Ad

Ad

16 July 2013

ສະພາແຫ່ງຊາດຮັບຮອງເອົາຜົນກວດສອບງົບປະມານຂອງອົງການກວດສອບແຫ່ງລັດ



           ວັນທີ 15 ກໍລະກົດນີ້ເປັນມື້ທີ 6 ຂອງການດຳເນີນກອງປະຊຸມສະ ໄໝສາມັນເທື່ອທີ 5 ຂອງ ສະພາ ແຫ່ງຊາດຊຸດ ທີ VII ກອງ​ປະຊຸມໄດ້ ຮັບຮອງເອົາແຜນການ ເຄື່ອນໄຫວ ຂອງອົງການ ກວດສອບ ແຫ່ງລັດ ສົກປີ 2012 - 2013 ແລະ ທິດ ທາງການເຄື່ອນໄຫວໃນສົກປີ 2013 - 2014 ຂະນະດຽວກັນກໍໄດ້ຮັບຮອງເອົາຜົນການກວດສອບບົດສະຫຼຸບຂາດຕົວງົບປະ ມານແຫ່ງລັດສົກປີ 2010 - 2011.
           ການຕົກລົງ ແລະ ເຫັນດີຮັບ ຮອງເອົາບົດສະຫຼຸບແລະແຜນການ ເຄື່ອນໄຫວຂອງອົງການ ກວດສອບແຫ່ງລັດດັ່ງ ກ່າວໄດ້ມີຂຶ້ນຫຼັງຈາກທີ່ອົງການກວດສອບແຫ່ງລັດໄດ້ ລາຍງານນສະພາບ ການເຄື່ອນໄຫວວຽກງານຕ່າງໆຂອງຕົນໃນໄລຍະຜ່ານມາ ເຊິ່ງຜົນການກວດສອບບົດສະຫຼຸບຂາ ດຕົວງົບປະ ມານແຫ່ງລັດສົກປີ 2010 - 2011 ເຫັນວ່າລາຍຮັບງົບປະມານ ປະຕິບັດໄດ້ 109,18 % ຂອງແຜນການປີ, ລາຍຈ່າຍງົບປະມານປະ ຕິບັດໄດ້ 100,10% ຕົວເລກສະຫຼຸບຂາດຕົວດັ່ງກ່າວ ເຫັນວ່າໄດ້ມີການສະຫຼຸບຕາມຂັ້ນຕອນ ແລະ ແທດເໝາະກັບລະບຽບກົດໝາຍ, ມີການຈົດ ຮັບ-ຈົດຈ່າຍ ແລະ ມີໃບຢັ້ງຢືນທີ່ ຖືກຕ້ອງ ສົມຄວນແຕ່ຂະນະດຽວກັນອົງການ ກວດ ສອບແຫ່ງລັດ ຍັງໄດ້ກວດກາ ເຫັນ ລາຍຮັບ - ລາຍຈ່າຍ
ຫົວໜ່ວຍງົບ ປະມານຈຳນວນໜຶ່ງທີ່ຍັງເຄື່ອນ ໄຫວຢູ່ນອກລະບົບບັນຊີເຊັ່ນ: ລາຍ ຮັບຈຳນວນ 416,58 ຕື້ກີບ ເທົ່າກັບ 3,15 % ຂອງ ແຜນລາຍ ຮັບ ຫຼື     2,90 % ຂອງລາຍຮັບທັງໝົດ,ລາຍ ຈ່າຍຈຳນວນ 1.516,75 ຕື້ກີບ ເທົ່າ ກັບ 9,49 % ຂອງແຜນ ລາຍຈ່າຍ ຫຼື ເທົ່າກັບ 9,48 % ຂອງ ລາຍຈ່າຍທັງໝົດ.ສະຫຼຸບ ແລ້ວ ການສະຫຼຸບຂາດຕົວງົບປະ ມານ ແຫ່ງລັດສົກປີ 2010 - 2011 ໄດ້ກວດເຫັນລາຍຮັບຂອງງົບປະມານ ທີ່ຢູ່ນອກ ບັນຊີບໍ່ເກີນ 10 % ຂອງງົບປະມານລາຍຮັບທັງໝົດ ເຊິ່ງຖ້າທຽບໃສ່ມາດຕະຖານການກວດສອບຂອງສະຖາບັນກວດສອບສູງສຸດຂອງບັນດາປະ ເທດອາຊີ ແລະ ອີງໃສ່ສະພາບເງື່ອນໄຂຕົວຈິງ ຂອງປະເທດເຮົາກໍຍັງຖືວ່າຢູ່ໃນເງື່ອນໄຂທີ່ຮັບເອົາໄດ້, ສ່ວນການຜິດດ່ຽງດ້ານລາຍຈ່າຍຕາມຜົນການ ກວດສອບເຫັນວ່າ ໄດ້ເອົາໃຈໃສ່ປັບປຸງການຄຸ້ມຄອງລາຍຈ່າຍໃຫ້ຮັດກຸ່ມກວ່າເກົ່າ.
              ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ອົງການກວດສອບແຫ່ງລັດເອົາໃຈໃສ່ປັບປຸງລະບົບນິຕິກຳຕ່າງໆຂອງຕົນເປັນຕົ້ນ ແມ່ນມາດຕະການ, ມາດຕະຖານ ແລະ ກົນໄກການປະສານງານລະຫວ່າງອົງການກວດສອບແຫ່ງລັດ ແລະ ອົງການອື່ນໆທີ່ ກ່ຽວຂ້ອງ, ເອົາໃຈໃສ່ຈັດບູລິມະສິດ ຂອງການກວດສອບປະຈຳ ປີ 2013 - 2014 ລວມທັງກວດສອບການລົງທຶນງົບປະ ມານຂອງລັດໃສ່ບັນດາໂຄງການຈຸດສຸມຂອງສູນກາງ ແລະ ທ້ອງຖິ່ນ ​ແລະ ມອບໃຫ້ລັດຖະບານຍ້ອງຍໍຊົມເຊີຍຫົວໜ່ວຍງົບ ປະມານທີ່ປະຕິບັດການຄຸ້ມຄອງ ແລະ ການນຳໃຊ້ງົບປະມານຢ່າງຖືກຕ້ອງ ຕາມລະບຽບກົດໝາຍ.

No comments:

Post a Comment