Ad

Ad

17 July 2013

ເພີ່ມຄວາມຮັບຮູ້ບົດບາດຍິງຊາຍໃນການເຊື່ອມໂຍງອາຊຽນໃຫ້ພະນັກງານຫລັກແຫລ່ງກະຊວງ ຖວທ



       ຄະນະ​ກຳມະການ ​ເພື່ອ​ຄວາມ​ກ້າວ ໜ້າ​ແມ່ຍິງ, ​​ແມ່ ແລະ ​ເດັກ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທຳ ແລະ ທ່ອງ​ທ່ຽວ (ຖວທ)​ ໄດ້​ຈັດ​ກອງ​ປະຊຸມ​ພາຍ​ໃຕ້​ຫົວ​ຂໍ້ “ບົດບາດ​ຍິງ​ຊາຍ​ໃນ​ການ​ເຊື່ອມ​ໂຍງ​ອາ​ຊຽນ” ຂຶ້ນ​ໃນ​ວັນ​ທີ 16 ກໍລະກົດ 2013 ຢູ່ກະຊວງ​ດັ່ງກ່າວ ​ໂດຍ​ມີທ່ານ ສະຫວັນ​ຄອນ ຣາຊະ​ມຸນຕີ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ ຖວທ,ຄະນະ​ກຳ​ມະ​ທິ ການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ແມ່ຍິງທັງເປັນຫົວໜ້າຄະນະກຳມາທິການເພື່ອຄວາມກ້າວໜ້າແມ່ຍິງ ​ແລະ ວຽກ​ງານ​ແມ່ ​ແລະ​ ເດັກກະຊວງ ຖວທ, ທ່ານນາງ ບົວ​ຈັນ ສີ​ຫາ​ນາດ ຄະນະ​ບໍລິຫານ​ງານ​ສູນກາງສະຫະພັນ​ແມ່ຍິງ​ລາວ, ຫົວໜ້າ​ຫ້ອງການ​ສູນ​ກາງ​ສະຫະພັນ​ແມ່ ຍິງ​ລາວ,ບັນດາ​ຫົວໜ້າ​ກົມ,ຮອງ​ກົມ, ຫົວໜ້າ​ພະ​ແນ​ກພ້ອມ​ດ້ວຍ​​ສຳ​ມະ​ນາ​ອ້ອມ​ຂ້າງ​ກະຊວງ​ ຖວທ ​ເຂົ້າ​ຮ່ວມ.
          ທ່ານ ສະຫວັນ​ຄອນ ຣາຊະ​ມຸນຕີ​ ​ໄດ້​ກ່າວບາງຕອນສຳຄັນ​ວ່າ:ບັນຫາ​ຄວາມ​ບໍ່​ສະ​ເໝີ​ພາບ​ ລະຫວ່າງ​ຍິງ- ຊາຍ ​ບໍ່​ແມ່ນ​ເກ​ີດຂຶ້ນ​ສະ​ເພາະ​ຢູ່​ພຽງ​ແຕ່​ປະ​ເທດ​ເຮົາ​ເທົ່າ​ນັ້ນ,​ແຕ່​ຫາກ​ເປັນ​ບັນຫາ​ທີ​່ເກີດ ຂຶ້ນ​ຢູ່ຫລາຍ​ປະ​ເທດ​ໃນ​ໂລກ​ເຊິ່ງ​ເປັນ​ຜົນ​ສະທ້ອນ​ໃຫ້​ແກ່​ການ​ບັນລຸ​ເປົ້າ​ໝາຍ​ສະ ຫັດ​ສະ​ວັດ​ເພື່ອ​ການ​ພັດທະນາເສດຖະ ກິດ-ສັງຄົມ, ຄອບຄົວ.ລັດຖະບານ ແຫ່ງ ສປປ ລາວ ​ໄດ້​ມີ​ນະ​ໂຍບາຍ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດ​ໃຫ້​ແກ່​ແມ່ຍິງ ​ແລະ​ ພະ ຍາຍາມສ້າງ​ທຸກ​ເງື່ອນ​ໄຂ​ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ລະ ຫວ່າງ​ ຍິງ-ຊາຍ​ ຢູ່​ ສປປ ລາວ ກໍ​ຄື​ພາຍ​ໃນ​ຂົງ​ເຂດ​ຖະ​ແຫລ​ງຂ່າວ,ວັດທະນະ​ທຳ ​ແລະທ່ອງ​ທ່ຽວໃຫ້ມີ​ການ​
