Ad

Ad

17 July 2013

ບໍ່​ຄຳ-ທອງ​ເຊ​ໂປ​ນ ​ໄດ້​ຮັບການ​ຍົກຍ້ອງໃນ​ມາດ​ຕະຖານ​ການ​ບໍລິຫານຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ



        ບໍລິສັດ MMG ລ້ານ​ຊ້າງ ມີ​ເນ​ໂຣນສ໌ ລິ​ມິ​ເຕັດ ບໍ່​ຄຳ​ເຊ​ໂປ​ນ (MMG LXML Sepon) ​ເຊິ່ງ​​ແມ່ນ​ບໍລິສັດ​ຂຸດ​ຄົ້ນ ​ແລະ ຜະລິດ​ແຮ່​ຄຳ-ທອງ ຢູ່​ເມືອງ​ວິລະ​ບູລີ ​ແຂວງ​ສະຫວັນ​ນະ​ເຂດ, ​ໃນ​ບໍ່​ດົນ​ມານີ້ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ບໍລິຫານ​ຄຸ້ມ​ຄອງ​ຄຸນ​ນະພາ​ບນ້ຳ ​ແລະ ສິ່ງ​ແວດ​ລ້ອມ​ກັບ​ຕົວ​ແທນ​ຂອງ​ຊຸມ​ຊົນ ​ແລະ ລັດຖະບານ​ຢູ່​ເມືອງ​ວິ ລະ ບູລີ ​ແຂວງ​ສະຫວັນ​ນະ​ເຂດ.
      ກອງ​ປະຊຸມ​ດັ່ງກ່າວ​ໄດ້​ເປີດ​ໂອກາດ​ໃຫ້​ຜູ້​ມີ​ສ່ວນ​ຮ່ວມ​ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ນຳ​ກັນ​ກ່ຽວ​ກັບ​ການ​ບໍລິຫານ​ຄຸ້ມ​ຄອງ​ນ້ຳ ​ແລະ ສານ​ເຄມີ ​ໄດ້​ຖືກຄັດ​ເລືອກ​ໃຫ້​ເປັນ​ຫົວ​ຂໍ້​ສຳລັບ​ການ​ສົນທະນາ ຍ້ອນ​ເຫັນ​ວ່າ​ເປັນ​ບັນ ຫາ​ທີ່​ໄດ້​ຖືກ​ຍົກ​ຂຶ້ນ​ໃນ​ການ​ສຳ​ຫລວດ​ຄວາມ​ຄິດ​ເຫັນ​ຂອງ​ພະ ນັກງານ ​ແລະ ການ​ສຳ​ຫລວດ​ຄອບຄົວ​​ໃນ​ຄຸ້ມບ້ານ​ອ້ອມ​ຂ້າງ​ບໍ່​ແຮ່.
        ບໍ່​ຄຳ-ທອງ​ເຊ​ໂປ​ນ ມີ​ຄວາມ​ ມຸ່ງ​ໝັ້ນທີ່​ໜັກ​ແໜ້ນ​ຕໍ່​ການ​ປະຕິ ບັດ ​ແລະ ຮັກສາ​ບັນດາ​ມາດຕະ ຖານ​ສິ່ງ​ແວດລ້ອມ​ທີ່​ສູງພ້ອມ​ທັງ​ເປັນ​ຕົວຢ່າງ​ທີ​່ດີ​ເລີດ​ໃຫ້​ແກ່​ການ​ດຳ​ເນີນ​ໂຄງການ​ອຸດສາຫະກຳ​ອື່ນໆ​ໃນ ສປປ ລາວ. ພະນັກງານ​ອາວຸ​ໂສ ​ແລະ ຕົວ​ແທນ​ຂອງ​ຊາວ​ບ້ານ​ໄດ້​ປະກອບ​ຄຳ​ເຫັນ​ທາງ​ບວກ​ກ່ຽວ​ກັບ​ຂະໜາດ​ຂອງ​ການ​ພັດທະນາ​ໃນ​ເຂດ​ບໍລິ​ເວນ​ອ້ອມ​ຂ້າງ​ໂຄງການ​ຂຸດ​ຄົ້ນ​ແຮ່​ຄຳ- ທອງ​ເຊ​ໂປ​ນນັບ​ແຕ່​ປີ 1993 ​ເປັນຕົ້ນມາ.

