Ad

Ad

16 July 2013

ເອຊີລີດາ ສ້າງໂອກາດໃຫ້ລູກຄ້າເຂົ້າເຖີງແຫຼ່ງທຶນຫຼາຍຂື້ນ



        ທະນາຄານເອຊີລີດາ ໄດ້ຮັບການສ້າງຕັ້ງຂື້ນໃນປີ 2005 ຢູ່ນະຄອນຫຼວງວຽງຈັນ, ຜ່ານການ ດຳເນີນທຸລະກິດທາງ ດ້ານການເງິນທະນາຄານໄດ້ມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ, ທະນາຄານເອຊີລີດາເປັນທະນາຄານທີ່ມີ ບົດບາດສູງທາງດ້ານການບໍລິການດ້ານການເງິນໂດຍ ສະເພາະແມ່ນການປ່ອຍສິນເຊື່ອ ແລະ ຊ່ວຍໃຫ້ປະຊາຊົນໄດ້ເຂົ້າ ເຖີງແຫຼ່ງທຶນຫຼາຍຂື້ນ.
           ປັດຈຸບັນ ບັນຍາກາດການ ລົງທຶນທາງດ້ານທຸລະກິດທະນາ ຄານຢູ່ ສປປ ລາວ ໄດ້ຮັບ ການເປີດກວ້າງ ແລະ ເຕີບ ໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນ ທີ່ຍອມຮັບຂອງ ສັງຄົມ ໃນການ ໃຫ້ສິນເຊື່ອ, ການຊຳລະສະສາງ ແລະ  ການ ບໍລິການດ້ານອື່ນໆ ກໍນັບວ່າມີຄວາມຄ່ອງ ຕົວໃນນີ້ ສຳລັບການບໍລິການໃຫ້ສິນເຊື່ອ ທະນາຄານດັ່ງກ່າວສາມາດດຶງດູດເອົາລູກ ຄ້າເຂົ້າເຖີງສະ ຖາບັນການເງີນຂອງຕົນເປັນທີ່ໜ້າພໍໃຈ ຂອງຜູ້ຮັບບໍລິການ ເຊິ່ງມາຮອດດຽວນີ້ ເອຊີລີດາ ມີຍອດ ຊັບສິນ ຂອງທະນາຄານ 92,7 ລ້ານໂດ ລາ, ເພີ່ມຂຶ້ນ 64 % ທຽບໃສ່ປີ 2011, ການບໍລິຫານຄຸນນະພາບສິນເຊື່ອຢ່າງເຄັ່ງຄັດສາມາດເຮັດ ໃຫ້ອັດຕາ ສ່ວນໜີ້ບໍ່ເກີດດອກອອກຜົນຫຼຸດລົງມາເປັນ 1,72% ໃນປີ 2012 ຈາກ 1,90% ໃນປີ 2011 .
           ທ່ານ ນາຣິນ ພອນ ຜູ້ອຳ ນວຍການໃຫຍ່ທະນາຄານ ເອຊີລີດາ ຈຳກັດໃຫ້ການຢືນຢັນຕື່ມວ່າ: ນອກຈາກບັນຫາທີ່ ກ່າວມາຂ້າງເທີງນັ້ນທາງ ດ້ານເງິນຝາກຍັງ ຄົງສືບຕໍ່ຂະຫຍາຍສິນເຊື່ອ, ໂດຍການຂະຫຍາຍຕູ້ເອທີເອັມໄປ ເຖີງຫຼາຍສະຖານທີ່ ແລະສາມາດ ເຊື່ອມຕໍ່ກັບທະນາຄານ ເອຊີ
ລີດາ ພີແອຣຊີ, ກຳປູເຈຍ ທີ່ເປັນທະນາຄານແມ່ ແລະ ສາມາດໃຫ້ລູກຄ້າຖອນເງິນ ສົດໄດ້ໂດຍຜ່ານ ເຄືອຂ່າຍສຳນັກງານອື່ນ, ການບໍລິ ຫານເງິນສົດ ໄດ້ປະຕິບັດເປັນຢ່າງດີເຊັ່ນ: ການໂອນເງິນພາຍໃນ, ການໂອນ ເງິນໄປຕ່າງປະເທດ ແລະ ການແລກປ່ຽນເງີນ, ຂະນະດຽວກັນການລົງ ທຶນຂະຫຍາຍ ສຳນັກງານພິເສດແມ່ນໃນເຂດຫ່າງໄກ ສອກຫຼີກ, ເພື່ອອຳນວຍຄວາມສະດວກໃຫ້ແກ່ຊຸມຊົນ ແລະ ເພີ່ມຄວາມສາມາດຂອງພະນັກງານເພື່ອ ຮອງ ຮັບການຂະຫຍາຍ ຕົວຂອງລູກຄ້າ ບົນພື້ນ ຖານການເຮັດວຽກທີ່ມີປະສິດທິ ພາບ ແລະ ຈາກຜົນສຳເລັດຂອງການພັດທະນາເສດຖະກິດຢູ່ເຂດ ຊົນນະບົດກໍໄດ້ເປັນໂອກາດເຮັດ ໃຫ້ທະນາຄານຂອງຕົນໄດ້ຮັບ ຜົນສຳເລັດເຊິ່ງມາຮອດປັດຈຸບັນການຂະຫຍາຍສິນເຊື່ອຂະ ໜາດນ້ອຍ1 ໄດ້ເພີ່ມຂຶ້ນ 90,99% ທຽບ ໃສ່ປີ 2011,ສິນເຊື່ອຂະໜາດນ້ອຍ 2 ເພີ່ມຂຶ້ນ 23,93%, ສິນເຊື່ອສ່ວນບຸກຄົນ ເພີ່ມຂຶ້ນ 68,36% ແລະ ສິນເຊື່ອຂະໜາດກາງເພີ່ມຂຶ້ນ 135,01%.

No comments:

Post a Comment