Ad

Ad

16 July 2013

ອຸດສາຫະກຳຊີມັງລາວຫວັງຄອງຕະຫຼາດຈຳໜ່າຍຕະຫຼາດຢູ່​ທົ່ວ​ປະ​ເທດ



            ບໍລິສັດອຸດສາຫະກຳຊີ ມັງລາວ ຈຳກັດ ຕັ້ງຢູ່ບ້ານ ນາ ເລົ່າ ເມືອງ ມະຫາໄຊ ແຂວງ ຄຳມ່ວນ ເປັນບໍລິ ສັດລົງທຶນ ຂອງ ສປ.ຈີນ, ຮ່ວມກັບນັກລົງທຶນລາວ ​ເພື່ອດຳເນີນທຸລະກິດ ຜະລິດຊີມັງ ກາສິງ ຕະຫຼາດພາຍໃນມາ​ເປັນ​ເວລາຫຼາຍປີ​ແລ້ວ ​ແລະ ກໍເຫັນວ່າ ຊີມັງຈາກໂຮງງານດັ່ງກ່າວໄດ້ ຮັບຄວາມສົນໃຈຈາກສັງຄົມ​ເປັນ​ຢ່າງ​ດີ​ເຖີງວ່າ: ປັດຈຸບັນຈະມີການແຂ່ງຂັນ ຈາກຫຼາຍໂຮງງານທີ່ໄດ້ມາດຳເນີນທຸລະກິດຢູ່​ລາວ​ແຕ່ໂຮງງານອຸດສາຫະ ກຳຊີມັງລາວ ກໍ​ບໍ່​ໄດ້​ລົດ​ລະ​ໃນການຜະລິດ​ຂອງ​ຕົນ​ຢ່າງ​ມີຄຸນນະພາບ.
            ທ່ານ ສົມເພັນ ມູນທະລີ ທີ່ ປຶກສາ ອຳນວຍການ ອຸດສາຫະ ກຳຊີມັງລາວດັ່ງກ່າວ​ມີ​ຄ​ຳ​ເຫັນ​ວ່າ: ປັດຈຸ​ບັນສະພາບ ເສດຖະກິດ ຢູ່ລາວໄດ້ມີການເຕີບໃຫຍ່ຂະ ຫຍາຍຕົວ ແລະ ໝັ້ນທ່ຽງໄດ້ເຮັດ ໃຫ້ ສປປ ລາວ ເປັນ ທີ່ສົນໃຈຂອງນັກລົງທຶນ ທີ່ເຂົ້າມາລົງທຶນຢູ່ ລາວ, ເຊັ່ນດຽວກັບບໍລິສັດອຸດ ສາຫະກຳຊີມັງລາວຈຳກັດ ກໍ​ໄດ້​ລົງທຶນ​ສ້າງຕັ້ງໂຮງງານຫຼາຍກວ່າ 100 ຕື້ກີບ ​ເພື່ອຜະລິດສີມັງ ກາສິງ ທີ່ມີຄຸນະພາບໂດຍໄດ້ຮັບ ການ ຢັ້ງຢືນ ISO 9001-2000 ຈາກ ສປ ຈີນ ແລະ ໄດ້ຈຳໜ່າຍສູ່ຕະ ຫຼາດ​ແຕ່ລະ​ປີບໍ່ຕ່ຳ​ກ່ວາ 70-80 ພັນ ໂຕນ/ປີ ແລະໄດ້ຮັບ ຄວາມນິ ຍົມຈາກສັງຄົມ ກໍ​ຄື​ຕະຫຼາດລາວ​ໄດ້​ຢ່າງ​ກ້ວາງ​ຂວາງ ເພື່ອ ກໍ່ສ້າງ ຕຶກອາຄານ ແລະ ສຳນັກງານ ອົງ ການຕ່າງໆຕະຫຼອດຮອດ​ການກໍ່ສ້າງເຂື່ອນ​ໄຟຟ້າ​ຂະໜາດ​ໃຫຍ່ຕ່າງໆ​ເຊັ່ນ: ເຂື່ອນເຊ ເຊັດ1, ນ້ຳງື່ມ5 ​ເຂື່ອນນ້ຳລີກ ແລະ ເຂື່ອນອື່ນໆ. ຢ່າງ ມີຄຸນນະພາບ, ຜູ້​ລາຍ​ງານ​ຂ່າວ​ໃຫ້​ຮູ້​ວ່າ: ວັດຖຸ ດິບສ່ວນໜຶ່ງ​ແມ່ນ​ນຳ​ເຂົ້າຈາກ ປະເທດ ສສ ຫວຽດນາມ ອັນ​ໄດ້​ຊ່ວຍ​ເຮັດ​ໃຫ້​ຊີມັງ​ກາສິ​ງມີ​ຄຸນ​ນະພາ​ບດີ​ກ່ວາ​ເກົ່າເພື່ອມານຳໃຊ້.
         ທ່ານ ທີ່ປຶກສາອຳນວຍ ການ ບໍລິສັດ ກ່າວວ່າ: ຈາກຜົນ ສຳເລັດ ແລະ ການຂະຫຍາຍຕົວ ຂອງ ບໍລິສັດ ປັດຈຸບັນ ພວກເຮົາ ເລັ່ງພັດທະ ນາການຜະລິດ ແລະ ການຈຳໜ່າຍ ສີມັງໃຫ້ກ້ວາງ ກ່ວາເກົ່າ ໂດຍສະເພາະແມ່ນ ຕັ້ງ ເປົ້າໝາຍການຈຳ ໜ່າຍ​ໃຫ້ທົ່ວປະ ເທດ ​ແລະ ຈະເປັນທ່າແຮງ ຊ່ວຍ ພັດທະນາເສດຖະກິດຂອງລາວ ນັບ​ມື້ຂະຫຍາຍຕົວ ຄື: ໃນປີຜ່ານມາ ບໍລິສັດພວກເຮົາໄດ້ເສຍພັນ ທະໃຫ້ແກ່ແຂວງ ຄຳມ່ວນ 40 ພັນໂດລາ ແລະ ເສຍພັນທະໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ໃນການພັດທະນາບຸກຄະລາກອນ 10 ພັນໂດລາ.

No comments:

Post a Comment