ເຈົ້າໜ້າທີ່ຕຳຫຼວດ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງລົດເສຍໂດຍສະ
ເພາະແມ່ນລົດຈັກສະ ເລ່ຍພາຍໃນໜຶ່ງ ອາທິດ ເກືອບ 10 ຄັນ ແລະ 6 ເດືອນຜ່ານມາ, ສະເພາະຢູ່ນະຄອນຫຼວງ
ວຽງຈັນ ມີລົດຈັກເສຍຫຼາຍກວ່າ 300 ຄັນ ແລະ ເຈົ້າໜ້າທີ່ ສາມາດຕິດຕາມ ເກັບກູ້ຄືນໄດ້ພຽງ
27 ຄັນ ພ້ອມນຳ ຜູ້ກະທຳຜິດມາດຳເນີນຄະດີ 32 ຄົນ. ເຈົ້າໜ້າທີ່ໃຫ້ການສັງເກດວ່າ:ສະພາບດັ່ງກ່າວທຽບ ໃສ່ປີຜ່ານແມ່ນ
ເພີ່ມຂື້ນເປັນຈຳນວນຫຼາຍ ແລະ ກາຍເປັນປາກົດການຫຍໍ້ທໍ້ທີ່ພົ້ນເດັ່ນຢູ່ນະຄອນ ຫຼວງວຽງຈັນ.
ຫ້ອງຕຳຫຼວດນະຄອນຫຼວງວຽງຈັນ ແຈ້ງວ່າ:
ໃນອາ ທິດຜ່ານມາຄື ນັບແຕ່ວັນທີ 10 ຫາ 16 ກໍລະກົດນີ້ ມີສະພາບຫຍໍ້ທໍ້ເກີດຂຶ້ນໃນສັງ ຄົມ
48 ເລື່ອງເຊິ່ງ ຫຼຸດລົງ 14 ເລື່ອງທຽບໃສ່ອາທິດ ກ່ອນ, ແຕ່ຍັງເຫັນວ່າ:ຄະດີເກີດຂື້ນສ່ວນໃຫຍ່
ແມ່ນຄະດີລັກຊັບພົນລະເມືອງ ແລະປຸ້ນຈີ້ຄືການ ລັກລົດຈັກຂອງກຸ່ມຄົນບໍ່ດີຈຳນວນໜຶ່ງຢູ່ເຂດ
4 ຕົວເມືອງໃຈກາງ ນະຄອນ ຫຼວງວຽງຈັນເປັນຕົ້ນຕໍ, ດັ່ງນັ້ນເຈົ້າໜ້າທີ່ຂໍຄວາມຮ່ວມມືຈາກສັງຄົມເປັນເຈົ້າການລາຍງານຖ້າພົບເຫັນຄົນບໍ່ດີມີການ ນຳເອົາລົດມາຂາຍ ແລະ ບໍ່ມີເອກະສານລົດທີ່ຄົບຖ້ວນເຊິ່ງອາດຈະເປັນລົດທີ່ຖືກລັກ ແລະ ຜິດກົດໝາຍ. ສະນັ້ນໃຫ້ຮີບແຈ້ງເຈົ້າໜ້າທີ່ເພື່ອຈະ ນຳຈັບຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້.
ເຈົ້າໜ້າທີ່ຕຳຫຼວດກ່າວວ່າ:ບັນຫາລົດຈັກເສຍແມ່ນປາກົດການຫຍໍ້ທໍ້ທີ່ບໍ່ທັນແກ້ໄຂຕົກ,
ຍ້ອນຊ່ອງຫວ່າງໃນການ ກວດກາຂອງເຈົ້າໜ້າ ທີ່ບໍ່ເຂັ້ມງວດ ເຮັດໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກເອົາລົດຈັກໄປຂາຍເປັນລົດຜິດກົດໝາຍ
ແລະ ພາໃຫ້ ຄົນບໍ່ດີໄດ້ມີໂອກາດເຄື່ອນໄຫວສ້າງປາກົດ ການຫຍໍ້ທໍ້ຕ່າງໆເຊັ່ນ: ໃຊ້ອາວຸດປຸ້ນ-ຈີ້
ເອົາລົດຂອງປະຊາຊົນດັ່ງຫຼາຍເຫດການທີ່ເ ກີດຂຶ້ນຄື ໃນວັນທີ 10 ກໍລະກົດນີ້, ເຈົ້າໜ້າທີ່ຫ້ອງຕຳຫຼວດ
ໄດ້ຮັບແຈ້ງຄວາມວ່າ:
ໄດ້ມີຄົນຮ້າຍປຸ້ນເອົາລົດຈັກຂອງປະຊາຊົນ ໃນຂະນະທີ່ຂັບຂີ່ມາແຕ່ເສັ້ນທາງບ້ານຕານມີໄຊ ເມືອງຈັນທະບູລີ
ນະຄອນ ຫຼວງວຽງຈັນ.ຈາກນັ້ນໄດ້ມີຄົນຮ້າຍ 2 ຄົນ, ຂີ່ລົດ ຈັກຕາມມາຮຽງຂ້າງ ແລ້ວຄົນຊ້ອນທ້າຍໄດ້ໃຊ້ກຳປັ້ນ
ຊົກເຂົ້າໜ້າເບື້ອງຊ້າຍເຮັດໃຫ້ຕົນ ເອງເສຍຄວາມຊົງໂຈພາໃຫ້ລົດລົ້ມ. ຈາກນັ້ນພວກຄົນຮ້າຍໄດ້ຈອດລົດລົງມາເອົາປືນສັ້ນຈີ້ຜູ້ກ່ຽວ
ແລະ ໄດ້ເອົາລົດຫຼົບໜີໄປ.
ທ່ານພັນໂທ ສະຫຼອງ ແສງອາທິດ ຫົວໜ້າຫ້ອງຕຳຫຼວດ
ນະ ຄອນຫຼວງວຽງຈັນ ກ່າວວ່າ: ສະ ພາບປຸ້ນຈີ້-ຊີງຊັບນັບ ວ່າເປັນສິ່ງທ້າ ທາຍຫຼາຍໃນປັດຈຸບັນ,
ຍ້ອນພວກຄົນບໍ່ດີໄດ້ໃຊ້ອາວຸດມີດ, ງ້າວ ແລະ ປືນ ເພື່ອເຄື່ອນໄຫວ ກະທຳຜິດໂດຍ ພວກເຂົາໄດ້ມີການເຄື່ອນໄຫວ ໂດຍການລີ້
ຢູ່ຕາມເສັ້ນທາງມືດ ຫຼື ເສັ້ນທາງປ່ຽວເມື່ອໄດ້ໂອກາດພົບເຫັນກໍ ລົງມືປຸ້ນ-ຈີ້ໃນ ທັນທີເຊິ່ງສ່ວນໃຫຍ່ແມ່ນແມ່ຍິງທີ່ມັກຕົກເປັນ
ເຫຍື່ອຂອງພວກໂຈນດັ່ງກ່າວຕະຫຼອດມາ.

No comments:
Post a Comment