ການເຜີຍແຜ່ເຊື່ອມຊຶມເນື້ອ ໃນມະຕິກອງປະຊຸມຄົບຄະນະຄັ້ງທີ
6 ສະໄໝ IX ຂອງຄະ ນະບໍລິຫານງານສູນ ກາງພັກກ່ຽວກັບການເສີມຂະຫຍາຍຜົນສຳເລັດອັນພົນເດັ່ນ,
ສ້າງບາດກ້າວບຸກ ທະລຸໃຫ້ແຂງແຮງຕື່ມເພື່ອຈັດຕັ້ງປະ ຕິບັດມະ ຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃຫ້ສຳເລັດ ຕາມຄາດໝາຍ
ແລະ ລື່ນຄາດໝາຍໄດ້ຈັດຂຶ້ນແຕ່ວັນທີ 15-16 ກໍລະກົດນີ້ ທີ່ສະໂມສອນຫ້ອງວ່າ ການສູນກາງພັກ
(ຫລັກ 6) ນະຄອນຫລວງວຽງຈັນ ເຊິ່ງໃຫ້ກຽດເຜີຍແຜ່ໂດຍທ່ານ ສົມສະຫວາດ ເລັ່ງ ສະຫວັດກຳມະການກົມການເມືອງສູນກາງພັກ,
ຮອງນາຍົກລັດຖະມົນຕີ; ມີບັນດາລັດຖະ ມົນຕີຈາກກະຊວງ, ອົງການ ທຽບເທົ່າອ້ອມຂ້າງສູນກາງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ
ໄດ້ຍົກໃຫ້ເຫັນສະພາບການຈັດ ຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ IX ຂອງພັກ,
ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ VII ໃນໄລຍະເຄິ່ງສະໄໝ ໂດຍສະເພາະແມ່ນ
ຜົນສຳເລັດອັນ ພົ້ນເດັ່ນໃນຂະແໜງການຕ່າງໆທີ່ຍາດມາໄດ້ ເປັນຕົ້ນ: ສາມາດ ຮັກສາ ໄດ້ສະຖຽນລະພາບ
ແລະ ຄວາມໝ້ັນຄົງ ທາງດ້ານການ ເມືອງ, ເສດຖະກິດຂະຫຍາຍຕົວ ໃນລະດັບສູງ, ການພັດທະນາຊົນນະບົດຕິດພັນກັບການແກ້
ໄຂຄວາມທຸກຍາກສາມາດບັນລຸ
ໄດ້ຕາມຄາດໝາຍ ທີ່ວາງໄວ້ ແລະ ອື່ນໆ. ພ້ອມນີ້ ການພົວພັນ ແລະ ການຮ່ວມມືກັບບັນດາ
ປະເທດເພື່ອນມິດ ແລະ ສາກົນທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ແມ່ນສືບຕໍ່ໄດ້ຮັບການເປີດກວ້າງ
ແລະມີປະສິດທິ ຜົນສູງຂຶ້ນ ໂດຍສະເພາະແມ່ນການພົວພັນກັບ ສສ.ຫວຽດນາມ ແລະ ສປ.ຈີນ ແມ່ນສືບຕໍ່ຮັກສາມູນເຊື້ອອັນດີງາມ
ແລະ ສາມາດ ເສີມຂະຫຍາຍເຂົ້າສູ່ລວງເລິກ, ນຳເອົາຜົນປະໂຫຍດຕົວຈິງມາ ໃຫ້ແຕ່ລະຝ່າຍເພີ່ມຂຶ້ນ,
ຄວາມ ເຂົ້າອົກເຂົ້າໃຈ, ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ຍິ່ງເພີ່ມທະວີສາມາດດຶງດູດການລົງທຶນຂອງສອງປະເທດນັບມື້ນັບດີຂຶ້ນ.
ນອກນັ້ນ ທ່ານ ຍັງໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງ ແກ້ໄຂ ເພື່ອແນໃສ່ການຈັດຕ້ັງປະຕິບັດ
ເນື້ອໃນມະຕິ IX ຂອງພັກ ໃນໄລຍະທ້າຍສະໄໝ ໃຫ້ປະ ສົບ ຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ໂດຍເນັ້ນໜັກໃຫ້ທຸກພາກ
ສ່ວນສືບຕໍ່ຈັດຕັ້ງປະຕິບັດຄາດໝາຍທີ່ໄດ້ກຳນົດອອກໃນມະຕິ 6 ສະໄໝທີ IX ຂອງຄະນະບໍລິຫານງານສູນກາງພັກ,
ສືບຕໍ່ຮັກສາການຂະຫຍາຍຕົວຂອງເສດຖະກິດໃນຈັງຫວະຕໍ່ເນື່ອງ ແລະ ໝັ້ນ ທ່ຽງໄປຕາມທິດພັດທະນາແບບຍືນຍົງ,ແກ້ໄຂຄວາມທຸກຍາກຂອງປະຊາຊົນ
ແລະ ສູ້ຊົນເພື່ອບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາໃນປີ 2015 .

No comments:
Post a Comment