Ad

Ad

17 July 2013

ການບັນລຸເປົ້າຫມາຍສະຫັດສະວັດໃນຂະແຫນງສຶກສາຍັງເປັນສິ່ງທ້າທາຍ



           ເປົ້າໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ທີ່​ນອນ​ຢູ່​ໃນ​ຂະ​ແໜງ​ສຶກສາ​ທິການມີສອງ ເປົ້າໝາຍຄື: ​ ຮອດ​ປີ 2015 ໃຫ້​ທຸກ​ຄົນ​ໄດ້​ຮັບ​ການ​ສຶກສາ​ຊັ້ນປະຖົມ​ຢ່າງ​ທົ່ວ​ເຖິງ ​ແລະ ເປົ້າ ໝາຍ​ສົ່ງ​ເສີມ​ບົດບາດ​ຍິງ-ຊາຍ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ແມ່ຍິງ, ອັດຕາ​ສ່ວນ​ໄດ້​ຮັບ​ການ​ສຶກສາລະ​ຫວ່າງ​ຍິງ-​ຊາຍ ຕ້ອງ​ສະ​ເໝີພາບ​ກັນ. ໃນ​ສະພາບ​ປັດຈຸ​ບັນການຈັດຕັ້ງປະຕິບັດ​ສອງ​ເປົ້າໝາຍ​ດັ່ງກ່າວ ຍັງ​ເປັນ​ສິ່ງ​ທ້າ​ທາຍ​ຂອງ​ຂະແໜງ​ສຶກສາ​ທິ ການ ແລະ ຫລາຍ​ພາກສ່ວນ​ ໄດ້​ໃຫ້​ຄວາມ​ສຳຄັນ ແລະ ​ເປັນ​ຫ່ວງ​ເປັນ​ໃຍ ຕໍ່​ກັບ​ບັນຫາ​ດັ່ງກ່າວ ໂດຍ​ສະ​ເພາະ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ໃນ​ວັນ​ທີ 11 ກໍລະກົດ 2013 ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ຂໍ້​ຊັກ​ຖາມ​ວ່າ: ກະຊວງ​ສຶກ ສາ​ທິການ ແລະ ກິລາ ​ໄດ້​ມີ​ມາດ​ຕະການ ແລະ ວິທີ​ການ​ແນວ​ໃດ ເພື່ອ​ຈະ​ໃຫ້​ບັນລຸ​ຕາມ​ເປົ້າໝາຍ​ດັ່ງກ່າວ.
           ທ່ານ ພັນ​ຄຳ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາທິການ ແລະ ກິລາ ​ໄດ້​ອະ ທິບາຍ ແລະ ​ໃຫ້​ຄວາມ​ກະ ຈ່າງ​ແຈ້ງ​ຕໍ່​ຂໍ້​ຊັກ​ຖາມ​ດັ່ງກ່າວ​ວ່າ: ກະຊວງ​ສຶກສາ​ທິການ ແລະ ກິລາ ໄດ້​ມີ​ມາດ​ຕະການ​ທີ່​ຈະ​ສືບຕໍ່​ປັບ ປຸງ ​ແລະ ຂະຫຍາຍ​ໂຮງຮຽນ​ລ້ຽງ​ເດັກ, ​ໂຮງຮຽນ​ອະນຸບານ, ຫ້ອງ​ກຽມ​ປະຖົມ, ໂຮງຮຽນ​ປະ ຖົມ, ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ແລະ ສູນ​ການ​ສຶກສາ​ຊຸມ​ຊົນ ໄປ​ສູ່​ເຂດ​ທີ່​ບໍ່​ທັນ​ມີ ໂດຍ​ສະ​ເພາະ​ແມ່ນ​ເຂດ​ຈຸດ​ສຸມ​
