Ad

Ad

16 July 2013

ສສຊ ຂໍ​ໃຫ້​ລັດ​ພິຈາລະນາຍົກ​ເລີກ​ໂຄງການ​ຂຸດ​ຄົ້ນ​ແຮ່​ທີ່​ບໍ່​ປະຕິບັດ​ລະບຽບ​ກົດໝາຍ



        ສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ ​ໄດ້​ສະ​ເໜີ​ໃຫ້​ລັດຖະ ບານ​ພິຈາລະນາ​ຍົກ​ເລີກ​ໂຄງ ການ​ຂຸດ​ຄົ້ນ​ແຮ່​ທີ່​ບໍ່​ປະຕິບັດ​ລະ ບຽບກົດໝາຍ, ຫລັງ​ຈາກ​ເຫັນ​ວ່າ​ໂຄງການ​ເຫລົ່ານັ້ນສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ.
    ​ໃນ​ການ​ປະກອບ​ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໃສ່​ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ​ກາງ​ສະ​ໄໝ 5 ປີ ຄັ້ງທີ VII ຂອງ​ລັດຖະບານ,​ໂດຍ​ສ່ວນ ຫລາຍຕີ​ລາຄາ​ເປັນ​ເອກະ​ພາບ​ກັນ​ວ່າ: ​ເສດຖະກິດ​ຂອງ​ປະ​ເທດ​ຍັງ​ສືບຕໍ່​ຂະຫຍາຍຕົວ​ຢ່າງ​ໝັ້ນ ທ່ຽງ​ໄປ​ຕາມ​ແຜນການ​ກຳນົດ​ໄວ້ ​ເຊິ່ງ​ເປັນ​ພື້ນຖານ​ສຳຄັນ​ໃນ​ການ​ຮັບປະກັນ​ໃຫ້​ສັງຄົມ​ມີ​ຄວາມ​ສະ ຫງົບ,ການ​ພັດທະນາ​ຊົນນະບົດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ​ແຕ່​ແນວ​ໃດ​ກໍ​ຕາມ, ​ເພື່ອ​ຮັບປະ ກັນ​ໃຫ້​ຍຸດ​ທະ​ສາດ​ການ​ພັດທະນາ​ໄປ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຕາມ​ເປົ້າໝາຍ​ກຳນົດ​ໄວ້, ​ໂດຍ​ສະ​ເພາະ​ຮັບປະ ກັນ​ໃຫ້​ສະຖຽນ​ລະ​ພາບ​ເສດຖະ ກິດ​ມະຫາ​ພາກ​ມີ​ການ​ເຕີບ​ໃຫຍ່​ທີ່​ມີ​ຄຸນ​ນະພາ​ບ​ໄປ​ຕາມ​ທິດ​ການ​ພັດ ທະນາ​ທີ່​ຍືນ​ຍົງ, ຕິດ​ພັນ​ກັບ​ການ​ຮັກສາ​ວັດທະນະທຳ-ສັງຄົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ດັ່ງ ນັ້ນ ສະມາຊິກ​ສະພາຈຶ່ງ​ສະ​ເໜີ​ໃຫ້​ລັດຖະ ບານ​ເບິ່ງ​ຄືນ​ບາງ​ໂຄງ ການ​ຂຸດ​ຄົ້ນບໍ່​ແຮ່​ທີ່​ສົ່ງ​ຜົນບໍ່ດີ​ຕໍ່​ສະພາບ​ແວດ​ລ້ອມ ແລະ  ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຕ້ອງ​ຊີ້ນຳ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ກວດກາ ​ແລະ ມີ​ມາດ​ຕະການ​ຢ່າງ​ເຂັ້ມງວດ​ໃນ​ການ​ຍົກ​ເລີກ​ບັນດາ​ກິດຈະການ​ທີ່​ບໍ່​ປະຕິບັດ ຕາມ​ລະບຽບກົດໝາຍ​ທີ່​ກ່ຽວ ຂ້ອງ,​ເປັນຕົ້ນການ​ຂຸດ​ຄົ້ນ​ແຮ່​ທາດ​ຂະໜາດ​ນ້ອຍ ​ແລະ ​ແບບ​ຫັດຖະກຳ​ທີ່​ນຳ​ໃຊ້​ສານ​ເຄມີ​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ເຊິ່ງ​ເປັນ​ບັນຫາ​ພົ້ນ​ເດັ່ນ​ຢູ່ຫລາຍ​ທ້ອງ​ຖິ່ນ​. ຂະນະ​ດຽວ​ກັນ ກໍ​ສະ​ເໜີ​ໃຫ້​ລັດຖະບານ​ຊີ້ນຳ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຄົ້ນຄວ້າ​ສ້າງ​ນິຕິ​ກຳ​ລຸ່ມ​ກົດໝາຍ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຂະໜາດ​ນ້ອຍ ​ແລະ ​ແບບ​ຫັດ ຖະກຳ ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ແຮ່​ທາດ​ດັ່ງກ່າວ​ມີ​ປະສິດທິ​ຜົນ ​ແລະ ຫລີກ​ເວັ້ນປາ ກົດການ​ຫຍໍ​້ທໍ້​ຕ່າງໆຕາມມາ.

No comments:

Post a Comment