ພັດທະນາ​ຢ່າງ​ຕໍ່​ເນື່ອງເຊິ່ງ​ໄລຍະ​ຜ່ານ​ມາ, ພັກ ແລະ ລັດຖະບານ​ ຍາມ​ໃດ​ກໍ​ໄດ້​ເອົາ​ໃຈ​ໃສ່​ກຳນົດ​ນະ​ໂຍ ບາຍ ​ແລະ ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ແມ່ຍິງ​ໄດ້​ມີ​ໂອກາດ​ພັດທະນາ,ເຝິກ​ຝົນຫລໍ່​ຫລອມ​ຕົນ​ເອງ ​ແລະ ​ໃຫ້​ແມ່ຍິງ​ໄດ້​ມີ​ສ່ວນ​ຮ່ວມ​ຫລາຍ​ຂຶ້ນ ປະກອບສ່ວນ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ,​ເພີ່ມ​ຈຳນວນ​ແມ່ ຍິງ​ເຂົ້າ​ໃນ​ຕຳ​ແໜ່​ງຕັດສິນ​ວຽກ​ງານ​ໃນ​ຂັ້ນ​ຕ່າງໆ​ທຸກ​ລະດັບ ​ແລະ​ ຍົກ​ລະດັບ​ຊິວິດ​ການ​ເປັນ​ຢູ່​ຂອງ​ເພດ​ຍິງ​ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວແນໃສ່​ຮັບປະ​ກັນ​ການ​ແກ້​ໄຂ​ຊ່ອງ​ຫວ່າງ, ຄວາມ​ແຕກ​ໂຕນ, ​ເງື່ອນ​ໄຂ, ​ໂອກາດ ​ແລະ ສະຖານະ​ພາບ​ຂອງ​ຜູ້ຍິງ​ ແລະ ​ກ້າວ​ໄປ​ເຖິງ​ລຶບ​ລ້າງ​ທຸກ​ຮູບ​ການ​ຈຳ​ແນ​ກຕໍ່​ແມ່ ຍິງ​ໃນ​ຄອບຄົວ ​ແລະ ທົ່ວ​ສັງຄົມ ​ດັ່ງ​ທີ່​ໄດ້​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ,ກົດໝາຍ​ແຫ່ງ​ ສປປ.ລາວ ກໍ​ຄື​ການ​ປະຕິບັດ​ສົນທິສັນ ຍາ​ວ່າ​ດ້ວຍ​ການ​ລຶບ​ລ້າງ​ທຸກ​ຮູບ​ການ​ຈຳ​ແນ​ກຕໍ່​ແມ່ຍິງ​ທີ​່ລັດຖະບານ​ໄດ້​ຮັບຮອງ​ເອົາ​ໃນ​ປີ 1980 ​ແລະ ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ​ເພື່ອ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ແມ່ຍິງ 5 ປີ ຄັ້ງ​ທີ II (2010-2015) ​ໃຫ້​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດເທື່ອລະກ້າວ​.
          ກອງ​ປະຊຸມ​ດັ່ງກ່າວ,ຜູ້​ເຂົ້າ​ຮ່ວມ​ຍັງ​​ໄດ້​ຮັບ​ຮູ້​-ເຂົ້າ​ໃຈ​ ແລະ ມີ​ຄວາມ​ເປັນ​ເອກະ​ພາບ​ໃນທຸກຂະ​ແໜງ​ການ​ກ່ຽວ​ກັບ​ຄວາມ​ສຳຄັນ​ຕໍ່​ກ​ານ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ​ໃນ​ການ​ນຳ​ເອົາ​ບົດຮຽນ​ດັ່ງກ່າວ​ໄປ​ຈັດ​ຕັ້ງ​ປະຕິບັດ ​ແລະ ຜັນ​ຂະຫຍາຍ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ໃຫ້​ຮູ້​ເຖິງ​ການ​ປະຕິບັດ​ພັນທະ​ຂອງ​ລັດ​ພາຄີ​ຕໍ່​ສົນທິສັນຍາ​ວ່າ​ດ້ວຍ​ການ​ລຶບ​ລ້າງ​ທຸກ​ຮູບ​ການ​ຈຳ​ແນ​ກຕໍ່​ແມ່ຍິງ​ ທີ່​ ສປປ.ລາວ ​ໄດ້​ຮັບ ຮອງ ​​ແລະ​ ໃຫ້​ສັດຕະຍາບັນ​ໃນ​ປີ 1981.

No comments:

Post a Comment