Ad

Ad

17 July 2013

ລາວໂທລະຄົມແຂວງໄຊຍະບູລີມອບໂຊກໃຫ້ລູກຄ້າ



     ໃນຕອນແລງວັນທີ 12 ກໍລະກົດນີ້, ບໍລິສັດລາວໂທລະຄົມສາ ຂາແຂວງໄຊຍະບູລີ ໄດ້ຈັດພິທີ ມອບລາງວັນໃຫ້ລູກຄ້າ ຜູ້ໂຊກດີ ຈາກໂຄງການ ເອັມໂຟນ ໂດຍແມ່ນທ່ານນາງ ສົມພອນ ດວງດີ ປະຊາຊົນບ້ານຖິ່ນ ເມືອງ ແລະ ແຂວງໄຊຍະບູລີ ຖືກລາງວັນລົດ ໃຫຍ່ ເຊັບໂລເລັກ (Chevrolet Sail Hatchback) ກ່າວມອບໂດຍ ທ່ານ ຄຳສວຍ ສີຈອມລັດ ຜູ້ອຳນວຍການບໍລິສັດລາວ ໂທລະ ຄົມສາຂາແຂວງໄຊຍະບູລີ, ເຂົ້າຮ່ວມເປັນກຽດ ໃນພິທີມອບລາງ ວັນມີທ່ານນາງ ບຸນພັກ ອິນທະ ປັນຍາເຈົ້າເມືອງໄຊຍະບູລີ ພ້ອມ ພາກສ່ວນກ່ຽວຂ້ອງຂອງລາວ ໂທລະຄົມສາຂາແຂວງດັ່ງກ່າວ ເຂົ້າຮ່ວມ.
    ນັບແຕ່ເລີ່ມຕົ້ນຂອງໂຄງການ ເອັມໂຟນ ມາຮອດປັດຈຸບັນມີລູກ ຄ້າຖືກລາງວັນແລ້ວໃນທົ່ວປະ ເທດທັງໝົດ 65.138 ລາງວັນ ໃນ ນີ້ມີລົດໃຫຍ່ 5 ຄັນ ໃນຈຳນວນ 9 ຄັນ.

No comments:

Post a Comment