Ad

Ad

17 July 2013

ສູນ​ການ​ຄ້າ​ນະຄອນ​ຊັບ​ຊ໊ອບ​ປິງພລາ​ຊາ ຈະ​ເປີດບໍລິການ​ໃນ​ທ້າຍ​ປີນີ້



          ທ່ານ ​ເຈິ​ນ ຢ້າວ​ຮົວ ຜູ້ອຳ ນວຍການ​ໃຫຍ່ບໍລິສັດ ຮົວ​ເຊິ​ນ ລົງທຶນ ​ແລະ ພັດທະນາ (ລາວ) ຈຳກັດ,ຜູ້​ລົງທຶນ​ກໍ່ສ້າງ​ສູນ​ການ​ຄ້າ​ນະຄອນ​ຊັບ​ຊ໊ອບ​ປິງພລາ​ຊາ ​ເຊິ່ງຕັ້ງຢູ່​ 4 ​ແຍກ​ໄຟ​ແດງ​ບ້ານ​ໂພນ​ສະອາດ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ລາວ​ພັດທະ ນາ ​ໃນ​ວັນ​ທີ 16 ກໍລະກົດ​ນີ້ວ່າ:ສູນ​ການ​ຄ້າ​ແຫ່ງ​ນີ້ຈະ​ເປີດ​ໃຫ້​ບໍລິການຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີນີ້ ​ເຊິ່ງຈະ​ເປັນ​ສະຖານ​ທີ່​ໃຊ້ຈ່າຍ​ຊື້ສິນຄ້າ​ທີ່​ມີ​ລະດັບ, ທັນ​ສະ​ໄໝ ​ແລະ ​ໂດດ​ເດັ່ນ​ແຫ່ງ​ໜຶ່ງ​ຢູ່​ນະຄອນ ຫລວງ​ວຽງ​ຈັນ.
       ທ່ານ ​ເຈິ​ນ ຢ້າວ​ຮົວ ກ່າວ​ວ່າ: ສູນ​ການ​ຄ້າ​ແຫ່ງ​ນີ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່​ກາງ​ເດືອນ​ພະຈິກ 2012 ​ແລະ ມາ​ຮອດ​ປັດຈຸບັນ ​ຄືບ​ໜ້າ​ຫລາຍ​ກວ່າ 85% ​ເຫລືອ​ພຽງ​ການ​ຕົກ​ແຕ່ງ​ພາຍ​ໃນ ​ແລະ ຕິດຕັ້ງລິບ, ຂັ້ນ​ໄດ​ເລື່ອນ, ລະບົບ​ໄຟຟ້າ, ນ້ຳປະປາ, ລະບົບ​ປັບ​ອາ ກາດ,ລະບົບ​ຮັກສາ​ຄວາມ​ປອດ​ໄພ ​ແລະ ອື່ນໆ ​ເຊິ່ງຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ໃນ​ເດືອນ​ຕຸລາ​ທີ່​ຈະ​ເຖິງ​ນີ້ ​ໂດຍ​ການ​ກໍ່ສ້າງ​ໄລຍະ​ທຳ​ອິດ​​ມີ​ມູນ​ຄ່າ 25 ລ້ານ​ໂດ​ລາ​ສະ ຫະລັດ ​ແລະ ​ໄລຍະ​ສອງຈະ​ມີ​ມູນ​ຄ່າ 55 ລ້ານ​ໂດ​ລາ​ສະຫະລັດ.
       “ ສູນ​ການ​ຄ້າ​ນະຄອນ​ຊັບ​ ​ສ້າງ​ຂຶ້ນ​ໃນ​ເນື້ອທີ່​ກວ້າງຂວາງ​ຢູ່​ໃຈກາງ​ເມືອງ ​ເຊິ່ງອ້ອມ​ລ້ອມ​ໄປ​ດ້ວຍ​ອາຄານ​ສຳນັກງານ​ຂອງ​ລັດ, ​ເອກະ​ຊົນ ​ແລະ ອົງການ​ຈັດຕັ້ງສາກົນ​ຕ່າງໆບວກ​ໃສ່​ການ​ອອກ​ແບບ​​ໃຫ້​ເປັນ​ອາຄານ​ສູນ​ການ​ຄ້າ​ທີ່​ທັນ​ສະ​ໄໝ​ລະດັບ​ສາ ກົນຈຶ່ງ​​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫລາຍ​ຈາກ​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຊັ່ນ: ລາວ, ​ໄທ, ຈີນ​, ຫວຽດນາມ, ສິງກະ​ໂປ, ມາ​ເລ​ເຊຍ ​ແລະ ກຳປູ​ເຈຍ”.

