ການອ່ານມີຄວາມສຳຄັນຫລາຍຕໍ່ຊີວິດຂອງຄົນເຮົາເຖິງຈະຢູ່ສັງຄົມໃດກໍຕາມການອ່ານນອກຈາກເຮັດໃຫ້ຮູ້ຂໍ້ມູນຂ່າວ
ສານຕ່າງໆແລ້ວຍັງຊ່ວຍ ໃຫ້ພວກເຮົາໄດ້ສຶກສາຮຽນຮູ້ເພື່ອຍົກສູງລະດັບຄວາມຮູ້ຄວາມສາມາດຂອງຕົນເອງຢ່າງບໍ່ຢຸດຢັ້ງ
ແລະ ເຮັດໃຫ້ຜູ້ອ່ານມີຄວາມສຸກ, ມີຄວາມຫວັງ ແລະ ຢາກຮູ້ຢາກເຫັນອັນເປັນຄວາມຕ້ອງການຂອງຄົນເຮົາ.
ການອ່ານມີປະ ໂຫຍດໃນການພັດທະນາຄຸນນະພາບຊີວິດດີຂຶ້ນ ແລະ ສາມາດປະ ກອບສ່ວນເຂົ້າໃນການພັດທະນາປະເທດໃຫ້ມີ
ຄວາມຈະເລີນຮຸ່ງເຮືອງໄດ້.
ອ່ານເພື່ອຄວາມຮູ້ໄດ້ແກ່ການອ່ານຈາກໜັງສືທາງວິຊາ
ການ, ອ່ານເພື່ອຄວາມບັນເທີງ ໄດ້ແກ່ການອ່ານຈາກໜັງສືປະ ເພດ ສາລະຄະດີທ່ອງ ທ່ຽວ, ນະວະນິຍາຍ,
ອ່ານເພື່ອຮູ້ຂໍ້ມູນຂ່າວສານ ໄດ້ແກ່ການອ່ານຈາກໜັງສືພິມ ແລະ ວາລະສານຕ່າງໆ, ແຕ່ ເຮົາຕ້ອງຮູ້ອ່ານແນວໃດໃຫ້ໄດ້ປະ ໂຫຍດ.
ອ່ານໃນເລື່ອງທີ່ຕົນເອງສົນໃຈ ແລະ ອ່ານໄປຕາມຄວາມຕ້ອງການຂອງເຮົາເພື່ອ ຊ່ວຍໃຫ້ເຮົາມີຄວາມຮູ້
ແລະ ທັກສະຕ່າງໆຕະຫລອດເຖິງ ຄວາມກ້າວໜ້າຂອງວິຊາຊີບເຮັດໃຫ້ມະນຸດເກີດຄວາມຄິດສ້າງ ສັນ, ຄວາມມ່ວນຊື່ນ
ແລະ ບັນດານໃຈ, ເປັນການໃຊ້ເວລາຫວ່າງໃຫ້ເປັນປະ ໂຫຍດເຮັດໃຫ້ຮູ້ທັນຕໍ່ເຫດການຄວາມເຄື່ອນ ໄຫວຕ່າງໆຂອງໂລກ,
ເປັນການສົ່ງເສີມສຸຂະພາບຂອງຕົນເອງ, ຊ່ວຍໃຫ້ແກ້ໄຂບັນຫາສັງຄົມ ແລະ ສ່ວນຕົວໄດ້ດີ.
ຄຸນສົມບັດຂອງນັກອ່ານທີ່ດີມີນິໄສຮັກການອ່ານ, ມີຈິດໃຈ
ກວ້າງຂວາງ, ມີເຈຕະນາຄະຕິທີ່ ດີ, ອ່ານສະໝ່ຳສະເໝີ, ຮັກໜັງສື ແລະ ສະແຫວງ ຫາໜັງສື, ອົດທົນໃນການອ່ານ,
ມີຄວາມເບີກບານ, ມີຈິດໃຈໄຝ່ຫາຄວາມຮູ້, ມີຄວາມ ຈື່ຈຳເລື່ອງ ທີ່ອ່ານ.
ຢາກເວົ້າວ່າ: ການອ່ານໜັງສືນັ້ນ ຄືກັນກັບການສະສົມທຶນຮອນຂອງຊີວິດເພາະວ່າຄວາມຮູ້ທີ່ໄດ້ມາຈາກການອ່ານຈະ
ເປັນປະໂຫຍດທີ່ດີຕໍ່ຕົນ ເອງ, ຕໍ່ສັງຄົມ ແລະ ຕໍ່ປະເທດຊາດ. ຫລາຍຄົນເວົ້າວ່າ: ຄົນລາວເປັນຄົນບໍ່ມັກອ່ານໜັງສື,
ແຕ່ຄວາມ ຈິງແລ້ວຄົນລາວແມ່ນຄົນມັກອ່ານຫລາຍ ທີ່ສຸດ, ແຕ່ກ່ອນກໍແມ່ນການອ່ານໜັງສືໃບລານ ເຊິ່ງມີຢູ່ທຸກວັດຂອງໝູ່ບ້ານ
ແລະ ໃນວັດນັ້ນກໍ ຍັງມີໜັງສືຫລາຍເລື່ອງເຊິ່ງເປັນພູມປັນຍາຂອງ ບັນພະບູລຸດລາວ ໄດ້ສ້າງໄວ້ໃຫ້ຄົນລາວໄດ້ອ່ານ.
ດັ່ງນັ້ນ, ຖ້າຫາກເຮົາຫວນຄືນໄປອ່ານໜັງສືໃບລານເຮົາກໍຈະເຫັນໄດ້ພູມປັນຍາຂອງບັນພະ ບູລຸດລາວເຮົາມີຄຸນຄ່າຫລາຍເຊິ່ງບໍ່ນ້ອຍໜ້າ
ຄົນໃດໃນໂລກ. ສະນັ້ນ ຈຶ່ງຂໍຮຽກຮ້ອງມາຍັງທ່ານຜູ້ ອ່ານຈົ່ງໄດ້ອ່ານໃຫ້ຫລາຍຂຶ້ນເພື່ອກາຍເປັນ ຄົນດີຂອງຊາດ.
No comments:
Post a Comment