ພັດທະນາ ​ໃຫ້​ຕິດ​ພັນ​ກັບ​ເຂດ​ເປົ້າໝາຍ​ສາມ​ສ້າງພ້ອມ​ທັງ​ສະໜອງ​ອຸປະກອນ​ການ​ຮຽນ-ການ​ສອນ ໃຫ້ແທດ​ເໝາະ​ກັບ​ຄວາມ​ຕ້ອງການ​ຂອງ​ຜູ້​ຮຽນໂດຍ​ສະ​ເພາະ​ແມ່ນ​ເດັກ​ນ້ອຍທີ່​ມີ​ຄວາມ​ຕ້ອງການ, ​ພິ​ເສດ​ແມ່ນ​ເດັກ​ຍິງ, ​ເດັກ​ຢູ່​ເຂດ​ຊົນນະ ບົດ​ຫ່າງ​ໄກ​ສອກຫລີກ. ສະໜອງ​ຄູ​ທັງ​ປະລິມານ ທັງປັບປຸງ​ຄຸນນະ ພາບ​ຂອງ​ຄູໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ແຕ່ລະ​ໂຮງຮຽນແຕ່ລະ​ທ້ອງ​ຖິ່ນດ້ວຍ​ວິທີ​ການສືບຕໍ່​ສັບຊ້ອນ​ຄືນ​ບ່ອນ​ປະຈຳ ການ​ຂອງ​ຄູ​ສອນ​ ໃຫ້​ສອດ ຄ່ອງ​ຕາມ​ອັດຕາ​ສ່ວນ​ຂອງ​ນັກ ຮຽນ ແລະ ຄັດ​ເລືອກ​ຄົນ​ມາ​ຮຽນ​ສ້າງ​ຄູ​ຕາມ​ນະ​ໂຍບາຍ​ທີ່​ມີ​ແລ້ວ​ໃຫ້​ເຂັ້ມງວດ; ສືບຕໍ່​ປັບປຸງ​
ແກ້​ໄຂ​ວິທີ​ສິດ​ສອດ​ຂອງ​ຄູ ດ້ວຍ​ການ​ເຝິກ​ອົບຮົມ​ຍົກ​ລະດັບ​ວິຊາ​ຊີບ​ຄູ, ວິທີ​ການ​ສອນ, ທິດ​ສະ​ດີກາ​ນ​ເມືອງ ​ໃນ​ໄລະຍະ​ພັກ​ສົກຮຽນ, ສ້າງ​ຄວາມ​ເຂ້ັມ​ແຂງ​ໃຫ້​ຜູ້​ບໍລິ ຫານ​ໂຮງຮຽນ​ລະດັບ​ຕ່າງໆ ດ້ວຍ​ການ​ເຝິກ​ອົບຮົມ​ການ​ບໍລິ ຫານ​ການ​ສຶກສາ ​ແລະ ກິລາ ຢູ່​ສະ​ຖາ​ບັນ​ພັດທະນາ​ການ​ບໍລິ ຫານ​ການ​ສຶກສາ ( ຫລັກ 8 ນະ ຄອນຫລວງ​ວຽງ​ຈັນ). ຈັດຕັ້ງ ການ​ສອນ​ບຳລຸງ​ນັກຮຽນ​ທີ່​ຮຽນ​ອ່ອນ​ໃນ​ແຕ່​ລະວິ​ຊາ​ຢ່າງ​ມີ​ແຜນ ການ, ຕາມ​ລະບຽບ​ການ​ລວມ, ສືບຕໍ່​ປະຕິບັດ​ການ​ເລື່ອນ​ຂັ້ນ​ແບບ​ຕໍ່​ເນື່ອງ​ໃຫ້​ທົ່ວ​ເຖິງ ​ແລະ ຖືກຕ້ອງ​ຕາມ​ລະບຽບ​ຫລັກການ, ຫັນ​ໂຮງຮຽນ​ມູນ​ລະ​ປະຖົມ​ເປັນ​ໂຮງຮຽນ​ປະຖົມ​ສົມບູນ ໂດຍ​ນຳ​ໃຊ້​ການ​ສອນ​ແບບ​ຫ້ອງ​ດຽວ ແລະ ຫ້ອງ​ຄວບ ​ເພື່ອ​ໃຫ້​ນັກຮຽນ​ໄດ້​ຮຽນ​ຢູ່​ໃກ້​ບ້ານຄຽງຄູ່​ກັບ​ການຈັດຕ້ັງນະ​ໂຍບາຍ​ການ​ສຶກ ສາ​ຮຽນ​ຮ່ວມ ​ແລະ ​ໃຫ້​ໂອກາດ ການ​ສຶກສາ​ແກ່​ທຸກ​ຄົນ ​ເຊັ່ນ: ເດັກ​ຊົນ​ເຜົ່າ, ເພດ​ຍິງ, ​ເດັກ​ພິ ການ ເພື່ອ​ປະຕິບັດ​ສິດສະ​ເໝີ​ພາບ ​ແລະ ຄວາມ​ຍຸຕິ​ທຳ​ທາງ​ການ​ສຶກ ສາ ​ໂດຍ​ເລັ່ງ​ໃສ່​ໃຫ້​ກຸ່ມ​ເປ້ົາໝາຍ​ເຫລົ່ານັ້ນ ​ໄດ້​ມາ​ຮຽນ​ຢູ່​ໂຮງ ຮຽນ​ກິນນອນ​ຊົນ​ເຜົ່າ​ຂອງ​ເມືອງ, ຂອງ​ແຂວງ ພ້ອມ​ທັງ​ສະ ໜອງ​ທຶນ​ການ​ສຶກສາ​ໃຫ້​ເຂົາ​ເຈົ້າ.
         ພ້ອມ​ນີ້, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ ຍັງ​ຍົກ​ໃຫ້​ເຫັນ​ການ ຈັດຕັ້ງປະຕິບັດ ​ແລະ ຂະ ຫຍາຍ​ໂຄງການ ຢູ່ຂ້ັນທ້ອງ​ຖິ່ນ​ຮາກ​ຖານ​ການ​ສຶກສາ ​ໂດຍ​ສະ​ເພາະ​ແມ່ນ​ໂຄງການ​ອາຫານກາງ​ເວັນ, ອາຫານ​ເສີມ​ໃນ​ໂຮງຮຽນ​ປະຖົມ, ​ໂຄງການ​ສ້າງ​ຫໍ​ພັກ​ຢູ່​ໂຮງຮຽນ​ໃຫ້​ນັກຮຽນ​ທີ່ຢູ່ຫ່າງ​ໄກ ນັບ​ທັງ​ໂຮງຮຽນ​ສາມັນ​ກິນນອນ​ຊົນ​ເຜົ່າ ​ແລະ ໂຄງການ​ອື່ນໆ ພ້ອມ​ທັງຊຸກຍູ້​ຕິດຕາມ​ການ​ປະຕິບັດ​ໂຄງການ​ເຫລົ່ານ້ັນ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີ​ຄວາມ​ ໂປ່​ງ​​ໄສ ​ໄປ​ຄຽງ​ຄູ່​ກັບ​ການ​ສົ່ງ​ເສີມ​ການ​ມີ​ສ່ວນ​ຮ່ວມ ​ແລະ ການ​ເປັນ​ເຈ້ົາການ​ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມເປັນຕ້ົນ​ແມ່ນຄະນະ​ພັດທະນາ​ການ​ສຶກສາຂ້ັນຕ່າງໆ, ອົງການ​ຈັດຕ້ັງທາງ​ສັງຄົມນັບ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ເຂ້ົາ​ໃນ​ການ​ປະຕິບັດ​ເປົ້າໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ​ໂດຍ​ສະ​ເພາະ​ແມ່ນ​ການ​ລະດົມ​ຊຸກຍູ້​ໃຫ້​ເດັກ​ນັກຮຽນ​ໃນ​ກຸ່ມ​ເປົ້າໝາຍ​ຕ່າງໆ​ໄປ​ເຂົ້າ​ໂຮງຮຽນ.

No comments:

Post a Comment