       ​ອຳນວຍ​ການ​ບໍລິສັດ​ຜູ້​ລົງທຶນ​ກໍ່ສ້າງ ກ່າວ​ວ່າ: ອາຄານ​ດັ່ງກ່າວ​ມີ​ທັງ​ໝົດ 5 ຊັ້ນ, ມີ 300 ກວ່າ​ຫ້ອງ​ຂາຍໂດຍ​ຊັ້ນທີ 1 ​ແມ່ນ​ ສິນຄ້າ​ປະ​ເພດ​ນ້ຳຫອມ ​ແລະ ອັນ ຍະ​ມະນີ,ຊັ້ນ 2 ຂາຍ​ສິນຄ້າ​ປະ​ເພດ​ເຄື່ອງ​ສຳອາງ,ເສື້ອຜ້າ,ຊັ້ນ 3 ຂາຍ​ສິນຄ້າ​ໄອ​ທີ,​ເຄື່ອງ​ໃຊ້​ໄຟຟ້າ​ຕ່າງໆ,ຊັ້ນທີ 4 ​ແລະ ຊັ້ນ 5 ​ແມ່ນ​ສູນ​ບໍລິການ​ອາຫານປະ​ເພດ​ຕ່າງໆ,ມີ​ສະຖານ​ທີ່​ຈອດ​ລົດ​ກວ້າງຂວາງ​ຮອງ​ຮັບ​ໄດ້​ຫລາຍ​ກວ່າ 1 ພັນ​ຄັນ ​ເຊິ່ງມາ​ຮອດ​ປັດ ຈຸບັນ​ມີ​ລູກ​ຄ້າ​ຈອງ​ຫ້ອງ​ຂາຍ​ແລ້ວ​ຫລາຍ​ກວ່າ​ເຄິ່ງໜຶ່ງ.
      ທ່ານ ​ເຈິ​ນ ຢ້າວ​ຮົວ ກ່າວ​ວ່າ: ​ເປົ້າໝາຍ​ຂອງ​ພວກ​ເຮົາ​ແມ່ນ​ຈະ​ພັດທະນາ​​ສູນ​ການ​ຄ້າ​ແຫ່ງ​ນີ້​ໃຫ້​ເປັນ​ສະຖານ​ທີ່​ຈຳໜ່າຍ​ສິນຄ້າ, ພັກຜ່ອນ​ທີ່​ມີ​ລະດັບ​ໂດດ​ເດັ່ນ ​ເພື່ອ​ດຶງ​ດູດ​ເອົາ​ກຸ່ມ​ຄົນທີ່​ມັກ​ໄປ​ໃຊ້​ຈ່າຍ​ຊື້ສິນຄ້າ​ທີ່​ມີ​ລະດັບ​ຢູ່​ຕ່າງປະ​ເທດ​ໃຫ້​ຫັນ​ມາ​ຊື້ສິນຄ້າ​ຢູ່​ພາຍ​ໃນ​ປະ​ເທດ​ຫລາຍ​ຂຶ້ນ ​ໂດຍ​ຈະ​ນ​ຳ​ໃຊ້​ລະບົບ​ການ​ບໍລິການ​ຄຸ້ມຄອງ​ທີ່​ດີ, ການ​ໂຄສະນາ​ຈາກ​ບົດຮຽນ​ທີ່​ປະສົບ​ຜົນສຳ​ເລັດ​ຂອງ​ສູນ​ການ​ຄ້າ​ຢູ່ ສປ ຈີນ ມາ​ນຳ​ໃຊ້ ​ເພື່ອ​ໃຫ້​ສູນ​ການ​ຄ້າ​ແຫ່ງ​ນີ້​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ສັງຄົມ​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ ​ໃຫ້​ກາຍ​ເປັນ​ສີສັນ​ໃໝ່​ຂອງ​ຕົວ​ເມືອງ​ຢູ່​ນະຄອນຫລວງ​ວຽງ​ຈັນ,​ເປັນ​ສະຖານ​ທີ່​ເຮັດ​ໃຫ້​ມີ​ການໃຊ້​ຈ່າຍ​ໝູນວຽນ​ຂອງ​ເງິນ​ເປັນ​ຈຳນວນ​ຫລາຍ ​ເພື່ອ​ກະ​ຕຸ້ນ​ເສດຖະກິດທັງ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ປະກອບສ່ວນ​ມອບ​ພັນທະ​ງົບປະມານ​ໃຫ້​ລັດ​ໄດ້​ເປັນ​ຢ່າງ​ດີ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ- ສັງຄົມ​ຂອງ​ປະ​ເທດ​ເວົ້າລວມ, ​ເວົ້າສະ​ເພາະ​ແມ່ນ​ນະຄອນ ຫລວງ​ວຽງ​ຈັນ​ໃຫ້​ມີ​ໃບ​ໜ້າ​ໃໝ່.

No comments:

Post a Comment