Ad

Ad

18 July 2013

ສະຫະລັດອາເມລິກາສືບຕໍ່ສະຫນັບສະຫນູນໂຄງການເຝິກອົບຮົມເລືອດປອດໄພໃຫ້ກອງທັບປະຊາຊົນລາວ



      ສະຖານທູດສະຫະລັດອາເມລິກາຮ່ວມມືກັບສູນເລືອດແຫ່ງຊາດ ແລະ ກົມເສນາຮັກ ໄດ້ຮ່ວມ ກັນຈັດເຝິກອົບຮົມການກວດວິເຄາະກ່ອນການສົ່ງເລືອດໃຫ້ກອງທັບປະຊາຊົນລາວພາກໃຕ້ແຕ່ວັນທີ 9-11 ກໍລະກົດນີ້ ຢູ່ແຂວງຈຳປາສັກ, ມີພະນັກ ງານວິເຄາະເຂົ້າຮ່ວມເຝິກອົບຮົມຫລາຍກວ່າ 40 ທ່ານທີ່ມາຈາກ 12 ກົມ ກອງຈາກແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະ ຫວັນນະເຂດ, ຈຳປາ ສັກ, ເຊກອງ, ສາລະວັນ, ອັດຕະປື ແລະ ນະຄອນ ຫລວງວຽງຈັນ.
     ຈຸດປະສົງຂອງການເຝິກອົບຮົມເທື່ອນີ້ ເພື່ອເສີມສ້າງຄວາມຮູ້ໃຫ້ວິຊາການຫ້ອງວິເຄາະໄດ້ຮຽນ ຮູ້ວິທີການກວດເລືອດ ກ່ອນການສົ່ງເລືອດໃຫ້ຄົນເຈັບໃນຖັນແຖວກອງທັບປະຊາຊົນລາວ.
     ທ່ານ ດຣ. ອ່ອນສາ ໄຊປັນຍາ ຫົວໜ້າສູນເລືອດແຂວງຈຳປາ ສັກ ກ່າວວ່າ: ທຸກໆຄົນຕ້ອງການເລືອດ, ເລືອດທຸກຢາດບໍ່ສາມາດທົດ ແທນຈາກ ສິ່ງອື່ນໆໄດ້. ສະນັ້ນ ພວກເຮົາໄດ້ຮັບເລືອດມາຈາກຄົນເທົ່ານັ້ນ ແລະ ພວກເຮົາກໍຕ້ອງໃຫ້ແນ່ໃຈວ່າເວ ລາສົ່ງ ແລະ ຮັບເລືອດກໍຕ້ອງໃຫ້ມີຄວາມ ປອດໄພລະຫວ່າງຜູ້ບໍລິຈາກ, ຜູ້ຮັບ ແລະ ພະນັກງານແພດ. ການເຝິກອົບຮົມເທື່ອນີ້ ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບການຄວບຄຸມຄຸນນະ ພາບໃນການກວດເບື້ອງຕົ້ນຢູ່ສູນເລືອດ ແລະ ສົ່ງໃຫ້ຄົນເຈັບ. ນອກຈາກນັ້ນພວກເຂົາຍັງໄດ້ຮຽນກ່ຽວກັບການກວດຫາພູມຕ້ານທານ ແລະ ໝວດເລືອດ.
     ໂຄງການສະກັດກັ້ນ ແລະ ຕ້ານເຊື້ອເອສໄອວີ/ພະຍາດເອດ ໃຫ້ກອງທັບປະຊາຊົນລາວແມ່ນການສືບຕໍ່ໃນການຮ່ວມມືລະຫວ່າງສະຖານທູດ ສະຫະລັດອາເມລິກາ, ກອງບັນຊາການທະຫານອາສາສະໝັກພາກພື້ນປາຊີຟິກ, ສູນເລືອດແຫ່ງຊາດ ແລະ ກົມເສນາຮັກກອງທັບປະຊາຊົນລາວ ໃຫ້ບັນລຸເປົ້າໝາຍສະຫັດສະວັດຂອງສປປ ລາວ.

No comments:

Post a Comment