ເຖິງວ່າໄລຍະຜ່ານມາ, ການຜະລິດເປັນສິນຄ້າຂອງປະຊາຊົນຈະໄດ້ຮັບການຊຸກຍູ້ສົ່ງເສີມຢ່າງເປັນຂະບວນຢູ່ຫລາຍທ້ອງຖິ່ນເຂດແຂວງຕ່າງໆເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງແຫລ່ງທຶນ,
ເຕັກນິກການຜະລິດລວມໄປເຖິງການຊອກຫາຕະ ຫລາດຈຳໜ່າຍສິນຄ້າເພື່ອແນໃສ່ສ້າງວຽກເຮັດງານທຳ
ແລະ ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນເທື່ອລະກ້າວ, ແຕ່ເມື່ອອີງໃສ່ສະພາບແວດລ້ອມ
ແລະ ເງື່ອນໄຂພື້ນຖານໂຄງລ່າງເສດຖະກິດເຫັນວ່າຍັງມີຫລາຍຂອດເປັນສິ່ງທ້າທາຍ
ເຊິ່ງຕໍ່ບັນຫາດັ່ງກ່າວ,ສະມາ ຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ກຳນົດນະໂຍ
ບາຍອັດຕາແລກປ່ຽນໃຫ້ເໝາະສົມ ເພື່ອຊ່ວຍໜູນການຜະລິດທຸລະກິດຂອງປະຊາຊົນ, ແກ້ໄຂກົນໄກ
ແລະ ວິທີເຮັດວຽກຂອງກົງຈັກລັດ ເພື່ອໃຫ້ປະຊາຊົນເຂົ້າເຖິງການບໍລິການສິນເຊື່ອທະນາຄານ,
ການບໍລິການ, ການສົ່ງອອກຂອງລັດຢ່າງສະດວກສະບາຍ. ທະນາຄານແຫ່ງ ສປປ ລາວ ຄວນກຳນົດນະໂຍບາຍສິນເຊື່ອຢ່າງເໝາະສົມເພື່ອຊ່ວຍໜູນການດຳເນີນທຸລະກິດຂອງວິສາຫະກິດຂະໜາດນ້ອຍ
ແລະ ຂະໜາດກາງ, ການປ່ອຍກູ້ສິນເຊື່ອໃຫ້ເລັ່ງໃສ່ເປົ້າໝາຍຈຸດສຸມການພັດທະນາແກ້ໄຂຄວາມທຸກຍາກຂາດເຂີນຢູ່ເຂດຊົນນະ
ບົດ ແລະ ຫ່າງໄກສອກຫລີກ ໄປຄຽງຄູ່ກັບການຂະຫຍາຍສາຂາບໍລິການໄປສູ່ເຂດເປົ້າໝາຍສົ່ງເສີມຢ່າງທົ່ວເຖິງ.
ນອກຈາກນີ້ຕ້ອງຊ່ວຍຊອກຕະຫລາດຈຳໜ່າຍຜະລິດຕະພັນສິນຄ້າກະສິກຳທີ່ເປັນປາຍແຫລມ
ແລະ ໝັ້ນຄົງຂອງປະຊາຊົນເປັນ ຕົ້ນມັນ ຕົ້ນ, ສາລີ, ຢາງພາລາ ເພື່ອຮັບປະກັນການຕະຫລາດ
ແລະ ຊຸກຍູ້ໃຫ້ປະຊາຊົນມີການຜະລິດເພີ່ມຂຶ້ນ. ຄຽງຄູ່ກັນນັ້ນຕ້ອງມີມາດຕະການ
ຢ່າງເຂັ້ມງວດກວ່າເກົ່າໃນການຄຸ້ມຄອງການນຳເຂົ້າສິນຄ້າທີ່ບໍ່ຮັບໃຊ້ໃຫ້ແກ່ການຜະລິດໂດຍກົງ
ແລະ ສິນຄ້າຟຸມເຟືອຍ, ຄຸ້ມຄອງຢ່າງເຂັ້ມງວດການນຳເຂົ້ານ້ຳມັນເຊື້ອໄຟທີ່ໄດ້ຮັບອະນຸມັດສະເພາະ
ເພື່ອຮັບໃຊ້ການລົງທຶນຂະໜາດໃຫຍ່ ແລະ ຫລີກເວັ້ນຊ່ອງວ່າງການສວຍໂອກາດ ເຊິ່ງເຮັດໃຫ້ລັດເສຍຜົນປະໂຫຍດຈາກການເກັບພາສີ-ອາ
ກອນຕ່າງໆ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກໃນທ້ອງຕະຫລາດ ເປັນຕົ້ນໝວດສິນຄ້າສະບຽງອາຫານຮັບໃຊ້ຊີວິດປະຈຳວັນເພື່ອຮັກສາລະດັບກຳລັງຊື້ຕົວຈິງກໍຄືປັບປຸງຄຸນນະ
ພາບຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນເທື່ອລະກ້າວ.

No comments:
Post a Comment