົດ ​ແລະ ລຶບ ລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ ​ແລະ ລັດຖະບານ. ບັນຫານີ້ ພາຍ​ໃນ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ​ກໍ​ໄດ້​ມີ​ຄວາມ​ພະຍາ ຍາມ​ແກ້​ໄຂ​ ​ເພື່ອ​ໃຫ້​ໄປ​ຕາມ​ລະ ບຽບ​ຫລັກການ.

No comments:

Post a Comment