        “ຂັ້ນຕອນ​ການ​ບໍລິຫານ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ທີ່​ບໍ່​ຄຳ-​ທອງ​ເຊ​ໂປ​ນ​ໄດ້​ຖືກ​ກວດ​ສອບ​ໂດຍ​ອົງການ​ກວດ​ສອບ​ເອກະ ລາດ ​ແລະ ​ໄດ້​ຖືກ​ຮັບຮອງ​ວ່າ​ຖືກຕ້ອງ​ຕາມ​ມາດຕະຖານ​ສາກົນ​ສຳລັບ​ລະບົບ​ການ​ບໍລິຫານ​ຄຸ້ມ​ຄອງ​​ສິ່ງ​ແວດ​ລ້ອມ ISO 14.001” ທ່ານ ຣິກ ວັດ​ສ໌ຝອດ ຜູ້​ຈັດການ​ໃຫຍ່​ຂອງ MMG LXML Sepon ກ່າວ​ວ່າ: “ບໍ່​ຄຳ-ທອງ​ເຊ​ໂປ​ນ ​ໄດ້​ປະຕິບັດ​ໜ້າທີ່​ຢ່າງ​ຖືກຕ້ອງ​ແທດເໝາະ​ກັບ​ລະບົບ​ການກວດ​ສອບ​ຄຸນ​ນະພາ​ບນ້ຳທີ່​ເຂັ້ມງວດ ພ້ອມ​ທັງ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ກະຊວງ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ເພື່ອ​ຮັບປະ ກັນ​ໃຫ້ການ​ປະຕິບັດ​ໜ້າທີ່​ແທດ ເໝາະ​ກັບ​ກົດ​ລະບຽບ​ທີ່​ວາງ ອອກ”.
       ທຸກໆ​ເຫດການ​ຂອງ​ສິ່ງ​​ແວດ​ລ້ອມ​ທີ່​ເກີດ​ຂຶ້ນ​ແມ່ນ​ໄດ້​ຖືກ​ລາຍ​ງານ​ໃຫ້​ຊາວບ້ານ ​ແລະ ບັນດາ​ພາກສ່ວນ​ລັດຖະບານ​ທີ່​ກ່ຽວ ຂ້ອງ​ເພີ່ມ​ຕື່ມ​ໃສ່ການ​ລາຍ​ງານ​ເປັນ​ທາງ​ການ​ປະຈຳ​ເດືອນ​ກ່ຽວ​ກັບ​ການ​ຟື້ນຟູ​ສະພາບ​ແວດ​ລ້ອມ ​ແລະ ບັນຫາ​ອື່ນໆກ່ຽວ​ກັບ​ການ​ບໍລິຫານ​ຄຸ້ມ​ຄອງ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ.ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ເນັ້ນ​ໃສ່​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ຢ່າງ​ໃກ້ ຊິດ​ລະຫວ່າງ​ບັນດາ​ຜູ້​ມີ​ສ່ວນ​ຮ່ວມ​ພາກສ່ວນ​ອຸດສາຫະກຳ,ປະຊາ ຊົນ​ທ້ອງ​ຖິ່ນ ​ແລະ ພາກສ່ວນ​ລັດຖະບານ​ທີ່​ກ່ຽວຂ້ອງ​ຕໍ່​ບັນຫາ​ສິ່ງ​ແວດ​ລ້ອມ ​ແລະການ​ບໍລິຫານ​ ​ສິ່ງ​ເສດ​ເຫລືອ,​ແຜນການ​ອັດ​ບໍ່, ການ​ຊົດ​ເຊີຍ,ສຸຂະພາບ ​ແລະ ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ຕິດ ຕາມ​ກວດກາ​ຄຸນ​ນະພາ​ບນ້ຳ.ບັນ ຫາ​ເຫລົ່ານີ້ມັນ​ຮຽກຮ້ອງ​ເຖິງ​ການ​ຮ່ວມ​ມື​ຢ່າງ​ຈິງ​ຈັງ​ຈາກ​ບັນ ດາ​ຜູ້​ມີ​ສ່ວນ​ຮ່ວມ​ທັງ​ໝົດ.

No comments:

Post a Comment